ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ຊອກຫາທາງ ຄວບຄຸມຈີນ ຂະນະທີ່ ທ່ານອາເບະ ຢ້ຽມຢາມ ຟີລິບປິນ


ປະທານາທິບໍດີຟີລິບປິນ ທ່ານ Rodrigo Duterte ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ທີ່ໄປຢ້ຽມຢາມ ຈັບມືກັນ. (12 ມັງກອນ 2017)​
ປະທານາທິບໍດີຟີລິບປິນ ທ່ານ Rodrigo Duterte ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ທີ່ໄປຢ້ຽມຢາມ ຈັບມືກັນ. (12 ມັງກອນ 2017)​

ການ​ເດີນທາງ​ ໄປ​ຢ້ຽມຢາມ​ຟີ​ລິບ​ປິນ ຂອງນາຍົກລັດຖະມົນຕີ Shinzo Abe ​ແຫ່ງຍີ່ປຸ່ນ ໃນ​ອາທິດ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ​ໂຕ​ກຽວຊຶ່ງ​ເປັນ​ພັນທະ​ມິດ​ຂອງ​ສະຫະລັດ ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ໃນ​ສິ່ງ​ທີ່​ຈຳ​ເປັນ​ເພື່ອ​ຮັບ​ມື​ກັບ​ອິດ​ທິພົນ​ທີ່ມີ​ເພີ້ມຂຶ້ນຂອງ​ຈີນຢູ່​ໃນ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ທີ່​ມີ​ຄວາມ​ສຳຄັນ​ທາງ​ໃນ​ທາງຍຸດ​ທະ​ສາດ​ດ້ານ​ພູມ​ສາດ​ການ​ເມືອງ ​ໂດຍ​ໃຫ້ການ​ຄ້ຳປະກັນ ​ກ່ຽວກັບ​ການ​ຫລັ່ງ​ໄຫລ ​ຢ່າງ​ສະ​ໝ່ຳສະ​ເໝີ ​ໃນ​ການ​ຊ່ອຍ​ເຫລືອ​ແລະ​ການ​ລົງທຶນ ນັ້ນຄື​ຄວາມ​ເຫັນ​ຂອງ​ພວກ​ນັກວິ​ເຄາະ.

ທ່ານ Abe ​ເດີນທາງ​ໄປ​ຢ້ຽມຢາມ​ນະຄອນ​ມະນີ​ລາ​ໃນ​ວັນ​ພະຫັດ​ແລະ​ໄປ​ຢ້ຽມຢາມ​ເມືອງ Davao ຫົວ​ເມືອງ​ໃຫຍ່​ສຸດ​ ອັນ​ດັບ​ສອງ​ ຂອງ​ຟີ​ລິບ​ປິນ ໃນມື້ວັນສຸກວານນີ້ ​ພ້ອມທັງເປັນ​ບ້ານ​ເກີດ​ ຂອງ​ປະທານາທິບໍດີ​ຟີ​ລິບ​ປິນ ທ່ານ Rodrigo Duterte. ທ່ານ​ເປັນ​ປະ​ມຸກປະ​ເທດ​ຄົນ​ທຳ​ອິດທີ່​ໄປ​ຢ້ຽມຢາມ​ທ່ານ Duterte ນັບ​ຕັ້ງ​ແຕ່​ປະທານາທິບໍດີ​ຟີ​ລິບ​ປິນ​ເຂົ້າຮັບ​ໜ້າ​ທີ່ ​ໃນ​ວັນ​ທີ 30 ມິຖຸນາ​ປີ​ກາຍ​ນີ້.

