ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົບຮອບ 65 ປີຂອງການ ໂຈມຕີດ້ວຍລະເບີດປາລະ ມະນູ


ຄົບຮອບ 65 ປີຂອງການ ໂຈມຕີດ້ວຍລະເບີດປາລະ ມະນູ
ຄົບຮອບ 65 ປີຂອງການ ໂຈມຕີດ້ວຍລະເບີດປາລະ ມະນູ

ຍີ່ປຸ່ນທຳພິທີຂີດໝາຍຄົບຮອບ 65 ປີ ຂອງການໂຈມຕີ ດ້ວຍລະເບີດປະລະມະນູລູກທຳອິດຂອງໂລກໃນມື້ນີ້ ໂດຍ ມີຜູ້ຕາງໜ້າຈາກສະຫະລັດ ແລະອຳນາດນິວເຄລຍສຳຄັນ ອື່ນໆ ເຂົ້າຮ່ວມໃນພິທີດັ່ງກ່າວນີ້ເປັນເທື່ອທຳອິດ. ພິທີໄດ້ ເລີ່ມຂື້ນໃນຕອນເຊົ້າວັນສຸກມື້ນີ້ ທີ່ເມືອງຮິໂລຊິມະ ໂດຍ ການ ສັ່ນກະດິງ ແລະປ່ອຍນົກກາງແກ.

ທ່ານພັນຄີມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ກໍເປັນຜູ້ນຶ່ງໃນບັນດາບຸກຄົນສຳຄັນໆ ທີ່ໄດ້ກ່າວໃນພິທີ ຊຶ່ງທ່ານໄດ້ເປັນຜູ້ນໍາອົງການສະຫະປະຊາຊາດຄົນທຳອິດ ທີ່ເຂົ້າໃນພິທີປະຈຳປີດັ່ງກ່າວນີ້. ທ່ານພັນຄີມູນໄດ້ຮຽກຮ້ອງໃຫ້ກຳຈັດ ອາວຸດນິວເຄລຍ ໂດຍໄດ້ຢືນຢັນອີກຄັ້ງນຶ່ງ ຕໍ່ຄຳ ໝັ້ນສັນຍາທີ່ທ່ານໄດ້ໃຫ້ໄວ້ໃນພິທີໃນວັນພະຫັດວານນີ້ ທີ່ເມືອງນາງາຊາກິ ທີ່ເປັນເປົ້າໝາຍຂອງການໂຈມຕີດ້ວຍລະເບີດລູກປາລະມະນູລູກທີ່ສອງ ຂອງສະຫະລັດນັ້ນ.

ທ່ານ ຈອນ ຣູສ ເອກອັກຄະລັດຖະທູດສະຫະລັດປະຈຳຍີ່ປຸ່ນ ເປັນຜູ້ຕາງໜ້າຂອງສະຫະ ລັດ ແຕ່ທ່ານບໍ່ໄດ້ກ່າວຄຳປາໃສ. ສະຖານທູດສະຫະລັດທີ່ກຸງໂຕກຽວ ໄດ້ອອກຖະແຫລງ ການສະບັບນຶ່ງ ກ່າວວ່າ ທ່ານຣູສ ໄດ້ເຂົ້າຮ່ວມໃນພິທີເພື່ອສະແດງຄວາມເຄົາລົບນັບຖືຕໍ່ ຜູ້ໄດ້ຮັບເຄາະຮ້າຍທັງໝົດ ຈາກສົງຄາມນັ້ນ.

ທ່ານນາງຮິລແລຣີ ຄລິນຕັນກ່າວເມື່ອວັນພະຫັດວານນີ້ວ່າ ມັນເປັນ ການເໝາະສົມແລ້ວ ທີ່ທ່ານເອກອັກຄະລັດຖະທູດ ຣູສ ໄດ້ເຂົ້າຮ່ວມໃນພິທີດັ່ງກ່າວ ເພາະວ່າປະທານາທິບໍດີ ບາຣັກ ໂອບາມາ ມີຄວາມໝັ້ນໝາຍຕໍ່ໂລກ ທີ່ປອດອາວຸດນີວເຄລຍນ້ັນຢູ່ແລ້ວ.

XS
SM
MD
LG