ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

5 ຄົນ ເສຍຊີວິດ ຍ້ອນເຫດນໍ້າຖ້ວມ ໃນຍີ່ປຸ່ນ (ວີດິໂອ)


ກອງກໍາລັງປ້ອງກັນຕົນເອງຂອງຍີ່ປຸ່ນ ຊອກຫາຜູ້ຫາຍສາບສູນ ຢູ່ໃກ້ເຮືອນທີ່ເປ່ເພ ລຸນຫລັງທີ່ຕົມເຈື່ອນທັບຢູ່ Senboku, ເທດສະບານ Akita ໃນວັນທີ 10 ສິງຫາ 2013
ກອງກໍາລັງປ້ອງກັນຕົນເອງຂອງຍີ່ປຸ່ນ ຊອກຫາຜູ້ຫາຍສາບສູນ ຢູ່ໃກ້ເຮືອນທີ່ເປ່ເພ ລຸນຫລັງທີ່ຕົມເຈື່ອນທັບຢູ່ Senboku, ເທດສະບານ Akita ໃນວັນທີ 10 ສິງຫາ 2013
ເຈົ້າໜ້າທີ່ໃນຍີ່ປຸ່ນເວົ້າວ່າ ຝົນຕົກໜັກໄດ້ເຮັດໃຫ້ເກີດໄພນໍ້າ
ຖ້ວມທີ່ພາໃຫ້ຢ່າງໜ້ອຍຫ້າຄົນເສຍຊີວິດ ແລະອີກສອງຄົນ
ຫາຍສາບສູນ ຢູ່ເຂດເໜືອຂອງປະເທດ.

ເຈົ້າໜ້າທີ່ເວົ້າອີກວ່າ ພວກກູ້ໄພໄດ້ພົບສົບຜູ້ເຄາະຮ້າຍ 3
ຄົນຢູ່ໃນເຮືອນທີ່ຖືກຂີ້ຕົມເຈື່ອນທັບຢູ່ໃນເມືອງ Senoboku.

ຜູ້ທີ 4 ກໍໄດ້ເສຍຊີວິດ ຍ້ອນເຫດຕົມເຈື່ອນທັບເຊັ່ນກັນ ຢູ່ໃນເມືອງ Hanamaki. ສ່ວນ
ຜູ້ໄດ້ຮັບເຄາະຮ້າຍ ຄົນທີ 5 ໄດ້ຖືກດຶງອອກມາຈາກ ແມ່ນໍ້າສາຍນຶ່ງ ຢູ່ໃນເມືອງ Nishiwaga.

ໄພນໍ້າຖ້ວມຢ່າງໜັກຢູ່ໃນເມືອງ Yahaba ໄດ້ບັງຄັບໃຫ້ຫລາຍຮ້ອຍຄົນໜີອອກຈາກບ້ານ
ເຮືອນຂອງຕົນ ໄປຢູ່ໃນບ່ອນພັກຊົ່ວຄາວ ແຕ່ວ່າ ຍັງບໍ່ມີລາຍງານໃນທັນທີ​ນີ້​ເທື່ອ ກ່ຽວກັບ
ຄົນໄດ້ຮັບບາດເຈັບຫຼືເສຍຊີວິດ ​ໃນ​ເມືອງ​ນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

 ວີດິໂອ-ໄພນໍ້າຖ້ວມ ທີ່ຍີ່ປຸ່ນ
please wait

No media source currently available

0:00 0:00:42 0:00

Officials in Japan say heavy rains caused flooding that has left at least five people dead and two missing in the northern region.

Authorities say rescuers found three victims inside a house destroyed by mudslides in the town of Senoboku.

A fourth person also died from a mudslide incident in the town of Hanamaki. The fifth victim was pulled from a river in the town of Nishiwaga.

Heavy flooding in the town of Yahaba forced hundreds of people from their homes and into shelters, but there have been no immediate reports of casualties there.
XS
SM
MD
LG