ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວຍີ່ປຸ່ນປະກອບ ພິທີຂີດໝາຍ ຄົບຮອບນຶ່ງປີ ຂອງໄພແຜ່ນດິນໄຫວ ແລະຄື້ນຟອງສຸນາມິ (​ເບິ່ງ​ສະ​ໄລ​ດ໌)


ຊາວຍີ່ປຸ່ນຄອບຄົວນຶ່ງ ໄວ້ອາໄລ ແລະສວດມົນພາວະນາ ໃນໂອກາດ ເປັນຂີດໝາຍຄົບຮອບນຶ່ງປີ ຂອງໄພແຜ່ນດິນໄຫວ ແລະສຸນາມິ ເມື່ອປີ
ຜ່ານມາ.
ຊາວຍີ່ປຸ່ນຄອບຄົວນຶ່ງ ໄວ້ອາໄລ ແລະສວດມົນພາວະນາ ໃນໂອກາດ ເປັນຂີດໝາຍຄົບຮອບນຶ່ງປີ ຂອງໄພແຜ່ນດິນໄຫວ ແລະສຸນາມິ ເມື່ອປີ ຜ່ານມາ.

ຍີ່ປຸ່ນໄດ້​ຢຸດ​ຢູ່​ໃນ​ຄວາມ​ສະຫງົບ​ຊົ່ວ​ຂະນະ​ນຶ່ງ​ໃນວັນ​ອາທິດ​ມື້​ນີ້ ​ເພື່ອ​ເປັນ​ຂີດ​ໝາຍ​ຄົບ
ຮອບ​ປີ​ທໍາ​ອິດ​ຂອງ​ໄພ​ແຜ່ນດິນ​ໄຫວ ​ແລະ​ຄື້ນຟອງ​ສຸ​ນາ​ມິ ທີ່​ປະ​ທະ​ຍີ່​ປູ່​ນ​ເມື່ອ​ປີຜ່ານມາ
ທີ່​ຍັງຜົນ​ໃຫ້​ເກີດ​ວິ​ກິດ​ການ​ນີວ​ເຄລຍຄັ້ງ​ຮ້າຍ ​ແຮງ​ທີ່​ສຸດ​ໃນ​ປະວັດ​ສາດ.

ຈັກກະພັດ Akihito ​ໄດ້​ນໍາພາ​ປະຊາ​ຊົນ​ຫລາຍ​ລ້ານ​ຄົນ​ໄວ້ອາ​ໄລ​ແລະ​ສວດ​ມົນ​ພາວະນາ
ເມື່ອ​ວັນ​ອາທິດ​ມື້​ນີ້ ​ໃນ​ພິທີ​ທີ່​ຖ່າຍ​ທອດທາງ​ທີ​ວີ​ຈາກ​ນະຄອນຫລວງ​ໂຕກຽວ. ການ​ປະ
ກອບ​ພິທີ​ດັ່ງກ່າວ​ແມ່ນ​ໄດ້ຈັດ​ຂຶ້ນ​ໃນນາທີ​ດຽວ​ກັນກັບເວລາ​ເກີດ​ແຜ່ນດິນ​ໄຫວ​ດ້ວຍ​ຄວາມ
ແຮງ 9.0 ຣິກ​ເຕີ ຄື​ບ່າຍ 2 ​ໂມງກັບ 46 ນາທີ​ ຕາມ​ເວລາ​ໃນ​ທ້ອງ​ຖິ່ນ ທີ່ຕິດຕາມ​ມາ​ດ້ວຍ
ຄື້ນຟອງ​ຮຸນ​ແຮງ​ທີ່​ໄດ້​ເອົາ​ຊີວິດຫລາຍ​ກວ່າ 19,000 ຄົນ ​ແລະ​ຫາຍ​ສາບ​ສູນ​ອີກປະມານ
3,000 ຄົນ. ນອກ​ນີ້​ແລ້ວ ກໍ​ມີການ​ປະກອບ​ພິທີຕ່າງໆ​ຂອງ​ທາງ​ການ​ແລະທາງ​ສ່ວນ​ຕົວ
ຢູ່​ອ້ອມແອ້ມ​ເຂດ​ທີ່​ເກີດ​ໄພພິບັດ​ທາງ​ຝັ່ງ​ທະ​ເລກໍ້າ​ຕາ​ເວັນອອກສຽງ​ເໜືອ​ຂອງຍີ່ປຸ່ນ.

ຄື້ນຟອງ​ຍັກ​ສຸ​ນາ​ມິ​ໄດ້​ປະ​ທະ​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima Dai-ichi ທີ່​ຍັງ​ຜົນ​ໃຫ້
ເຕົາແຍກ​ປະລະມະ​ນູສາມ​ແຫ່ງ​ພັງ​ລົງ ​ຊຶ່ງ​ສົ່ງຜົນ​ໃຫ້ພື້ນ​ທີ່ບາງ​ແຫ່ງ ​ບໍ່ສາມາດຢູ່​ອາ​ໃສ​ໄດ້​
ໃນ​ອີກ​ຫລາຍ​ສິບ​ປີ ​ເນຶ່ອງຈາກ​ລະດັບກໍາ​ມັນ​ຕະພາບ​ລັງສີ​ທີ່​ຮົ່ວ​ໄຫລ​ອອກ​ຈາກ​ເຕົາ​ແຍກ​
ປະລະມະນູທີ່​ເພພັງ​ລົງນັ້ນ. ນຶ່ງ​ປີ​ຕໍ່​ມາ ພວກ​ປະຊາຊົນ​ຍັງ​ພາກັນ​ອາ​ໃສ​ຢູ່​ໃນ​ທີ່​ພັກ​ຊົ່ວ​ຄາວ.
ຫລາຍ​ຄົນ​ກໍ​ຍັງ​ບໍ່​ມີ​ວຽກ​ເຮັດງານ​ທໍາ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າດິ້ນຮົນ​ຂົນຂວາ​ຍ ​ເພື່ອ​ຟື້ນ
ຊີວິດ​ຄືນ​ມາໃໝ່.

ຂະນະ​ດຽວ​ກັນ​ ​ໃນ​ວັນອາທິດ​ມື້​ນີ້ ພວກ​ປະ​ທ້ວງ​ຕໍ່ຕ້ານ​ນີວ​ເຄລຍປະມານ 50 ຄົນ​ໄດ້​ໄປ
ໂຮມຊຸມນຸມກັນ​ຢູ່​ທີ່ໜ້າ​ຕຶກ​ສໍານັກງາ​ນ​ບໍລິສັດ​ໄຟຟ້າ Tokyo Electric Power
Company ຊຶ່ງ​ເປັນ​ບໍ​ລິ​ສັດທີ່​ບໍລິຫານ​ໂຮງງານ​ນີວ​ເຄລຍ Fukushima ທີ່ໃຊ້​ການ​ບໍ່​ໄດ້​
ແລ້ວ​ນັ້ນ. ພວກ​ປະ​ທ້ວງ​ພາກັນ​ຮ້ອງ​ໂຮ​ຄໍາ​ຂວັນ​ ທີ່​ທວງ​ໃຫ້ອັດໂຮງງານ​ນີວ​ເຄລຍທັງ​ໝົດ
ລົງ ​ແລະ​ໃຫ້​ທັບ​ມ້າງ ບໍລິສັດ​ບໍລິການໄຟຟ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຊາດ​ນັ້ນ​ເສຍ.

XS
SM
MD
LG