ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ຫຼຸດເປົ້າໝາຍ ໃນການປ່ອຍ ແກັສເຮືອນແກ້ວ


ໃບພັດລົມ ທີ່ມີຊື່ວ່າ Fukushima Mirai ສາມາດແນມເຫັນ ຫ່າງຈາກແຄມຝັ່ງຂອງເຂດ Naraha ປະມານ 20 ກິໂລແມັດ.
ໃບພັດລົມ ທີ່ມີຊື່ວ່າ Fukushima Mirai ສາມາດແນມເຫັນ ຫ່າງຈາກແຄມຝັ່ງຂອງເຂດ Naraha ປະມານ 20 ກິໂລແມັດ.
ຍີ່ປຸ່ນ ໄດ້ຕັດເປົ້າໝາຍ ໃນການປ່ອຍແກັສເຮືອນແກ້ວລົງຢ່າງ
ຫຼວງຫຼາຍ ຫຼັງຈາກໄດ້ເກີດເຫດຮ້າຍ ຢູ່ທີ່ໂຮງໄຟຟ້ານິວເຄລຍ
Fukushima ຊຶ່ງບັງຄັບໃຫ້ຍີ່ປຸ່ນຕ້ອງໄດ້ກັບຄືນໄປໃຊ້ແຫຼ່ງພະ
ລັງງານ ໃນການຈູດເຜົາຖ່ານຫີນຄືນໃໝ່.

ທ່ານ Yoshihida Suga ຫົວໜ້າກອງເລຂາ ປະຈຳຄະນະລັດ
ຖະບານ ກ່າວຕໍ່ພວກນັກຂ່າວໃນວັນສຸກມື້ນີ້ວ່າ ເປົ້າໝາຍໃໝ່
ສຳລັບປີ 2020 ແມ່ນຮຽກຮ້ອງ ໃຫ້ຫລຸດຜ່ອນ ການປ່ອຍແກັສ
ເຮືອນແກ້ວລົງ 3.8 ເປີເຊັນຈາກລະດັບຂອງປີ 2005 ພາຍໃນ
ປີ 2020. ເປົ້າໝາຍເກົ່າແມ່ນຫລຸດການປ່ອຍແກັສດັ່ງກ່າວລົງ
25 ເປີເຊັນ ຈາກລະດັບຂອງຊຸມປີ 1990. ເປົ້າໝາຍໃໝ່ແມ່ນ
ເພີ້ມຂຶ້ນ 3 ເປີເຊັນຈາກລະດັບການປ່ອຍແກັສຂອງຊຸມປີ 1990.

ທ່ານ Suga ເວົ້າວ່າ ເປົ້າໝາຍເກົ່າທີ່ຕັ້ງໄວ້ໃນປີ 2009 ພາຍໃຕ້ລັດຖະບານທີ່ເປັນກາງ ອຽງຊ້າຍນັ້ນ ແມ່ນເປົ້າໝາຍທີ່ບໍ່ເປັນຈິງ.

ໂຮງໄຟຟ້ານິວເຄລຍ ຂອງຍີ່ປຸ່ນທັງໝົດ ໄດ້ຖືກສັ່ງໃຫ້ຢຸດແລ່ນ ເພື່ອກວດກາ ເບິ່ງຄວາມ ປອດໄພ ຫຼັງຈາກໄດ້ເກີດແຜ່ນດິນໄຫວແລະຟອງຍັກສຸນາມິ ເມື່ອເດືອນມີນາປີ 2011 ທີ່ ເຮັດໃຫ້ເຕົາປະຕິກອນຫຼືເຕົາແຍກນິວເຄລຍຢູ່ໂຮງໄຟຟ້າ Fukushima ໄດ້ເກີດການລະ ລາຍແລະພາໃຫ້ເກີດຄວາມບໍ່ເຊື່ອຖືໃນຂອບເຂດທີ່ກວ້າງຂວາງຕໍ່ນິວເຄລຍເທັກໂນໂລຈີ.
XS
SM
MD
LG