ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນແລະໂຄງການ ອາຫານໂລກຊ່ວຍເຫລືອລາວ ໃຫ້ອາຫານບໍາລຸງ ແກ່ແມ່ແລະເດັກ


​ໂຄງການ​ຕໍ່ສູ້​ເພື່ອ​ຕ້ານ​ການ​ຂາດ​ສານ
​ອາຫານ​ໃນ​ແມ່​ແລະ​ເດັກ ທີ່​ດໍາ​ເນີນ​ໂຄງການ​ໂດຍອົງການ​ອາຫານ​ໂລກ​ ຫຼື WFP
ໃນ​ລາວ
​ໂຄງການ​ຕໍ່ສູ້​ເພື່ອ​ຕ້ານ​ການ​ຂາດ​ສານ ​ອາຫານ​ໃນ​ແມ່​ແລະ​ເດັກ ທີ່​ດໍາ​ເນີນ​ໂຄງການ​ໂດຍອົງການ​ອາຫານ​ໂລກ​ ຫຼື WFP ໃນ​ລາວ

ທາ​ງການ​ຍີ່ປຸ່ນ ຮ່ວມ​ມື​ກັບ​ໂຄງການ​ອາຫານ​ໂລກ ຫຼື WFP ​ໃຫ້ການ​ຊ່ວຍ​ເຫຼືອ​ລາວ​ໃນ​ ການຕໍ່ສູ້​ກັບ​ການ​ຂາດ​ສານ​ອາຫານ​ຂ​​ອງ​ແມ່​ແລ​​ະ​ເດັກ ສ່ວນ​ບັນດາ​ໂຮງຮຽນ​ໃນ​ອອສ​ເຕຣ​ເລຍ​ ກໍ​ປຸກ ລະດົມ​ໂຄງການ​ຕ້ານ​ຄວາ​ມອຶດຫິວ​ໃນ​ລາວ.

ທ່ານ​ນາງ ຈຸນ​ໂກະ ​ໂຢ​ໂກ​ຕະ ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ປະ​ຈໍາ​ລາວ ​ໄດ້ປະກາດ​
ໃຫ້ການ​ຊ່ວຍ​ເຫຼືອ​ລາວ​ໃນ​ມູນ​ຄ່າ 1 ລ້ານ​ໂດ​ລາ ​ຢ່າງ​ເປັນ​ທາງ​ການ ​ໃນ​ຕົ້ນ​ອາທິດ​ນີ້
​ໂດ​ຍການ​ຊ່ວຍ​ເຫຼືອ​ດັ່ງກ່າວ​ ຈະນໍາ​ໃຊ້​ເຂົ້າ​ໃນ​ໂຄງການ​ຕໍ່ສູ້​ເພື່ອ​ຕ້ານ​ການ​ຂາດ​ສານ
​ອາຫານ​ໃນ​ແມ່​ແລະ​ເດັກ ທີ່​ດໍາ​ເນີນ​ໂຄງການ​ໂດຍອົງການ​ອາຫານ​ໂລກ​ ຫຼື WFP
ໃນ​ລາວ.

​ການ​ຊ່ວຍ​ເຫຼືອ​ດັງ​ກ່າວ​ນີ້ ​ຈະ​ເຮັດ​ໃຫ້​ແມ່ຍິງ​ທີ່​ຖືພາ​ຈໍານວນ 2,400 ຄົນ ​ແລະ​ເດັກນ້ອຍ​
ທີ່​ເກີດ​ໃໝ່​ຈໍານວນ 7,000 ຄົນ ​ໃນ​ແຂວງ​ເຊ​ກອງ​ມີ​ໂອກາດ​ໄດ້​ຮັບ​ສານ​ອາຫານ​ທີ່​ຈໍາ​ເປັນ
​ຕໍ່​ຮ່າງກາຍ​ຢ່າງ​ຄົບ​ຖ້ວນ ​ເປັນ​ເວລາ​ຢ່າງ​ໜ້ອຍ 6 ​ເດືອນ ​ແລະ​ເພື່ອ​ຮັບປະກັນ​ວ່າການ​
ປະຕິບັດ​ງານ​ຈະ​ດໍາ​ເນີນ​ໄປຢ່າງ​ມີ​ປະສິດທິ​ຜົນ​ນັ້ນ WFP ກໍ​ຈະ​ທໍ​າການ​ເຝິກອົບ​ຮົມ​ພະ
ນັກງານ​ດ້ານສາທາລະນະ​ສຸກ​ ທັງ​ໃນ​ຂັ້ນ​ແຂວງ ຂັ້ນ​ເມືອງ ​ແລະ​ຂັ້ນ​ບ້ານ ​ເພື່ອ​ໃຫ້​ຮັບ
ຜິດ​ຊອບ​ໃນ​ການ​ຕິດຕາມ​ຜົນ​ການ​ດໍາ​ເນີນ​ງານ​ຢ່າງໃກ້ຊິດ​ອີກ​ດ້ວຍ.

ທ່ານ​ນາງ ຈຸນ​ໂກະ ​ໂຢ​ໂກ​ຕະ ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ປະ​ຈໍາ​ລາວ ​
ທ່ານ​ນາງ ຈຸນ​ໂກະ ​ໂຢ​ໂກ​ຕະ ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ປະ​ຈໍາ​ລາວ ​

ລັດຖະບານ​ຍີ່ປຸ່ນ​ໄດ້​ເລີ່​ມ​ໃຫ້
ການ​ຊ່ວຍ​ເຫຼືອ​ລາ​ວ ​ໃນ​ໂຄງ
ການ​ດັ່ງກ່າວ​ໂດຍ​ຜ່ານ WFP
ນັບ​ແຕ່​ປີ 2000 ​ເປັນ​ຕົ້ນ​ມາ ​
ຄິດ​ເປັນ​ມູນ​ຄ່າ​ລວມ 5 ລ້ານ​
ໂດ​ລາ ​ຊຶ່ງເປັນ​ການ​ຊ່ວຍ​ເຫຼື​ອ
​ໃນ​ຮູບ​ເຂົ້າສານ 6,800 ໂຕນ
ປາກະປ໋ອງ 270 ໂຕນ ​ແລະ
​ອາຫານ​ເສີມ 70 ໂຕນ ຊຶ່ງ​ກໍ
​ເຮັດ​ໃຫ້ WFP ສາມາດ​ຂະ
ຫຍາຍ​ໂຄງການ​ອາຫານ ​ເພື່​ອ
ສ້າງ​ອາຊີບ​ໃຫ້​ກັບ​ປະຊາຊົນ​
ລາວ​ທີ່​ຍາກຈົນ​ໄດ້​ຕື່ມອີກ​ດ້ວຍ.

ທາງ​ດ້ານ​ທ່ານ​ນາງ ​ເຈ​ສສິກາ
ວັດ​ສັນ ຕົວ​ແທນ​ໄວ​ໜຸ່ມ​ຂອງ
WFP ກໍ​ໄດ້ ຮ່ວມ​ກັບ School
Aid ທີ່​ເປັນ​ອົງການ​ບໍ່​ຫວັງ​ຜົນ
​ກໍາ​ໄລ ​ໃນ​ປະ​ເທດ​ອອສ​ເຕຣ​ເລຍ
​ແລະ​ກຸ່ມ​ພັດ​ທະນາ​ຈາກ​ທົ່ວ​ໂລກ
(GDG) ດໍາ​ເນີນ​ການ​ປຸກ​ລະດົມ​
ໃນໂຮງຮຽນ 7,000 ກວ່າແຫ່ງ
​ໃນ​ທົ່ວ​ປ​ະ​ເທ​ດອອສ​ເຕຣ​ເລຍ ​ເພື່ອ​ເສີມ​ສ້າງຄວາມ​ເຂົ້າໃຈ​ກ່ຽວ​ກັບ​ບັນຫາ​ຄວາ​ມອຶດຫິວ​ໃນ
​ໂລກ​ ໃຫ້​ກັບ​ນັກຮຽນ​ໃນ​ປະ​ເທ​ດອອສ​ເຕຣເລຍ ດ້ວຍ​ຫວັງ​ວ່າ​ຈະ​ສາມາດ​ຊັກ​ຊວນ​ໃຫ້​ມີ​ການ
​ບໍລິຈາກ​ແລະ​ປະກອບສ່ວນເຂົ້າ​ໃນ​ໂຄງການ​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ອາຫານ​ ແກ່​ບັນດາ​ນັກ
ຮຽນ​ທີ່​ຍາກຈົນ​ ແລະ​ອຶດຫິວ​ໃນ​ລາວ​ໃນ​ໄລຍະ​ຕໍ່​ໄປ​ນັ້ນ​ເອງ.

​ໃນ​ແຕ່ລະ​ປີ WFP ​ໄດ້​ໃຫ້ການ​ຊ່ວຍ​ເຫຼື​ອດ້ານ​ສະ​ບຽງອາຫານ​ແກ່​ນັກຮຽນ​ອະນຸບານ ​ແລະ
​ປະ​ຖົມ​ຈໍານວນ 150,000 ກວ່າ​ຄົນ ​ໃນ​ແຂວງ​ຜົ້ງສາລີ ຫຼວງ​ນໍ້າ​ທາ ອຸດົມໄຊ ສາລະ​ວັນ ອັດ​
ຕະປື ​ແລະ​ເຊ​ກອງ ຊຶ່ງ​ການດໍາ​ເນີນ​ໂຄງການ​ດັ່ງກ່າວ​ນີ້​ ກໍ​ໄດ້​ຮັບ​ການ​ປະກອບສ່ວນ​ຈາກ​ທາງ​
ການ​ສະຫະລັດ​ອາ​ເມຣິກາອີກດ້ວຍ​ເຊັ່ນ​ກັນ ກໍ​ຄື​ທາງ​ການ​ສະຫະລັດ ​ໄດ້​ໃຫ້ການຊ່ວຍ​ເຫຼືອ
​ດ້ານ​ສະບຽງ​ອາຫານ​ສໍາລັບ​ເດັກນ້ອຍນັກຮຽນ​ລະດັບ​ປະຖົມ​ ໃນ​ເຂດຊົນນະບົດ​ລາວ​ເປັນ
​ເວລາ 3 ປີ ຕິດ​ຕໍ່​ກັນ ​ໂດຍ​ມີ​ນັກ​ຮຽນ​ຫຼາຍ​ກວ່າ 152,000 ຄົນ​ໃນ​ເຂດ​ຊົນ​ນະ​ບົດ​ຂອງ​ລາວ
​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ສະບຽງອາຫານ​ຢ່າງ​ພຽງພໍ​ໃນ​ແຕ່​ລະ​ວັນ.

ທ.ນ. Karen B. Stewart ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ແຈກອາຫານຫວ່າງໃນຕອນເລີກຫລິ້ນໃນເຊົ້າ ໃຫ້ແກ່ເດັກນັກຮຽນ ຢູ່ ໂຮງຮຽນບ້ານນາບອນ. ນັບແຕ່ມີໂຄງການທີ່ໄດ້ຮັບການຊ່ວຍເຫລືອໂດຍ ສະຫະລັດເປັນຕົ້ນມາອັດຕານັກຮຽນມາໂຮງຮຽນເພີ້ມຂຶ້ນເກືອບເຕັມ 100%
ທ.ນ. Karen B. Stewart ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ແຈກອາຫານຫວ່າງໃນຕອນເລີກຫລິ້ນໃນເຊົ້າ ໃຫ້ແກ່ເດັກນັກຮຽນ ຢູ່ ໂຮງຮຽນບ້ານນາບອນ. ນັບແຕ່ມີໂຄງການທີ່ໄດ້ຮັບການຊ່ວຍເຫລືອໂດຍ ສະຫະລັດເປັນຕົ້ນມາອັດຕານັກຮຽນມາໂຮງຮຽນເພີ້ມຂຶ້ນເກືອບເຕັມ 100%

ດັ່ງ​ທີ່​ເຈົ້າໜ້າ​ທີ່​ໃນ​ກະຊວງ​ສຶກສາ
​ທິການ ​ແລະ​ກິລາ​ຂອງ​ລາວ ຊຶ່ງ​
ຮັບຜິດຊອບ​ການ​ປະສານ​ງານ
​ໃນ​ໂຄງການ​ດັ່ງກ່າວ​ນີ້​ໄດ້​ໃຫ້ການ
​ອະທິບາຍ​ວ່າ:

“ຖ້າ​ຫາ​ກວ່າ​ບໍ່​ມີ​ການ​ສະໜັບ
ສະໜຸນ​ຊ່ວຍ​ເຫຼືອ ລູກ​ຫຼານ​ຂອງ
​ພວກ​ເຮົາ​ຢາກ​ໄປ​ຮຽນ ​ແຕ່​ບໍ່​ມີ​
ອັນ​ກິນ ກໍ​ຈໍາ​ເປັນ​ຕ້ອງ​ໄປ​ນໍາ​ພໍ່​
ແມ່​ໄປ​ຊອກ​ຫາ​ຫຢູ່​ຫາ​ກິນ ​ແຕ່
​ເມື່ອ​ໄດ້​ຮັບ​ການ​ສະໜັບສະໜຸນ​
ຊ່ວຍ​ເຫຼືອ​ແລ້ວ ພໍ່​ແມ່​ກໍ​ພໍ​ໃຈ​ສົ່ງ
​ລູກ​ໄປຮຽນ ລູກ​ຫຼານ​ຂອງ​ພວກ
​ເຮົາ​ກະ​ພໍ​ໃຈ​ທີ່​ໄດ້​ມີ​ເຂົ້າກິນ​ອິ່ມ ມີ
​ກໍາລັງ​ວັງຊາ ມີ ​ເຫື່ອ​ມີ​ແຮງ​ໄປ​ຮຽນ​ເຕັມ​ເມັດ​ເຕັມ​ໜ່ວຍ ​ແລະ​ສາມາດ​ເຂົ້າຮຽນ​ແຕ່​ຕົ້ນ​ຈົນ​
ສຸດກົກ​ສຸດ​ປາຍ​ໄດ້.”

​ສໍາລັບ​ໃນ​ປີ​ທໍາ​ອິດ​ຂອງ​ໂຄງການ​ດັ່ງກ່າວ​ນີ້ ທາງ​ການ​ສະຫະລັດ​ກໍ​ຈະ​ໃຫ້ການ​ຊ່ວຍ​ເຫຼືອ​ເປັນ
ເຂົ້າສານ 1,610 ໂຕນ ນໍ້າມັນ​ພືດ 110 ໂຕນ ​ແລະອາຫານ​ເສີມ​ທີ່​ມີ​ສານ​ອາຫານ​ທັງ​ວິຕາ​ມິນ
​ແລະ​ແຮ່​ທາດ​ຊະນິດ​ຕ່າງໆ​ຢ່າງຄົບ​ຊຸດ​ໃນ​ປະລິມານ​ລວມ 560 ໂຕນ.

XS
SM
MD
LG