ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກເຄື່ອນໄຫວຍີ່ປຸ່ນ ລອຍນໍ້າໄປເກາະແຫ່ງນຶ່ງ ໃນທະເລຈີນໃຕ້ ເພື່ອປະທ້ວງ


ຊາວຍີ່ປຸ່ນ ປັກທຸງຍີ່ປຸ່ນ ຢູ່ເທິງເກາະແຫ່ງນຶ່ງ ໃນທະເລຈີນໃຕ້
ຊາວຍີ່ປຸ່ນ ປັກທຸງຍີ່ປຸ່ນ ຢູ່ເທິງເກາະແຫ່ງນຶ່ງ ໃນທະເລຈີນໃຕ້
ໃນວັນອາທິດມື້ນີ້ ນັກເຄື່ອນໄຫວຍີ່ປຸ່ນກຸ່ມນຶ່ງ ໄດ້ພາກັນ
ລອຍນໍ້າໄປຍັງເກາະແຫ່ງນຶ່ງ ທີ່ທັງຈີນແລະຍີ່ປຸ່ນຕ່າງກໍ
ອ້າງເອົາກໍາມະສິດນັ້ນ ເພື່ອປະທ້ວງ ໃນເວລາພຽງແຕ່ບໍ່
ພໍເທົ່າໃດວັນ ລຸນຫລັງທີ່ພວກຮັກຊາດຈີນຈາກຮົງກົງ ໄດ້ທໍາການປະທ້ວງແບບດຽວກັນນີ້.

ປະມານ 10 ຄົນ ຢູ່ໃນກຸ່ມທີ່ມີຫລາຍກວ່າ 100 ຄົນ ທີ່ຂີ່ເຮືອ
ໄປຍັງເກາະແຫ່ງນັ້ນ ໄດ້ພາກັນຂຶ້ນໄປເທິງເກາະທີ່ບໍ່ມີຄົນຢູ່
ອາໄສ ຢ່າງບໍ່ໄດ້ຮັບອານຸຍາດ ແລ້ວປັກທຸງຊາດຍີ່ປຸ່ນໃສ່
ກ່ອນຈະລອຍກັບຄືນໄປຫາເຮືອຂອງພວກເຂົາເຈົ້າ.

ອົງການຂ່າວຊິນຫົວຂອງທາງການຈີນ ລາຍງານຂ່າວໃນ
ວັນອາທິດມື້ນີ້ວ່າ ລັດຖະບານປັກກິ່ງ ໄດ້ທໍາການປະທ້ວງຢ່າງແຮງຕໍ່ຍີ່ປຸ່ນ ແລະຊຸກຍູ້
ໃຫ້ລັດຖະບານໂຕກຽວ ຢຸດການກະທໍາທີ່ຊອກບ່ອນທໍາລາຍ ອະທິປະໄຕ ບົນ ເຂດນໍ້າແດນດິນຂອງຈີນ.

ໃນວັນພຸດຜ່ານມານີ້ ນັກເຄື່ອນໄຫວຈີນກຸ່ມນຶ່ງ ໄດ້ເດີນທາງໄປຍັງເກາະດັ່ງກ່າວ ຢູ່ໃນ ເຂດທະເລຈີນຕາເວັນອອກນັ້ນ ແລະໄດ້ປັກທຸງຊາດ ແລະ ຮ້ອງເພງຊາດຈີນ ກ່ອນຈະ
ຖືກຈັບກຸມ ແລະຖືກກ່າວຫາວ່າຝ່າຝືນກົດໝາຍເຂົ້າເມືອງຂອງຍີ່ປຸ່ນ.

ລັດຖະບານກຸງໂຕກຽວໄດ້ເນລະເທດກຸ່ມດັ່ງກ່າວ ໃນວັນສຸກ ສອງມື້ຕໍ່ມາ ໂດຍບໍ່ໄດ້ທໍາ ການກ່າວຫາໃດໆ ຕໍ່ພວກເຂົາເຈົ້າ.
XS
SM
MD
LG