ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍີ່ປຸ່ນ ສະແດງກຳລັງ ທາງທະຫານ ໃນການຊ້ອມລົບ ປະຈຳປີ (ວີດີໂອ)


JAPAN MILITARY DRILL VO
please wait

No media source currently available

0:00 0:01:09 0:00

ເບິ່ງວີດີໂອ ການຊ້ອມລົບ ຂອງ​ກຳລັງ ​ປ້ອງ​ກັນ​ຕົວຍີ່ປຸ່ນ

ລົດ​ຖັງຫຼາຍຄັນ​ ​ເຮ​ລິ​ຄອບ​ເຕີໂຈມ​ຕີຫຼາຍລຳແລະກອງ​ທະຫານ
ຂອງ​ຍີ່ປຸ່ນຈຳນວນນຶ່ງ ໄດ້ຍິງ​ຖະຫ​ຼົ່ມຕີນ​ພູ​ຂອງພູ​ Fuji ​ໃນ​ການ
ສະ​ແດງໃຫ້​ມວນ​ຊົນ​ເບິ່ງ ເຖິງຊັ້ນ​ເຊີງ ແລະອຸປະກອນທາງ​ທະ
ຫານຕ່າງໆ​ຂອງຍີ່ປຸ່ນ ທີ່​ຈະ​ຖືກ​ນຳ​ໃຊ້​ໃນການປ້ອງ​ກັນ​ເຂດນ້ຳ​
ແດນ​ດິນຂອງ​ຕົນ.

​ການ​ເຝິກຊ້ອມ​ທາງ​ທະຫານ ໃນ​ວັນ​ຈັນ​ວານ​ນີ້ ​ເປັນ​ພາກສ່ວນທີ່​ສຳຄັນ ​ແລະພາກສ່ວນ
​ສຸດ​ທ້າຍ ​ໃນ​ການ​ຊ້ອມລົບໃຊ້ລູກປືນແທ້​ປະຈຳ​ປີ​ ຂອງ​ກຳລັງ​ປ້ອງ​ກັນ​ຕົວຂອງຍີ່ປຸ່ນ ຢູ່​
ພາຍ​ໃຕ້​ເງົາ​ຂອງພູທີ່​ສູງ​ສຸດ​ ຂອງ​ປະເທດ.

ກອງທັບ​ຍີ່​ປຸ່ນ ມີ​ຄວາມກັງວົນ ກ່ຽວ​ກັບ​ຈີນ​ທີ່​ໄດ້​ເສີມ​ສ້າງກຳລັງຂອງ​ຕົນ ຫຼັງຈາກຫຼາຍທົດ
​ສະ​ວັດຜ່ານ​ມາ ຢູ່​ໃນເງົາທີ່ຕົນ​ໄດ້​ເສຍ​ໄຊໃນ​ສົງຄາມ​ໂລກ​ຄັ້ງທີສອງ​ນັ້ນ. ​ໂຕກ​ຽວ ເລີ້ມຫັນ ​ທິດກອງທັບ​ຂອງ​ຕົນ ​ໄປ​ຈາກ​ການ​ທີ່​ອາດຈະ​ຖືກ​ໂຈມ​ຕີ​ ໂດຍຣັດ​ເຊຍ ມາສູ່ການ​ປ້ອງ​ກັນ​ເຂດ​ນ້ຳ​ແດນ​ດິນ​ທາງ​ທະ​ເລ​ ທີ່ຍາວຢຽດອອກ​ໄປຫຼາຍພັນ​ມາຍ ​ເຖິງ​ໝູ່ເກາະ​ໃກ້ໆ​ກັບໄຕ້​ຫວັນ ຊຶ່ງ​ພວມເປັນບັນຫາຂັດ​ແຍ້​ງກັນ ​ທີ່​ຮ້ອນ​ແຮງ​ຂອງ​ຕົນ​ກັບ​ປັກ​ກິ່ງນັ້ນ.

ທ່າ​ທີ​ໃໝ່​ຂອງ​ຍີ່ປຸ່ນ​ນີ້ ​ໄດ້​ເຮັດ​ໃຫ້​ຄວາມ​ສຳພັນ​ລະຫວ່າງ ທັງ​ສອງ​ປະເທດ ທີ່ມີເສດຖະກິດ ໃຫຍ່​ທີ່​ສຸດ ​ໃນເອ​ເຊຍ ​ແລະ ຄູ່​ການ​ຄ້າ​ທີ່​ສະ​ນິດ​ສະໜົມນັ້ນ ມີຄວາມ​ເຄັ່ງ​ຕຶງ​ຂຶ້ນ.

Japanese tanks, attack helicopters and troops pounded the foothills of Mount Fuji in a public display of the tactics and equipment the nation's military would use to defend Japanese territories.

Monday's exercise was the main act and finale in the Self Defense Force's annual live fire exercises in the shadow of Japan's tallest peakD

Japan's military concern about China has boosted its prestige after decades in the shadows following the nation's defeat in World War Two. Tokyo has begun pivoting its' armed forces away from a possible military attact by Russia to defend a maritime territory that stretches thousands of miles to islets near Taiwan hotly disputed by both it and Beijing.

Japan's new posture has strained relations between Asia's two biggest economies and the region's closest trading partners.

XS
SM
MD
LG