ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຍີ່ປຸ່ນ ເພີ້ມການຊ່ວຍເຫຼືອ ແກ່ ໂຮງໄຟຟ້າ Fukushima (ວີດິໂອ/ສະໄລດ໌)


ສະມາຊິກຂອງເທດສະບານ Fukushima, ທີ່ຕິດຕາມເບິ່ງການຮື້ຖອນໂຮງງານນິວເຄລຍ ຢ່າງປອດໄພ, ກວດກາສະຖານທີ່ກໍ່ສ້າງສິ່ງກັນຊາຍຝັ່ງທະເລ ໃນວັນທີ 6 ສິງຫາ 2013.
ສະມາຊິກຂອງເທດສະບານ Fukushima, ທີ່ຕິດຕາມເບິ່ງການຮື້ຖອນໂຮງງານນິວເຄລຍ ຢ່າງປອດໄພ, ກວດກາສະຖານທີ່ກໍ່ສ້າງສິ່ງກັນຊາຍຝັ່ງທະເລ ໃນວັນທີ 6 ສິງຫາ 2013.
ລັດຖະບານຍີ່ປຸ່ນ ກໍາລັງ​ເພີ້ມການດໍາເນີນຄວາມພະຍາຍາມ
ຂອງຕົນຂຶ້ນ ເພື່ອຊ່ວຍໂຮງໄຟຟ້ານີວເຄລຍ Fukushima
ທີ່ມີບັນຫານັ້ນ ຮັບມືກັບການຮົ່ວໄຫລຂອງນໍ້າທີ່ມີ​ກຳ​ມັນ​ຕະ
ພາບ​ລັງສີ.

​ໃນ​ວັນ​ພຸດ​ມື້ນີ້ ນາຍົກລັດຖະມົນຕີ Shinzo Abe ໄດ້ຊີ້ນໍາລັດ
ຖະບານຂອງທ່ານ ໃຫ້ເອົາບົດບາດ​ເພີ້ມຂຶ້ນ ໃນການຊ່ວຍບໍລິ
ສັດພະລັງງານໄຟຟ້າໂຕກຽວ ຫລື TEPCO ຮັບມືກັບບັນຫາ
ທີ່ທ່ານເວົ້າວ່າ “ຮີບດ່ວນ. ນັ້ນ” ທ່ານກ່າວຕື່ມວ່າ:

“ຄວາມໝັ້ນຄົງຂອງໂຮງ​ໄຟຟ້າ Fukushima ເປັນສິ່ງ
ທ້າທາຍຕໍ່ພວກເຮົາ. ຕົວຈິງ ກໍຄື ນໍ້າທີ່ມີ​ກຳ​ມັນ​ຕະພາບ​ລັງສີ ແມ່ນເປັນບັນຫາ
ຮີບດ່ວນ ທີ່ໄດ້ເຮັດໃຫ້ມີຄວາມສົນໃຈຢ່າງ ໃຫຍ່ຫລວງຈາກປວງຊົນ. ສິ່ງນີ້ບໍ່
ແມ່ນບັນຫາທີ່ພວກເຮົາສາມາດປ່ອຍໃຫ້ TEPCO ຮັບຜິດຊອບເອົາທັງໝົດ ແລະພວກເຮົາຈະຕ້ອງຮັບມືກັບບັນຫາດັ່ງກ່າວໃນລະດັບຊາດ.”


ທ່ານ Abe ເວົ້າວ່າ ທ່ານໄດ້ໃຫ້ຄໍາແນະນໍາແກ່ລັດຖະມົນຕີກະຊວງເສດຖະກິດ, ກະຊວງ
ການຄ້າ ແລະອຸດສະຫະກໍາ ໃຫ້ຊຸກຍູ້ TEPCO ແກ້ໄຂບັນຫາການຮົ່ວໄຫລດັ່ງກ່າວ​ຢ່າງ
ວ່ອງໄວ ຕະຫລອດທັງໃຫ້ມີຍຸດທະສາດຂອງຕົນໃນການຮັບມືກັບບັນຫາທີ່​ວ່າ​ນີ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:



ພວກຄົນງານ ກໍາລັງປະເຊີນກັບຄວາມຫຍຸ້ງຍາກ ໃນການປ້ອງ​ກັນ​ບໍ່ໃຫ້ນໍ້າທີ່ມີ​ກຳມັນຕະ
ພາບລັງສີ ຮົ່ວໄຫລອອກຈາກຖັງທີ່ສ້າງພິ​ເສດຢູ່ໃຕ້ດິນ, ໄປຫາມະຫາສະມຸດ. ສ່ວນ TEPCO ກໍຍອມຮັບວ່າ ນໍ້າຈໍານວນນຶ່ງ ທີ່ໃຊ້ເພື່ອເຮັດຄວາມ​ເຢັນໃຫ້​ແກ່ເຕົາແຍກນິວ ​ເຄລັຍ ທີ່ເປ່ເພນັ້ນ ໄດ້ຮົ່ວອອກໄປຂ້າງນອກຂອງໂຮງງານແລ້ວ.

ລັດຖະບານ​ໄດ້​ເປີດ​ເຜີຍ​ໃນ​ວັນ​ພຸດ​ມື້ນີ້ວ່າ ຕົນ​ເຊື່ອ​ວ່າ​ໂຮງ​ໄຟຟ້າ Fukushima ມີ​ນໍ້າທີ່​
ມີກຳ​ມັນ​ຕະພາບ​ລັງສີ​ຢ່າງ​ໜ້ອຍ 300 ​ໂຕນ​ ໄດ້ຮົ່ວ​ໄຫຼ​ໃນ​ທຸກໆ​ມື້ ອອກ​ໄປ​ໃສ່​ມະຫາ​ສະມຸດ.

ປະມວນພາບກ່ຽວກັບໂຮງໄຟຟ້ານີວເຄລຍ Fukushima:

XS
SM
MD
LG