ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອສອດແນມຂອງ ຈີນ ລ່ວງລ້ຳ ເຂົ້ານ່ານນ້ຳ ຂອງ ຍີ່ປຸ່ນ


ເຮືອບິນກອງທັບເຮືອປ້ອງກັນປະເທດຂອງ ຍີ່ປຸ່ນ ບິນຜ່ານເກາະທີ່ມີບັນຫາຂັດແຍ້ງ ຮູ້ຈັກດັ່ງກັບເກາະ Senkaku ໃນພາສາ ຍີ່ປຸ່ນ ແລະ Diaoyu ໃນພາສາ ຈີນ, ໃນທະເລ ຈີນຕາເວັນອອກ.
ເຮືອບິນກອງທັບເຮືອປ້ອງກັນປະເທດຂອງ ຍີ່ປຸ່ນ ບິນຜ່ານເກາະທີ່ມີບັນຫາຂັດແຍ້ງ ຮູ້ຈັກດັ່ງກັບເກາະ Senkaku ໃນພາສາ ຍີ່ປຸ່ນ ແລະ Diaoyu ໃນພາສາ ຈີນ, ໃນທະເລ ຈີນຕາເວັນອອກ.

ບັນດາເຈົ້າໜ້າທີ່ໃນນະຄອນຫຼວງ ໂຕກຽວ ກ່າວວ່າ ເຮືອສອດແນມຂອງ ຈີນ ໄດ້ ເດີນທາງເຂົ້າໃນນ່ານນ້ຳຂອງ ຍີ່ປຸ່ນ ໃນຕອນເຊົ້າຂອງວັນພຸດມື້ນີ້.

ເຮືອສອດແນມໄດ້ຖືກພົບເຫັນໃນເວລາປະມານ 3:30 ຕອນເຊົ້າຕາມເວລາໃນ ທ້ອງຖິ່ນຂອງວັນພຸດມື້ນີ້ ຢູ່ໃກ້ກັບເກາະ Kuchinoebaru ໃນພາກໃຕ້ຂອງປະ ເທດ ຍີ່ປຸ່ນ. ເຮືອລຳນັ້ນ ມີລາຍງານວ່າ ໄດ້ເດີນທາງອອກຈາກນ່ານນ້ຳດັ່ງ ກ່າວ 90 ນາທີຕໍ່ມາ.

ຈີນ ໄດ້ອ້າງວ່າຕົນປະຕິບັດການຕາມສິດທິທີ່​ຕົນ​ມີ​ຢູ່ ອີງຕາມກົດໝາຍສາກົນ ແລະ ສິດເສລີພາບໃນການເດີນເຮືອ.

ເຂດແດນທີ່ຕົກ​ເປັນ​ບັນຫາ ​ແມ່ນເຂດແບ່ງແຍກມະຫາສະໝຸດປາຊີຟິກ ແລະ ທະ ເລຈີນໃຕ້, ແລະບໍ່ໄດ້ຢູ່ໃນບໍລິ​ເວນເຂດແດນທີ່ມີການຂັດແຍ້ງໃນທະເລຈີນ ໃຕ້.

ຍີ່ປຸ່ນ ກ່ອນໜ້ານີ້ໄດ້ເຕືອນວ່າ ເຮືອຕ່າງປະເທດລຳໃດທີ່ເດີນທາງເຂົ້າ​ໄປໃນ ເຂດນ້ຳທີ່ຖືກອ້າງວ່າເປັນຂອງຕົນສຳລັບເຫດຜົນອື່ນໆນອກຈາກ “ການໂດຍ ສານທີ່ມີເຈຕະນາດີ” ຈະຖືກແນະນຳໃຫ້ເດີນທາງອອກໂດຍເຮືອລາດ ຕະເວນ ຂອງ ຍີ່ປຸ່ນ.

ໃນສັບປະດາທີ່ຜ່ານມາ ຍີ່ປຸ່ນ ໄດ້ໃຫ້ຄຳປະຕິຍາອັນໜັກແໜ້ນ ທີ່ຈະປົກປ້ອງ ເຂດແດນຂອງພວກເຂົາເຈົ້າ ຫຼັງຈາກເຮືອຮົບຂອງ ຈີນ ໄດ້ເດີນທາງເຂົ້າໃກ້ໝູ່ ເກາະທີ່ອ້າງເອົາກຳມະສິດໂດຍທັງສອງປະເທດ.

ກະຊວງປ້ອງກັນປະເທດຂອງ ຍີ່ປຸ່ນ ກ່າວວ່າ ເຮືອຂອງ ຈີນ ໄດ້ເດີນທາງເຂົ້າ ໃນເຂດຄຸ້ມຄອງ ທາງພາກຕາເວັນອອກສຽງເໜືອຂອງຢູ່ເກາະ Kuba, ເຊິ່ງ ເປັນ ສ່ວນໜຶ່ງຂອງໝູ່ເກາະ ທີ່ຮູ້ຈັກເປັນພາສາ ຍີ່ປຸ່ນ ວ່າ Senkaku ແລະ Dioayu ໃນພາສາ ຈີນ.

ອ່ານຂ່າວນີ້ຕືື່ມເປັນພາສາອັງກິດ

XS
SM
MD
LG