ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນຈະມອບເຮືອ 6 ລຳ ໃຫ້ ຫວຽດນາມ ໃນການຊ່ອຍເຫຼືອ ມູນຄ່າເກືອບ 5 ລ້ານດອລລ່າ


ລັດຖະມົນຕີ​ກະຊວງ​ການຕ່າງປະ​ເທດຍີ່​ປຸ່ນ ທ່ານ Fumio
Kishida ທີ່​ກຳລັງ​ຢ້ຽມ​ຢາມຫວຽດນາມ ກັບ​ ລັດຖະມົນຕີ​ກະຊວງແຜນການ​ແລະ​ການ​ລົງທຶນ ທ່ານ Bui Quang Vinh ຮ່ວມກັນເປີດການຖະແຫລງຂ່າວ ຫຼັງຈາກໄດ້ພົບກັນແລ້ວ ຢູ່ທີ່ ບ້ານພັກທາງການລັດ ໃນນະຄອນ ຮ່າໂນຍ, ວັນທີ 1 ສິງຫາ, 2014.
ລັດຖະມົນຕີ​ກະຊວງ​ການຕ່າງປະ​ເທດຍີ່​ປຸ່ນ ທ່ານ Fumio Kishida ທີ່​ກຳລັງ​ຢ້ຽມ​ຢາມຫວຽດນາມ ກັບ​ ລັດຖະມົນຕີ​ກະຊວງແຜນການ​ແລະ​ການ​ລົງທຶນ ທ່ານ Bui Quang Vinh ຮ່ວມກັນເປີດການຖະແຫລງຂ່າວ ຫຼັງຈາກໄດ້ພົບກັນແລ້ວ ຢູ່ທີ່ ບ້ານພັກທາງການລັດ ໃນນະຄອນ ຮ່າໂນຍ, ວັນທີ 1 ສິງຫາ, 2014.

ຍີ່ປຸ່ນ ຈະເອົາກຳ​ປັ່ນ​ທີ່​ໃຊ້​ແລ້ວ ໃຫ້ຫວຽດນາມ 6 ລຳ ​ອັນເປັນ
ສ່ວນ​ນຶ່ງ​ຂອງ​ການຊ່ອຍ​ເຫຼືອຊຸດ​ນຶ່ງ ​ເພື່ອ​ຊ່ວຍ​ປັບປຸງ​ຄວາມ​ໝັ້ນ
ຄົງ​ທາງ​ທະເລ ​ໃຫ້​ແກ່ປະ​ເທດເອເຊຍ​ຕາອອກສຽງ​ໃຕ້​ແຫ່ງ​ນັ້ນ.

ການ​ຊ່ອຍ​ເຫຼືອດັ່ງກ່າວ​ໄດ້​ຖືກ​ລົງ​ນາມກັນ ​ໃນ​ວັນ​ສຸກ​ວານ​ນີ້ ​
ໂດຍ​ລັດຖະມົນຕີ​ກະຊວງ​ການຕ່າງປະ​ເທດຍີ່​ປຸ່ນ ທ່ານ Fumio
Kishida ທີ່​ກຳລັງ​ຢ້ຽມ​ຢາມຫວຽດນາມ ກັບ​ ລັດຖະມົນຕີ​ກະຊວງ
​ແຜນການ​ແລະ​ການ​ລົງທຶນ ທ່ານ Bui Quang Vinh ຊຶ່ງມີ​ມູນ​ຄ່າ​
ປະມານ 5 ລ້ານ​ດອລລ່າ. ພ້ອມ​ກັບ​ເຮືອ​ເຫລົ່ານັ້ນ ຍີ່ປຸ່ນ​ຈະໃຫ້
​ການ​ເຝິກອົບຮົມ ​ແລະອຸປະ​ກອນ​ເພື່ອ​ຊ່ອຍ​ໃນ​ຄວາມ​ພະຍາ​ຍາມ
ເຝົ້າເບິ່ງ​ ຂອງກອງທະຫານຍາມ​ຝັ່ງ ​ແລະພາກສ່ວນ​ການ​ປະມົງ​
ຂອງຫວຽດນາມ​.

ການ​ຊ່ອຍ​ເຫຼືອນີ້ມີ​ຂຶ້ນ ​ໃນຂະນະ​ທີ່​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ​ກັບ​ຈີນ ​ໄດ້ຕົກ​ລົງ
ສູ່​ຈຸດຕ່ຳທີ່​ສຸດ ໃນ​ຮອບຫລາຍ​ປີ ອັນ​ເປັນ​ຜົນ​ສືບ​ເນື່ອງ​ມາ​ຈາກ​ ການ​ຕິດ​ຕັ້ງຖານເຈາະ​ນ້ຳ
ມັນ​ຂະຫ​ນາດ​ໃຫຍ່ຂອງ​ຈີນ ​ໃນຕົ້ນ​ເດືອນພຶດສະພາ​ທີ່​ຜ່ານ​ມາ ຢູ່​ໃກ້​ໝູ່​ເກາະ Paracel
ທີ່ຫວຽດ ນາມ​ກໍ​ອ້າງ​ເອົາ​ກຳມະສິດ​ເຊັ່ນ​ດຽວ​ກັນນັ້ນ.

ຈີນ​ໄດ້​ອ້າງ​ເອົາ​ກຳມະສິດ​ ​ໃນເກືອບ​ວ່າ​ທັງ​ໝົດ ຂອງ​ທະ​ເລ​ຈີນ​ໃຕ້ ຊຶ່ງ​ເຮັດໃຫ້​ຈີນຂັດ
​ແຍ້​ງກັນ​ກັບ ປະ​ເທດ​ອື່ນໆ​ໃນ​ຂົງ​ເຂດ ຮວມ​ທັງ​ຍີ່ປຸ່ນ​ນຳ.

XS
SM
MD
LG