ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ປ່ອນບັດເອົາ ສະມາຊິກສະພາສູງ (ວີດິໂອ)


ແມ່ຍິງຊະລາຄົນນຶ່ງ ປ່ອນບັດເອົາ ສະມາຊິກສະພາສູງ ຢູ່ນະຄອນຫຼວງໂຕກຽວ, ວັນອາທິດ ທີ 21 ກໍລະກົດ 2013.
ແມ່ຍິງຊະລາຄົນນຶ່ງ ປ່ອນບັດເອົາ ສະມາຊິກສະພາສູງ ຢູ່ນະຄອນຫຼວງໂຕກຽວ, ວັນອາທິດ ທີ 21 ກໍລະກົດ 2013.
ສື່​ມວນ​ຊົ​ນ​ໃນ​ຍີ່ປຸ່ນ ພາກັນຄາດ​ຄະ​ເນ​ວ່າ ພັກ​ປະສົມຂອງ​ລັດ
ຖະບານ​ຍີ່ປຸ່ນ ຈະໄດ້​ຮັບ​ບ່ອນ​ນັ່ງສ່ວນ​ໃຫຍ່ໃນສະພາ​ສູງ​ຢ່າງ
​ງ່າຍດາຍ ​ໃນ​ການ​ເລືອກ​ຕັ້ງ​ໃນວັນ​ອາທິດ​ມື້​ນີ້.

​ໄຊຊະນະ​ໂດຍ​ພັກ​ປະຊາທິປັດ​ຂອງ​ນາຍົກລັດຖະມົນຕີ Shinzo Abe ​ແລະພາຄີ​ນ້ອຍ ຄື​ພັກ New Nomeito ນັ້ນ ​ແມ່ນຈະ​ອໍານວຍ​ໃຫ້​ພັກ​ປະສົມ​ຂອງທ່ານ​ອາ​ເບະ ຄວບຄຸມ​ຢູ່​ໃນ​ທັງສະພາ​ຕໍ່າ​ແລະສະພາ​ສູງຂອງ​ ສະພາ Diet. ຜົນ​ການ​ຢັ່ງ​ສຽງ​ພວກ​ທີ່​ອອກ​ມາ​ຈາກ​ບ່ອນ​ປ່ອນ​ບັດ ​ຊີ້​ແນະ​ວ່າ ​ພັກ​ປະສົມ​ຂອງ​ທ່ານ​ອາ​ເບະ ຈະ​ໄດ້​ຮັບຫຼາຍກວ່າ 7​0 ບ່ອນ​ນັ່ງ​ໃນ ຈໍານວນ 121 ບ່ອນນັ່ງ​ທີ່ເປັ​ນເດີມ​ພັນ​ຢູ່​ໃນ​ສະພາ​ສູງ​ໃນ​ວັນ​ອາທິດ​ມື້​ນີ້.

​ໄຊຊະນະ​ຄັ້ງ​ນີ້​ຄາດ​ວ່າ ຈະ​ຊ່ວຍຍຸຕິສະພາບການທີ່​ບໍ່ໄປ​ບໍ່​ມາ​ທາງ​ໃດຢູ່​ໃນ​ສະພາ ທີ່​ມີ
ມາ​ເປັນ​ເວລາຫົກ​ປີ​ແລ້ວນັ້ນ​ ​ແລະຈະ​ເຮັດ​ໃຫ້​ຄວາມ​ພະຍາຍາມຂອງທ່ານ​ອາ​ເບະ​ ທີ່ຈະ ຜັກ​ດັນ​ນະ​ໂຍບາຍຕ່າງໆ​ຂອງທ່ານໃຫ້​ຜ່ານ​ສະພາ​ ດໍາເນີນໄປໄດ້​ສະດວກ​ຍິ່ງ​ຂຶ້ນ.

ນາຍົກລັດຖະມົນຕີ ອາ​ເບະ ໄດ້​ຍົກ​ເອົາ​ການ​ຟື້ນ​ຟູ​ເສດຖະກິດ​ຄືນ​ ໃຫ້ເປັນ​ບຸລິ​ມະ​ສິດ​ສູງ​ສຸດ​ຂອງ​ທ່ານຕະຫຼອດມາ ນັບ​ຕັ້ງ​ແຕ່​ທ່ານເຂົ້າຮັບ​ຕໍາ​ແໜ່​ງ ເປັນເທື່ອ​ທີ່​ສອງ ຫຼັງຈາກ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຄັ້ງ​ຫຼ້າສຸດ ເມື່ອເດືອນ​ທັນ​ວາປີ​ຜ່ານ​ມາ.

Japan Elections
please wait
Embed

No media source currently available

0:00 0:00:33 0:00

Media projections show Japan's ruling coalition easily winning a majority of seats in the upper house of parliament in Sunday's election.

The win by Prime Minister Shinzo Abe's Democratic Party and the junior partner New Komeito will give Mr. Abe's coalition control of both houses of parliament. Exit polls indicate his coalition will win more than 70 of the 121 seats at stake in the upper house Sunday.

A victory is expected to help end six years of parliamentary deadlock and ease Mr. Abe's efforts to push through his policies.

The prime minister has made economic recovery his top priority since taking office for a second time after last December's general election.
XS
SM
MD
LG