ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຍີ່ປຸ່ນ ປະນາມ ຈີນ ທີ່ເລັງເຣດ້າ ໃສ່ເຮືອຂອງຕົນ


ເຮືອ Yuudachi ຂອງກຳລັງປ້ອງກັນຕົນເອງທາງທະເລ ຂອງຍີ່ປຸ່ນ ທີ່ຖືກເຮືອຈີນ ເອົາເຄື່ອງເຣດ້າເລັງໃສ່
ເຮືອ Yuudachi ຂອງກຳລັງປ້ອງກັນຕົນເອງທາງທະເລ ຂອງຍີ່ປຸ່ນ ທີ່ຖືກເຮືອຈີນ ເອົາເຄື່ອງເຣດ້າເລັງໃສ່
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shizo Abe ເວົ້າວ່າ “ມັນ
ເປັນເລື້ອງໜ້າເສຍ ໃຈຫລາຍທີ່ສຸດ” ທີ່ກໍ່າປັ່ນລົບຂອງຈີນ ໄດ້ເອົາເຄື່ອງເຣດ້າເລັງໃສ່ຕຽມຍິງເຮືອລຳນຶ່ງຂອງກອງທັບ
ເຮືອຍີ່ປຸ່ນໃນອາທິດແລ້ວນີ້ ຢູ່ໃກ້ໝູ່ເກາະທີ່ເປັນບັນຫາຂັດ
ແຍ້ງກັນ.

ໃນການຖະແຫຼງຕໍ່ກອງປະຊຸມສະພາແຫ່ງຊາດໃນວັນພຸດມື້ນີ້
ທ່ານ Abe ເອີ້ນການເຄື່ອນໄຫວດັ່ງກ່າວວ່າ “ເປັນອັນຕະລາຍ”.
ທ່ານເວົ້າວ່າ ມັນອາດຈະນໍາ ໄປສູ່ການປະທະກັນແບບບັງເອີນ
ໄດ້ ແລະທ່ານກໍໄດ້ເຕືອນຈີນວ່າ ບໍ່ຄວນເຮັດໃຫ້ສະພາບການ ເພີ້ມທະວີຄວາມເຄັ່ງຕຶງຂຶ້ນໄປອີກ. ທ່ານກ່າວວ່າ:

“ໃນຂະນະທີ່ມີທ່າທາງວ່າ ມີຮ່ອງຮອຍສະແດງໃຫ້ເຫັນ
ເຖິງສະພາບການທີ່ດີ ຂຶ້ນເພື່ອກ້າວໄປສູ່ການພົບປະເຈລະຈາກັນເພີ້ມຕື່ມ ລະ ຫວ່າງຍີ່ປຸ່ນແລະຈີນແຕ່ການກະທໍາທີ່ເປັນການເກາະຜິດ ແຕ່ຝ່າຍດຽວແບບນີ້ ຂອງຈີນ ມັນເປັນເລື້ອງ ທີ່ໜ້າເສຍໃຈທີ່ສຸດ.”


ລັດຖະບານກຸງໂຕກຽວໄດ້ຍື່ນໜັງສືປະທ້ວງຕໍ່ຈີນ ກ່ຽວກັບເຫດການທີ່ເກີດຂຶ້ນ ໃນວັນທີ 30 ມັງກອນຜ່ານມາ ຊຶ່ງເປັນເຫດການຫລ້າສຸດ ຂອງການເພີ້ມທະວີຄວາມເຄັ່ງຕຶງທີ່ເປັນ ອັນຕະລາຍຂຶ້ນເປັນລຳດັບມາ ຢູ່ໃນການຂັດແຍ້ງທີ່ມີມາແຕ່ດົນນານຂອງປະເທດທັງສອງ ກ່ຽວກັບການອ້າງເອົາກໍາມະສິດເອົາໝູ່ເກາະ ຢູ່ໃນທະເລຈີນຕາເວັນອອກນັ້ນ.

ໃນວັນອັງຄານວານນີ້ ກະຊວງປ້ອງກັນປະເທດຍີ່ປຸ່ນເວົ້າວ່າ ຕົນຢືນຢັນວ່າເຮືອລົບຂອງ ກອງທັບເຮືອຈີນ ໄດ້ແນເຣດ້າ ທີ່ຕິດອາວຸດຂອງຕົນ ໃສ່ເຮືອລົບຍີ່ປຸ່ນ. ນອກນັ້ນແລ້ວ ກະ ຊວງດັ່ງກ່າວຍັງເວົ້າວ່າ ເຮືອບິນເຮລິຄອບເຈີຂອງຍີ່ປຸ່ນ ກໍໄດ້ຕົກເປັນເປົ້າຂອງເຣດ້າຈີນ ທີ່ແນໃສ່ຄ້າຍຄືກັນນີ້ ໃນເດືອນແລ້ວ.

ເມື່ອຖືກຖາມກ່ຽວກັບເຫດການດັ່ງກ່າວໃນວັນພຸດວານມື້ນີ້ ໂຄສົກປະຈໍາກະຊວງການ ຕ່າງປະເທດຈີນ ທ່ານນາງ Hua Chunying ເວົ້າວ່າ ທ່ານນາງບໍ່ຮູ້ລາຍລະອຽດກ່ຽວກັບ ເລື້ອງນີ້. ທ່ານນາງກ່າວອີກວ່າ ທ່ານນາງຮູ້ກ່ຽວກັບເຫດການ ດັ່ງກ່າວຜ່ານທາງລາຍງານ ຂ່າວຂອງສື່ມວນຊົນ.
XS
SM
MD
LG