ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນປ່ຽນນະໂຍບາຍປ້ອງກັນປະເທດ


ແຜນທີ່ປະເທດຍີ່ປຸ່ນ
ແຜນທີ່ປະເທດຍີ່ປຸ່ນ

ຍີ່ປຸ່ນໄດ້ປະກາດນະໂຍບາຍປ້ອງກັນປະເທດໃໝ່ ທີ່ຫັນປ່ຽນບູລິມມະສິດຈາກໄພຂົ່ມຂູ່ ໃນ
ສະໄໝສົງຄາມເຢັນຂອງຣັດເຊຍ ໄປໃສ່ການມີອິດທິພົນເພີ່ມຂຶ້ນທາງທະຫານຂອງຈີນແລະ
ໄພຂົ່ມຂູ່ຈາກລູກສອນໄຟຂອງເກົາຫຼີເໜືອ.

ໂຄງການກ່ຽວກັບນະໂຍບາຍປ້ອງກັນຊາດຂອງຍີ່ປຸ່ນ ທີ່ປະກາດໃນວັນສຸກມື້ນີ້ ໄດ້ວາດ
ພາບຈີນວ່າເປັນໄພຂົ່ມຂູ່ທີ່ໃຫຍ່ກວ່າຣັດເຊຍ ໂດຍອ້າງເຖິງການເສີມສ້າງແສນຍານຸພາບ
ທາງກອງທັບ ຢ່າງວ່ອງໄວຂອງປັກກິ່ງແລະຂະຫຍາຍກິດຈະການຢູ່ໃນເຂດນ່ານນໍ້າຂອງ
ບັນດາປະເທດເພື່ອນບ້ານ.

ປັກກິ່ງໄດ້ທຳການຕອບໂຕ້ຢ່າງໄວວາ ໂດຍກ່າວຫາຍີ່ປຸ່ນວ່າ ທຳການກ່າວອ້າງຢ່າງຜິດ
ພາດເພື່ອຫັນເຫຫາງສຽງຂອງນາໆຊາດ. ທ່ານນາງຈຽງຢູ່ ໂຄສົກກະຊວງການຕ່າງປະ
ເທດຈີນກ່າວວ່າ ບໍ່ມີປະເທດໃດມີສິດທີ່ຈະໃຫ້ຄວາມຄິດຄວາມເຫັນກ່ຽວກັບການພັດທະ
ນາຂອງຈີນ.

ນອກນັ້ນ ລາຍງານຍັງໄດ້ນຳສະເໜີ ການເອົາທ່າທີໃໝ່ໃນດ້ານປ້ອງກັນປະເທດຂອງຍີ່
ປຸ່ນໂດຍສົ່ງເສີມໃຫ້ມີການຕອບໂຕ້ ແບບພິກແພງຫຼາຍຂຶ້ນ ຕໍ່ໄພຂົ່ມຂູ່ຕ່າງໆຮວມທັງ
ການກໍ່ການຮ້າຍແລະໄພຂົ່ມຂູ່ຈາກລູກສອນໄຟຂອງເກົາຫຼີເໜືອຂະນະທີ່ເສີມຂະຫຍາຍ
ຄວາມໝັ້ນຄົງ ຢູ່ໃນບໍລິເວນອ້ອມແອ້ມເກາະດອນທີ່ສອກຫຼີກຫ່າງໄກຂອງຕົນ.

XS
SM
MD
LG