ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຜ່າຕັດຫົວໃຈ ພະເຈົ້າຈັກກະພັດ ຍີ່ປຸ່ນ ປະສົບຜົນສຳເລັດ


ພະເຈົ້າຈັກກະພັດ Akihito ແຫ່ງຍີ່ປຸ່ນ
ພະເຈົ້າຈັກກະພັດ Akihito ແຫ່ງຍີ່ປຸ່ນ

ພະ​ເຈົ້າຈັກກະພັດ​ Akihito ​ແຫ່ງ​ຍີ່ປຸ່ນ​ ຊົງໄດ້ທຳ​ການຜ່າຕັດ​ເສັ້ນ​ເລືອດ​ໃນ​ຫົວ​ໃຈ​ຢ່າງ​ເປັນ​
ຜົນ​ສໍາ​ເລັດ.

ອົງການຂ່າວ​ແຫ່ງ​ຊາດ NHK ກ່າວ​ວ່າ ການຜ່າຕັດ​ຢູ່ທີ່​ໂຮງ​ໝໍ​ ຂອງ​ມະຫາ​ວິທະຍາ​ໄລໂຕ
ກ​ຽວ ​ໃນ​ວັນ​ເສົາ​ມື້ນີ້​ ໄດ້​ໃຊ້​ເວລາ​ຢູ່ 5 ຊົ່ວ​ໂມງ.

ອົງການ​ຮັບຜິດ​ຊອບ​ ກ່ຽວ​ກັບ​ພະບໍລົມວົງສານຸວົງຂອງພະ​ເຈົ້າຈັກກະພັດ ກ່າວ​ວ່າ ຄະນະ
ພະຍາບານຈາກມະຫາ​ວິທະຍາ​ໄລ​ໂຕ​ກຽວ ຮ່ວມ​ດ້ວຍ​ຄະນະພະຍາບານ​ຈາກມະຫາວິທະ
ຍາ​ໄລຈັນ​ເທັ​ນ​ໂດະພາກັນດໍາ​ເນີນ​ການຜ່າຕັດໃຫ້ແກ່​ພະເຈົ້າຈັກກະພັດ​ທີ່​ມີ​ພະ​ຊົນມາຍຸ 78
ພັນ​ສາ.

ໝາຍ​ກຳນົດການຜ່າຕັດ​ໄດ້ມີ​ຂຶ້ນ ຫລັງ​ຈາກ​ການກວດ​ໃນອາທິດ​ແລ້ວ​ນີ້​ສະ​ແດງໃຫ້​ເຫັນ​ວ່າ
ສະພາບຫົວ​ໃຈ​ຂອງ​ເຈົ້າຈັກກະພັດ Akihito ​ໄດ້​ມີ​ອາການ​ຊຸດ​ໂຊມ​ລົງ​ກວ່າໃນ​ປີ​ທີ່​ຜ່ານ​ມາ.

XS
SM
MD
LG