ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍີ່ປຸ່ນ ປະທ້ວງຈີນ ທິ່ສົ່ງເຮືອ ເຂົ້າໄປ ໃນເຂດ ທີ່ຂັດແຍ້ງ


ແຜນທີ່ໝູ່ເກາະ Senkaku/Diaoyu ທີ່ບັນຫາຂັດແຍ້ງ ເລື້ອງເຂດນໍ້າແດນດິນ ກໍາລັງຟົດເດືອດ ລະຫວ່າງຈີນ ແລະຍີ່ປຸ່ນຢູ່ນັ້ນ
ແຜນທີ່ໝູ່ເກາະ Senkaku/Diaoyu ທີ່ບັນຫາຂັດແຍ້ງ ເລື້ອງເຂດນໍ້າແດນດິນ ກໍາລັງຟົດເດືອດ ລະຫວ່າງຈີນ ແລະຍີ່ປຸ່ນຢູ່ນັ້ນ
ຍີ່ປຸ່ນໄດ້ຮຽກຕົວເອກອັກຄະລັດຖະທູດຈີນເຂົ້າພົບ ເພື່ອປະ
ທ້ວງຕໍ່ການມີໜ້າຂອງກໍ່າປັ່ນ ລັດຖະບານຈີນ ຢູ່ໃກ້ໝູ່ເກາະ ທີ່ຕ່າງຝ່າຍຕ່າງກໍອ້າງກຳມະສິດໃນຂະນະທີ່ບັນຫາຂັດແຍ້ງ ເລື້ອງເຂດນໍ້າແດນດິນທີ່ກໍາລັງຟົດເດືອດຢູ່ນັ້ນ ສືບຕໍ່ສ້າງ
ຄວາມເສຍຫາຍໃຫ້ແກ່ສາຍພົວ ພັນລະຫວ່າງສອງປະເທດ ມະຫາອໍານາດໃນເຂດເອເຊຍ.

ກະຊວງການຕ່າງປະເທດ ໄດ້ທຳການ “ປະທ້ວງຢ່າງແຮງ”
ຕໍ່ຈີນໃນວັນອັງຄານມື້ນີ້ ໃນ ຂະນະທີ່ມີການພົບປະກັນລະ ຫວ່າງພວກເຈົ້າໜ້າທີ່ທາງການທູດຂັ້ນສູງຂອງສອງປະເທດ ແລະຮຽກຮ້ອງໃຫ້ລັດຖະບານປັກກິ່ງ ຍຸຕິການສົ່ງເຮືອໄປ
ຍັງໝູ່ເກາະທີ່ຢູ່ພາຍໃຕ້ການປົກຄອງຂອງຍີ່ປຸ່ນ.

ຍີ່ປຸ່ນເວົ້າວ່າ ເຮືອລາດຕະເວນທາງທະເລຂອງຈີນ 4 ລໍາໄດ້ເຂົ້າໄປໃນເຂດ ທີ່ຢູ່ອ້ອມ ແອ້ມ ໝູ່ເກາະທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະ ຊາດ ໃນວັນຈັນວານນີ້ ແລະ ກໍໄດ້ແລ່ນວົນວຽນຢູ່ທີ່ນັ້ນເປັນເວລາ 13 ຊົ່ວໂມງ. ຫົວໜ້າ ກອງເລຂາປະຈຳຄະນະລັດ ຖະບານຍີ່ປຸ່ນ ທ່ານ Yoshihide Suga ເອີ້ນການເຄື່ອນ ໄຫວດັ່ງກ່າວວ່າ “ເປັນສິ່ງທີ່ ຜິດປົກກະຕິທີ່ສຸດ” ແລະກໍ “ເປັນເລື້ອງທີ່ໜ້າເສຍໃຈ.”

ໃນໄລຍະສອງສາມເດືອນຜ່ານມານີ້ ຈີນໄດ້ສົ່ງເຮືອໄປໃນເຂດນ່ານນໍ້າ ທີ່ມີການຜິດຖຽງ ກັນຢູ່ນັ້ນ ຫລາຍຄັ້ງຫລາຍຫົນ ໃນສິ່ງທີ່ພວກນັກວິເຄາະບາງຄົນເວົ້າວ່າ ເປັນຄວາມພະ ຍາຍາມຂອງປັກກິ່ງ ທີ່ຈະສ້າງຕັ້ງຄວາມຈິງທີ່ວ່າ ເຂດດັ່ງກ່າວ ເປັນບ່ອນທີ່ຕົນຢາກໄປ ຫຼືມາຍາມໃດກໍໄດ້.

ຈີນໄດ້ມີຄວາມໂກດແຄ້ນ ລຸນຫລັງທີ່ຍີ່ປຸ່ນໄດ້ຊື້ໝູ່ເກາະດັ່ງກ່າວ ຈາກເຈົ້າຂອງດິນທີ່ເປັນ ເອກກະຊົນຊາວຍີ່ປຸ່ນ ໃນເດືອນກັນຍາຜ່ານມາ.
XS
SM
MD
LG