ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຍີ່ປຸ່ນ ​ແລະ​ ອາຊ່ຽນ ຮ່ວມມື ຮັບປະກັນ ​ເສລີພາ​ບທາງ​ອາກາດ ແລະ​ການ​ເດີນເຮືອ (ວີດີໂອ)


ກອງປະຊຸມສຸດຍອດ ຍີ່ປຸ່ນ-ອາຊ່ຽນ ທີ່ໂຕກຽວ ສີ້ນສຸດລົງ ໃນວັນເສົາມື້ນີ້ ທີ 14 ທັນວາ 2013.
ກອງປະຊຸມສຸດຍອດ ຍີ່ປຸ່ນ-ອາຊ່ຽນ ທີ່ໂຕກຽວ ສີ້ນສຸດລົງ ໃນວັນເສົາມື້ນີ້ ທີ 14 ທັນວາ 2013.
ບັນດາ​ຜູ້​ນໍາ​ຈາກ​ຍີ່ປຸ່ນ ​ແລະ​ຈາກ​ສິບ​ປະ​ເທດ​ຂົງ​ເຂດເອ​ເຊຍ​ຕາ​ເວັນ​ອອກ ສຽງ​ໃຕ້ ​ໄດ້​ສິ້ນ​ສຸດ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ໂຕ​ກຽວ ພ້ອມ​ກັບ​ຮັບປາກ​ວ່າ ຈະຮ່ວມ​ມືກັນ ​ເພື່ອ​ຮັບປະ ກັນ​ເສລີພາ​ບທາງ​ອາກາດດ​ແລະ​ການ​ເດີນເຮືອ.

ຖະ​ແຫຼງການ​ຮ່ວມ​ສະບັບ​ນຶ່ງ ທີ່​ນໍາອອກ​ເຜີຍ​ແຜ່ໃນ​ວັນ​ເສົາ​ມື້​ນີ້ ​ເວລາສິ້ນສຸດ​ກອງ​ປະ ຊຸມ​ສຸດ​ຍອດ​ອາ​ຊ່ຽນນັ້ນ ບໍ່ໄດ້​ເອີ່ຍ​ຢ່າງ​ເຈາະ​ຈົງ ​ເຖິງ​ການ​ປະກາດ​ຂອງ​ຈີນ​ເມື່ອ​ບໍ່​ດົນ​ມາ​ນີ້ ກ່ຽວ​ກັບເຂດ​ປ້ອງ​ກັນ​ທາງ​ອາກາດຢູ່​ເໜືອ ​ເຂດ​ການ​ເດີນ​ເຮືອ ໃນທະ​ເລ​ຈີນ​ຕາ​ເວັນ​ອອກ ​ແຕ່​ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ຮຽກຮ້ອງ​ໃຫ້​ຈີນ​ຈົ່ງ​ເລີກ​ລົ້ມ​ມາດຕະການ​ທັງ​ໝົດ ທີ່​ລະ​ເມີດ​ຕໍ່ຫຼັກການ​ສາກົນ​ວ່າ​ດ້ວຍ ​ເສລີພາບ​ຂອງການບິນ​ແລະ​ຄວາມປອດ​ໄພທາງ​ການບິນ.

ກ່ອນ​ໜ້າ​ໃນ​ມື້​ດຽວ​ກັນ​ນີ້ ຍີ່ປຸ່ນ​ຮັບປາກ​ວ່າຈະ​ໃຫ້ເງິນຫຼາຍກວ່າ 19 ພັນ​ລ້ານ​ໂດ​ລ່າ ຊຶ່ງ ເປັນ​ເງິນ​ຊ່ວຍເຫຼືອ​ ແລະ​ກູ້​ຢືມ ​ແກ່​ບັນດາ​ປະ​ເທດ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​
ໃນ​ໄລຍະ​ຫ້າ​ປີ​ຕໍ່ໜ້າ​ນີ້ ​ເພື່ອ​ເພີ່ມ​ຄວາມ​ສໍາພັນ​ໃນ​ຂົງ​ເຂດໃຫ້ຫຼາຍຂຶ້ນ. ການ​ຊ່ວຍເຫຼືອ
ດັ່ງ​ກ່າ​ວ ​ແມ່ນຈະ​ເນັ້ນ​ໜັກ​ໃສ່​ໃນ​ການ​ຊ່ວຍ​ຖົມ​ຊ່ອງ​ວ່າງ​ລະຫວ່າງການ​ພັດທະນາ​ຂອງ
ບັນດາປະ​ເທດໃນ​ຂົງ​ເຂດ ​ແລະ​ປັບປຸງ​ຄວາມ​ຕຽມ ​ພ້ອມ​ດ້ານ​ຄວາມ​ປອດ​ໄພ​ໝັ້ນຄົງ
ຂອງ​ຕົນ.

​ເມື່ອ​ວັນ​ສຸກ​ວານ​ນີ້ ​ໂຕ​ກຽວ​ໄດ້ຕົກລົງ​ທີ່​ຈະເສີມ​ຂະຫຍາຍ ​ການ​ແລກປ່ຽນ​ເງິນຕາ ​ແລະ​
ການ​ຈັດ​ແຈງ​ດ້ານ​ອື່ນໆອີກ​ກັບ​ອິນ​ໂດ​ເນ​ເຊຍ ​ແລະ​ຟິລິ​ບປິນ ​ເພື່ອຊ່ວຍ​ສ້າງ​ສະຖຽນ​
ລະ​ພາ​ບ​ໃຫ້​ແກ່​ຕະຫຼາດການ​ເງິນ​ຂອງ​ເອ​ເຊຍ.

ຍີ່ປຸ່ນ​ໄດ້​ພະຍາຍາມ​ຫາ​ທາງ​ເສີມຂະຫຍາຍສາຍ​ພົວພັນຂອງ​ຕົນໃນ​ຂົງ​ເຂດ ຂະນະ​ທີ່ຈີນ
ເພີ່ມ​ທະວີການຢືນ​ຢັດ​ກໍາ​ມະ​ສິດຂື້ນ​ໄປ​ນັບ​ມື້ ​ຢູ່​ໃນ​ເຂດ​ນໍ້າ​ແດນ​ດິນ​ທີ່​ເປັນ​ຂໍ້ຂັດ​ແຍ້​ງກັນນັ້ນ.

Japan ASEAN
please wait
Embed

No media source currently available

0:00 0:00:40 0:00


Leaders from Japan and 10 Southeast Asian countries have wrapped up a summit in Tokyo with a pledge to cooperate to ensure freedom of air and sea navigation.
A joint statement issued Saturday at the end of a summit of the Association of Southeast Asian Nations did not specifically mention China's recent declaration of a maritime air defense zone in the East China Sea.

But Japanese Prime Minister Shinzo Abe called on China to rescind all measures that violate universal principles of freedom of overflight and aviation safety.
Earlier in the day, Japan pledged more than $19 billion in aid and loans to Southeast Asian nations over the next five years to boost relations in the area.
The assistance will focus on helping close the region's development gap and improve its security preparedness.
On Friday, Tokyo agreed to expand currency swaps and other arrangements with Indonesia and the Philippines to help stabilize Asian financial markets.
Japan has been seeking to bolster its ties in the region as China has become increasingly assertive in territorial disputes.
XS
SM
MD
LG