ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຍີ່ປຸ່ນ ເຕືອນວ່າ ຈີນມີຄວາມໝັ້ນໃຈ ທາງທະຫານ ຫຼາຍຂຶ້ນ


ແມ່ຍິງຈີນຄົນນຶ່ງ ລາກທຸງຊາດຍີ່ປຸ່ນ ໄປຕາມພື້ນດິນ ຂະນະທີ່ນາງຕິດຕາມກຸ່ມຊາວຈີນ ທີ່ຖືທຸງຊາດ ເດີນຂະບວນປະທ້ວງ ຢູ່ສະຖານທູດຍີ່ປຸ່ນ ໃນກຸງປັກກິ່ງ (18 ກັນຍາ 2012)
ແມ່ຍິງຈີນຄົນນຶ່ງ ລາກທຸງຊາດຍີ່ປຸ່ນ ໄປຕາມພື້ນດິນ ຂະນະທີ່ນາງຕິດຕາມກຸ່ມຊາວຈີນ ທີ່ຖືທຸງຊາດ ເດີນຂະບວນປະທ້ວງ ຢູ່ສະຖານທູດຍີ່ປຸ່ນ ໃນກຸງປັກກິ່ງ (18 ກັນຍາ 2012)
ການສຶກສາທີ່ໄດ້ຮັບທຶນຈາກລັດຖະບານຍີ່ປຸ່ນ ຊຶ່ງພິມເຜີຍແຜ່ ໃນວັນສຸກມື້ນີ້ເຕືອນວ່າຈີນມີຄວາມຢ້ານກົວໜ້ອຍລົງທີ່ຈະສ້າງ ຄວາມໂກດແຄ້ນໃຫ້ແກ່ບັນດາປະເທດເພື່ອນບ້ານຂະນະທີ່ປະ
ເທດດັ່ງກ່າວ ເສີມຂະຫຍາຍ ນະໂຍບາຍທາງທະເລ ທີ່ກ້າຫານ
ຫຼາຍຂຶ້ນ.

ລາຍງານປະຈຳປີ ຂອງສະຖາບັນການສຶກສາດ້ານປ້ອງກັນປະ
ເທດແຫ່ງຊາດ ເວົ້າວ່າ ຄວາມເຂັ້ມແຂງຂອງຊາດ ທີ່ມີເພີ້ມຂຶ້ນ ແລະຄວາມສາມາດທາງດ້ານທະຫານ ທີ່ໄດ້ຮັບການປັບປຸງໃຫ້
ດີຂຶ້ນຂອງຈີນ ແມ່ນຊ່ອຍຜັກດັນ ໃຫ້ປັກກິ່ງ ກ້າສະແດງອອກ
ດ້ວຍຄວາມໝັ້ນໃຈ.

ຄວາມສຳພັນລະຫວ່າງຈີນກັບຍີ່ປຸ່ນໄດ້ປະສົບກັບບັນຫານັບຕັ້ງແຕ່ເດືອນກັນຍາປີກາຍນີ້
ເປັນຕົ້ນມາ ເວລາຍີ່ປຸ່ນໄດ້ໂອນເປັນຂອງລັດຖະບານໝູ່ເກາະໝູ່ດອນແຫ່ງນຶ່ງ ໃນເຂດທະ ເລຈີນຕາເວັນອອກທີ່ໄດ້ກາຍເປັນຈຸດເພັ່ງເລັງໃນບັນຫາຂັດແຍ້ງລະຫວ່າງປະເທດທັງສອງ ມາເປັນເວລາຫຼາຍທົດສະວັດແລ້ວນັ້ນ.

ປັກກິ່ງໄດ້ຕອບໂຕ້ດ້ວຍຄວາມໂກດແຄ້ນໂດຍເລີ້ມສົ່ງກຳປັ່ນຂອງລັດຖະບານໄປລາດຕະ ເວນເປັນປະຈຳ ໃນບໍລິເວນໝູ່ເກາະ ທີ່ຄວບຄຸມໂດຍຍີ່ປຸ່ນດັ່ງກ່າວ ໃນອັນທີ່ພວກນັກສັງ ເກດການເວົ້າວ່າເປັນຄວາມພະຍາຍາມເພື່ອສ້າງຕັ້ງການຄວບຄຸມໂດຍພຶດຕິໄນຕໍ່ບໍລິເວນ
ທີ່ວ່ານີ້.

ລາຍງານຂອງຍີ່ປຸ່ນ ທີ່ອອກໃນວັນສຸກມື້ນີ້ເວົ້າວ່າ ມີຮ່ອງຮອຍຫລາຍໆຢ່າງກ່ຽວກັບການ ຮຸກຮານຂອງຈີນທີ່ເປັນຫຼັກຖານຢ່າງຈະແຈ້ງກ່ອນທີ່ຈະມີການຊື້ເກາະດັ່ງກ່າວ. ລາຍງານ ເວົ້າວ່າ ການກະທຳຂອງຈີນ ແມ່ນແຈ້ງຂາວ ສະແດງໃຫ້ເຫັນວ່າ ຈີນໄດ້ກະກຽມຢ່າງຮອບ ຄອບເພື່ອຈະອ້າງເອົາກຳມະສິດຂອງຕົນເໜືອໝູ່ເກາະນີ້ນັບແຕ່ຂັ້ນເລີ້ມຕົ້ນນັ້ນ.
XS
SM
MD
LG