ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍີ່ປຸ່ນປ່ອນບັດເອົາ ສະພາແຫ່ງຊາດຊຸດໃໝ່ (ສະໄລດ໌)


ເດັກຊາຍຜູ້ນຶ່ງເອົາບັດລົງຄະແນນສຽງຂອງແມ່ຕູ້ລາວ ໃສ່ໃນກ່ອງເກັບບັດເລືອກຕັ້ງ ຢູ່ສະຖານທີ່ປ່ອນບັດແຫ່ງນຶ່ງ ໃນນະຄອນໂຕກຽວ, ວັນອາທິດ ທີ 16 ທັນວາ 2012.
ເດັກຊາຍຜູ້ນຶ່ງເອົາບັດລົງຄະແນນສຽງຂອງແມ່ຕູ້ລາວ ໃສ່ໃນກ່ອງເກັບບັດເລືອກຕັ້ງ ຢູ່ສະຖານທີ່ປ່ອນບັດແຫ່ງນຶ່ງ ໃນນະຄອນໂຕກຽວ, ວັນອາທິດ ທີ 16 ທັນວາ 2012.
ຜູ້ມີ​ສິດເລືອກ​ຕັ້ງ​ຊາວຍີ່ປຸ່ນ ພາກັນໄປປ່ອນ​ບັດ ເອົາສະມາຊິກ
ສະພາ ໃນວັນອາທິດມື້ນີ້ ຢູ່ໃນການເລືອກຕັ້ງ ທີ່ພວກນັກວິເຄາະ
ເວົ້າວ່າ ອາດຈະນໍາ​ເອົາ ພວກຫົວອານຸລັກນິຍົມ ທີ່ເຄີຍຄອບ​ງໍາ​
ການ​ເມືອງ​ຂອງ​ຍີ່​ປຸ່ມ​ມາ​ກ່ອນ​ນັ້ນ ກັບຄືນມາກໍາອໍານາດອີກ ລຸນ
ຫລັງທີ່ມີ ການປົກຄອງຂອງພັກທີ່ນິຍົມກາງອຽງຊ້າຍມາເປັນເວ
ລາສາມປີແລ້ວ.

ຜົນການຢັ່ງຫາງສຽງກ່ອນການເລືອກຕັ້ງ ໂດຍໜັງສືພິມ​ໃຫຍ່ໆ​
ຂອງ​ຍີ່ປຸ່ນ ສະແດງໃຫ້ເຫັນວ່າ ພັກເສລີປະຊາທິປະໄຕ ຫລື
Liberal Democratic Party ຫົວອານຸລັກນິຍົມ ແລະນໍາພາ ໂດຍອະດີດນາຍົກລັດຖະມົນຕີ ທີ່ມັກທໍາສົງຄາມ ທ່ານ Shinzo
Abe ແມ່ນກໍາລັງຢູ່ໃນແຖວ ທີ່ຈະ​ສາມາດຍາດເອົາບ່ອນນັ່ງ
ສ່ວນຫລາຍ ຢູ່ໃນສະພາຕໍ່າທີ່ມີ 480 ບອ່ນນັ່ງຂອງສະພາແຫ່ງ ຊາດຍີ່ປຸ່ນນັ້ນ.

ຜົນຂອງການຢັ່ງຫາງສຽງຍັງສະແດງໃຫ້ເຫັນອີກວ່າ ພວກປ່ອນບັດເລືອກຕັ້ງ ບໍ່ພໍໃຈນໍາ ການຜັກດັນຂອງ ທ່ານ Yoshihiko Noda ນາຍົກລັດຖະມົນຕີທີ່ດໍາລົງຕໍາແໜ່ງຢູ່ໃນ ປັດຈຸບັນ ເພື່ອໃຫ້ມີການເພີ້ມພາສີຈາກການຂາຍ ຂຶ້ນເປັນສອງເທົ່າ ຊຶ່ງເປັນການ​ເຄື່ອນ​ໄຫວ ທີ່ທ່ານ Noda ອ້າງວ່າ ຈໍາເປັນເພື່ອໃຫ້ມີເງິນພໍຈ່າຍຄ່າປະກັນໄພສັງຄົມ ທີ່ກໍາລັງຖີບຕົວ
ສູງຂຶ້ນນັບມື້ ຢູ່ໃນປະເທດດັ່ງກ່າວ ທີ່ຈໍານວນພົນລະເມືອງກໍາລັງຫລຸດລົງຢ່າງໄວ ແລະເຖົ້າແກ່ຂຶ້ນ​ນັບ​ມື້ນັ້ນ.

ຍີ່ປຸ່ນ​ໄດ້​ຕົກຢູ່ໃນສະພາບເສດຖະກິດທີ່ຝືດເຄືອງ ມາໄດ້ສອງທົດສະວັດແລ້ວ ແລະຄວາມ ບໍ່ພໍໃຈຂອງຜູ້ປ່ອນບັດໃນປີ 2009 ໄດ້ເຮັດໃຫ້ພັກປະຊາທິປະ​ໄຕ​ແຫ່ງ​ຍີ່​ປຸນ ຫລື DPJ ຂອງທ່ານ Noda ຍາດເອົາອໍານາດ​ມາ​ໄດ້ ຈາກພວກຫົວອານຸລັກນິຍົມ ທີ່ໄດ້ຄອບງໍາ ການເມືອງຂອງຍີ່ປຸ່ນ ໃນຕະຫລອດເວລາສ່ວນ​ໃຫຍ່ຫລັງສົງຄາມໂລກຄັ້ງທີ 2 ນັ້ນ.

ສະໄລດ໌ພາບການປ່ອນບັດເລືອກຕັ້ງສະພາແຫ່ງຊາດໃນຍີ່ປຸ່ນ:

XS
SM
MD
LG