ທ່ານ Duterte ຢາກ​ມີ​ຄວາມ​ສຳພັນ​ທີ່​ເຂັ້ມ​ແຂງ​ກັບ​ຍີ່ປຸ່ນ ພ້ອມໆ​ກັບ​ຈີນ ​ເພື່ອ​ສ້າງຕັ້ງນະ​ໂຍບາຍ​ການ​ຕ່າງປະ​ເທດ​ກັບ​ຫລາຍໆ​ປະ​ເທດ ​ໃນ​ຂະນະ​ທີ່​ກາງ​ຕໍ່​ອາ​ໄສ​ສະຫະລັດ​ໜ້ອຍ​ລົງ. ສຳລັບ​ຍີ່ປຸ່ນ​ແລ້ວ ການ​ມີ​ຄວາມ​ສຳພັນ​ທີ່​ເຂັ້ມ​ແຂງ ​ຈະ​ຊ່ອຍ​ໃຫ້​ຕົນ​ຄວບ​ຄຸມ​ຈີນ ຊຶ່ງ​ບໍ່ໄວ້​ໃຈ​ຍີ່ປຸ່ນນັບ​ແຕ່​ສົງຄາມ​ໂລກ​ຄັ້ງທີ 2 ​ເປັນຕົ້ນມາ. ​ໂຕ​ກຽວ​ແລະ​ປັກ​ກິ່ງຍັງ​ໄດ້​ເກີດ​ການ​ຂັດ​ແຍ້​ງ ກ່ຽວ​ກັບ​ເລື່ອງ​ເຂດ​ນ້ຳ​ແດນ ດິນໃນ​ທະ​ເລ​ຈີນ​ຕາ​ເວັນ​ອອກ.

ທ່ານ Herman Kraft ອາຈານ​ສອນ​ລັດຖະສາດ​ທີ່​ມີ​ຫາ​ວິທະຍາ​ໄລ Diliman ຂອງ​ຟີ​ລິບ​ປິນກ່າວ​ວ່າ “ຈາກ​ຈຸດ​ຢືນ​ໃນ​ດ້ານ​ພູມ​ສາດ​ການ​ເມືອງ​ແລ້ວຂ້າພະ​ເຈົ້າຄິດ​ວ່າ​ສິ່ງ​ທີ່​ໜ້າ​ສົນ​ໃຈ ກ່ຽວ​ກັບ​ການ​ຢ້ຽມຢາມ​ຂອງ​ຍີ່ປຸ່ນ​ແມ່ນ​ກ່ຽວ​ຂ້ອງ​ກັບ​ຢ່າງ ນ້ອຍ​ຈາກ​ຈຸດ​ຢືນ​ຂອງ​ຟີ​ລິບ​ປິນ ນີ້​ແມ່ນ​ພາກສ່ວນ​ຂອງ​ນະ​ໂຍບາຍການ​ຕ່າງປະເທດ​ທີ່​ເປັນ​ອິດສະຫຼະ ທີ່​ລັດຖະບານ ທ່ານ Duterte ​ໄດ້​ກ່າວ​ເຖິງ​ນັ້ນ.”

ທ່ານ Song Seng Wun ນັກ​ເສດຖະສາດ​ທະນາຄານ​ເອກ​ກະ​ຊົນ CIMB ​ໃນ​ສິງກະ​ໂປ ກ່າວ​ວ່າ ຍ້ອນ​ຟີ​ລິບ​ປິນ​ໄດ້​ປູ​ພົມ​ແດງ​ຕ້ອນຮັບ​ຈີນ​ແລະ​ໄ​ດ້ຕົກລົງ​ທີ່​ຈະ​ປະ​ບັນຫາ​ຂັດ​ແຍ້​ງ ທາງ​ທະເລ​ ລະຫວ່າງ​ປັກ​ກິ່ງ ​ກັບ​ມະນີ​ລາ​ ໄວ້​ທາງ​ຂ້າງ ທ່ານ Abe ບາງ​ທີ​ອາດ​ຈະຄິດ​ວ່າ ທ່ານ​ຄວນ​ໄປ​ມີໜ້າ​ທີ່​ມະນີ​ລາ ​ເພື່ອ​ເປັນ​ການ​ຢ້ຳ​ເຕືອນ​ວ່າ ມີ​ການ​ລົງທຶນ ຢ່າງ​ຫຼວງຫຼາຍ ຂອງ​ຍີ່ປຸ່ນຢູ່​ທີ່​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG