ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຍີ່ປຸ່ນ ອາດສົ່ງ ເຈົ້າໜ້າທີ່ ໄປປະຈຳ ໝູ່ເກາະ ທີ່ຂັດແຍ້ງກັບຈີນ


ກໍາປັ່ນລົບຈີນ ແລະ ເຮືອຍາມຝັ່ງຍີ່ປຸ່ນ ກໍາລັງລາດຕະເວນ ຢູ່ໃນບໍລິເວນໝູ່ເກາະ ທີ່ມີການຂັດແຍ້ງກັນ
ກໍາປັ່ນລົບຈີນ ແລະ ເຮືອຍາມຝັ່ງຍີ່ປຸ່ນ ກໍາລັງລາດຕະເວນ ຢູ່ໃນບໍລິເວນໝູ່ເກາະ ທີ່ມີການຂັດແຍ້ງກັນ
ໂຄສົກ​ລັດຖະບານຍີ່ປຸ່ນ​ກ່າວ​ວ່າ ​ໂຕກ​ຽວຍັງ​ບໍ່​ທັນ​ປະຕິ​ເສດ​ເຖິງ​
ຄວາມເປັນ​ໄປ​ໄດ້ ກ່ຽວ​ກັບ​ການ​ທີ່​ຈະ​ສົ່ງ​ ບັນດາເຈົ້າ​ໜ້າ​ທີ່ ​ໄປ​
ປະຈຳ​ຢູ່ຕາມ​ໝູ່ເກາະ​ໝູ່​ດອນ ທີ່​ຈີນ​ກໍອ້າງ​ເອົາ​ກຳມະສິດ​ເຊັ່ນ
​ດຽວກັນ ທີ່​ເຮັດ​ໃຫ້​ກຸງ​ປັກ​ກິ່ງຕອບ​ໂຕ້​ດ້ວຍ​ຄວາ​ມ​ໂກດ​ແຄ້ນນັ້ນ.

ຫົວໜ້າ​ກອງ​ເລຂາ​ປະຈຳ​ຄະນະ​ລັດຖະບານ ທ່ານ Yoshihide
Suga ກ່າວ​ໃ​ນວັນ​ອັງຄານມື້ນີ້ ​ໃນ​ການ​ຕອບຄໍາ​ຖາມ​ຂອງນັກ​
ຂ່າວທີ່​ວ່າ ການ​ສົ່ງບັນດາພະນັກງານລັດຖະບານ​ໄປ​ປະຈຳ​ຢູ່​ໝູ່​
ເກາະ ​ທີ່​ມີ​ການ​ຂັດແຍ້​ງກັນນັ້ນ “​ແມ່ນ​ທາງ​ເລືອກ​ອັນ​ນຶ່ງ​.” ​ແຕ່
ທ່ານບໍ່​ໄດ້ໃຫ້ການ​ອະທິບາຍ​ເພີ້​ມ​ເຕີມ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ Hong Lei ​ໄດ້​ຕອບໂຕ້ ຢ່າງໄວໂດຍເຕືອນ
ວ່າຍີ່ປຸ່ນຈະຕ້ອງ “​ຮັບ​ເອົາ”​ ​ເອົາ​ຜົນ​ທີ່​ຈະ​ຕິດ ຕາມ​ມາ “ຖ້າ​ຫາກ​” ຍີ່ປຸ່ນ​ທຳ​ການ​ເຄື່ອນ​
ໄຫວ​ແບບ​ຂາດ​ຄວາມ​ຮັບຜິດ ຊອບ.”

ການ​ໃຫ້​ຄວາມ​ເຫັນ​ທີ່​ວ່າ​ນີ້ ມີ​ຂື້ນ​ມື້ນຶ່ງກ່ອນ ວັນຄົບ​ຮອບ​ນຶ່ງ​ປີ​ ທີ່​ຍີ່ປຸ່ນ ​ໄດ້​ຊື້ໝູ່​ເກາະ​ຈໍາ
ນວນນຶ່ງ​ຈາກ​ເຈົ້າຂອງທີ່​ເປັນ​ເອກ​ກະ​ຊົນຊາວ​ຍີ່ປຸ່ນ ຊຶ່ງ ​ເປັນການ​ເຄື່ອ​ນ​ໄຫວ ​ທີ່ກໍ່ໃຫ້
ເກີດ​ການປະທ້ວງ​ຢ່າງ​ໂກດ​ແຄ້ນ ຕໍ່ຕ້ານຍີ່ປຸ່ນ ​ໃ​ນຈີນ.

ນັບ​ແຕ່​ນັ້ນ​ມາ ຈີນ ​ໄດ້​ເພີ້​ມການ​ລາດຕະ​ເວນ ທັງທາງ​ອາກາດ ​ແລະ​ທາງ​ທະ​ເລ​ເປັນ​ປະ
ຈຳ​ ​ໄປຍັງ​ດິນ​ແດນ​ທີ່​ມີ​ການ​ຂັດ​ແຍ້​ງຢູ່​ໃນທະ​ເລ​ຈີນ​ຕາ​ເວັນ​ອອກ ທີ່​ພວກ​ນັກ​ຊ່ຽວຊານ
​ບາງ​ຄົນເຫັນວ່າເປັນພະຍາຍາ​ມ ​ເພື່ອທ້າ​ທາຍ ຍີ່ປຸ່ນທີ່​ຄວບ​ຄຸ​ມໝູ່​ເກາະເຫຼົ່ານີ້.

​ໃນ​ວັນ​ອັງຄານ​ມື້​ນີ້ ຍີ່ປຸ່ນ ​ໄດ້ຮ້ອງທຸກຢ່າງ​ເປັນ​ທາງ​ການ​ຕໍ່ກຸງ​ປັກ​ກິ່ງ ກ່ຽວ​ກັບການ​ປະກົດ​ໂຕ ​ຂອງກໍາລັດຖະບານ​ຈີນ 8 ລຳ ຢູ່​ທະ​ເລດັ່ງ ກ່າວ. ໜ່ວຍ​ຍາມ​ຝັ່ງຍີ່​ປຸ່ນ ກ່າວ​ວ່າ ນີ້​ເປັນກໍາ​ປັ່ນຝູງທີ່​ໃຫຍ່​ສຸດ ນັບ ແຕ່​ເດືອນ​ເມສາປີນີ້​ເປັນຕົ້ນມາ.​
XS
SM
MD
LG