ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍີ່ປຸ່ນ ແລະຈີນ ເຫັນດີ ໃຫ້ແກ້ໄຂ ຂໍ້ຂັດແຍ້ງ ເລື່ອງດິນແດນ ໂດຍທາງການທູດ


ອະດີດນາຍົກ ລັດຖະມົນຕີ ຍິີ່ປຸ່ນ ທ່ານ Yasuo Fukuda, (ຊ້າຍ) ປະທານ ສະມາຄົມ Boao ຂອງເອເຊຍ ພົບປະກັບ ປະທານປະເທດຈີນ ທ່ານ Xi Jinping.
ອະດີດນາຍົກ ລັດຖະມົນຕີ ຍິີ່ປຸ່ນ ທ່ານ Yasuo Fukuda, (ຊ້າຍ) ປະທານ ສະມາຄົມ Boao ຂອງເອເຊຍ ພົບປະກັບ ປະທານປະເທດຈີນ ທ່ານ Xi Jinping.

ຍີ່ປຸ່ນແລະ​ຈີນ ​ໄດ້​ເຫັນ​ດີ ໃຫ້​ຈັດ​ຕັ້ງກົນໄກ​ທາງ​ການ​ທູດ ​ເພື່ອ​
ຫລີ​ກລ່ຽງການ​ເພິ້ມທະ​ວີ ໃນການຂັດແຍ້ງ​ກ່ຽວ​ກັບ​ໝູ່​ເກາະທີ່​
ບໍ່​ມີ​ຄົນ​ອາ​ໄສ​ຢູ່​ນັ້ນ.

ການ​ຕົກລົງດັ່ງກ່າວ ​ໄດ້​ບັນລຸ​ໃນ​ວັນ​ສຸກ​ມື້​ນີ້ ​ຢູ່ກອງ​ປະຊຸມ​ທີ່
ນະຄອນ​ຫລວງ ປັກ​ກິ່ງ ລະຫວ່າງນັກການ​ທູດ​ສູງ​ສຸດ​ຂອງ​ຈີນ
ທ່ານ Yang Jiechi ​ແລະທີ່​ປຶກສາດ້ານ​ຄວາມໝັ້ນຄົງຂອງ
ຍີ່ປຸ່ນ ທ່ານ Shotaro Yachi.

ຂ່າວສານຂອງ​ຈີນທີ່​ເຜີຍ​ແຜ່​ສະບັບ​ນຶ່ງ ກ່າວ​ວ່າ ທັງ​ສອງ​ຝ່າຍ​
ຕົກ​ລົງ​ກັນ​ວ່າ ແຕ່ ລະຝ່າຍຍັງມີທ່າທີທີ່ແຕກຕ່າງກັນຢູ່ ​ກ່ຽວ
ກັບຄວາມ​ເຄັ່ງ​ຕຶງ​ ໃນໄລຍະ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່າ​ນມານີ້ຍ້ອນເລື່ອງໝູ່​ເກາະ ​ຢູ່ທະ​ເລ​ຈີນ​ຕາ​ເວັນອອກ ທີ່ຮູ້​ກັນ​ໃນຍີ່ປຸ່ນວ່າ Senkaku ​ແລະ​ໃນ​ຈີນວ່າຕຽວອີນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ທັງ​ສອງ​ຝ່າຍ​ໄດ້​ຕົກລົງ​ກັນ ​ທີ່ຈະເລີ້ມການສົນທະນາ ຫາລືເປັນ
ຂັ້ນໆ ທາງ​ດ້ານການເມືອງ ການ​ທູດ ​ແລະ​ ຄວາມ​ປອດ​ໄພ ​ພ້ອມທັງ ການດຳເນີນຄວາມ​
ພະຍາຍາມ​ເພື່ອເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານ​ການ​ເມືອງລະຫວ່າງກັນຄືນໃໝ່.

ໃນອີກດ້ານນຶ່ງນັ້ນ ສື່​ມວນ​ຊົນ​ຂອງຍີ່ປຸ່ນ​ລາຍ​ງານວ່າ ນາຍົກລັດຖະມົນຕີ Shinzo Abe
ອາດ​ຈະ​ພົບ​ປະ​ກັບປະທານ​ປະ​ເທດ​ຈີນ ທ່ານ Xi Jinping ຢູ່​ນອກ​ກອງ​ປະຊຸມສຸດ​ຍອດ
APEC ​ໃນ​ອາທິດ​ໜ້າ​ນີ້. ການ​ພົບ​ປະ​ດັ່ງກ່າວ ລະຫວ່າງ​ຜູ້ນຳ​ທັງ​ສອງ ຍັງ​ບໍ່​ທັນ​ໄດ້​ຮັບ
ການຢືນຢັນເທື່ອ​ ແລະອາດຈະມີການ ຕັ້ງເງື່ອນໄຂ​ລ່ວງ​ໜ້າບາງປະການກໍເປັນໄດ້.

ຍີ່ປຸ່ນ ​ແລະ​ຈີນ ​ໄດ້​ມີຄວາມສຳພັນ​ທີ່ເຄັ່ງຕຶງ ​ມາ​ເປັນ​ເວລາ​ດົນນານແລ້ວ ກ່ຽວ ກັບບັນຫາ
ຕ່າງໆຫລາຍປະການ.

Japan and China have agreed to establish a diplomatic mechanism to avoid an escalation of a dispute about a group of uninhabited islands.

The agreement was reached Friday during a meeting in Beijing between China's top diplomat, Yang Jiechi, and Japan's national security adviser, Shotaro Yachi.

A Chinese press release said the two sides agreed that different positions exist between them regarding tensions in recent years over the East China Sea islands known as Senkaku in Japan and Diaoyus in China.

Officials said the two sides agreed to gradually resume political, diplomatic and security dialogue and to make efforts to build political mutual trust.

In another development, Japanese media are reporting that Prime Minister Shinzo Abe may meet with Chinese President Xi Jinping on the sidelines of the APEC summit next week. Such a meeting between the two leaders has not been confirmed, and may require certain preconditions.

Japan and China have long had strained relations over various issues.

XS
SM
MD
LG