ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຍີ່ປຸ່ນ​ ໃຫ້ການອະນຸມັດ ​ເພື່ອ​ເປີດຄືນ ເຕົາ​ແຍກ​ປະລະມາ​ນູ 2 ໜ່ວຍ (ວີດີໂອ)


ພະນັກງານ ບໍລິສັດ Kyushu Electric Power ກຳລັງຍ່າງຜ່ານດ້ານໜ້າ ໂຮງໄຟຟ້ານິວ​​ເຄລຍ Sendai ຂອງບໍລິສັດ ຢູ່ເມືອງ Satsumasendai ໃນເຂດເທດສະບານ Kagoshima.
ພະນັກງານ ບໍລິສັດ Kyushu Electric Power ກຳລັງຍ່າງຜ່ານດ້ານໜ້າ ໂຮງໄຟຟ້ານິວ​​ເຄລຍ Sendai ຂອງບໍລິສັດ ຢູ່ເມືອງ Satsumasendai ໃນເຂດເທດສະບານ Kagoshima.

ອົງການຄຸ້ມຄອງ​ນິວເຄ​ລຍຂອງ​ຍີ່ປຸ່ນ​ ໄດ້ໃຫ້ການອະນຸມັດຂັ້ນ
ສຸ​ດທ້າຍເພື່ອ​ເປີດຄືນໃໝ່ເຕົາ​ແຍກ​ປະລະມາ​ນູ 2 ໜ່ວຍທີ່​ໄດ້​
ຖືກ​ປິດ​ລົງ ຫລັງຈາກໂຮງ ໄຟຟ້າ​ນິວເ​ຄ​ລຍ Fukushima ​ໄດ້​
ເກີດອຸບັດເຫດເຕົາແຍກລະລາຍ ເມື່ອ 3 ປີ​ກ່ອນນັ້ນ.

ອົງການ​ຄຸ້ມ​ຄອງ​ນິວ​ເຄ​ລຍກ່າວໃນ​ວັນ​ພຸດ​ມື້​ນີ້ວ່າ ​ໂຮງໄຟຟ້າ
ນິວເຄລຍ Sendai ທີ່ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງ​ຍີ່
ປຸ່ນສາມາດ​ເປີ​ດຄືນອີກ​ ​ເຖິງ​ແມ່ນ​ວ່າຍັງ​ຈະຕ້ອງ​ໄດ້ຮັບການ
ອະນຸມັດ ຈາກ​ເຈົ້າໜ້າ​ທີ່​ໃນ​ເຂດທ້ອງ​ຖິ່ນກໍຕາມ.

ພວກ​ນັກ​ເຄື່ອນໄຫວ​ບ່າງ​ຄົນ ກ່າວ​ວ່າ​ ໂຮງໄຟຟ້າ​ດັ່ງກ່າວ​ບໍ່
​ປອດ​ໄພ ຍ້ອນ​ມີ​ພູໄຟ​ຢູ່​ໃກ້​ໆ ​ແຕ່​ບັນດາ​ເຈົ້າໜ້າ​ທີ່​ຄຸ້ມ​ຄອງນິວເຄລຍ ກ່າວ​ວ່າ ອັນຕະ
ລາຍ​ຈາກ​ພູ​ໄຟ​ນັ້ນ ​ແມ່ນຢູ່ລະດັບ​ຕ່ຳສຸດ.

ນີ້ຈະແມ່ນເທື່ອທຳອິດ ທີ່ໂຮງ​ໄຟຟ້ານິວ​ເຄ​ລຍ​ຂອງ​ຍີ່ປຸ່ນ ​ເປີດ​ຄືນ​ໃໝ່ ພາຍ​ໃຕ້​ມາດຕະ
ຖານ​ ອັນ​ເຄັ່ງຄັດ​ຫຼາຍຂຶ້ນ ຫຼັງຈາກ​ໄດ້​ເກີດ​ໄພພິບັດ​ ​ແຜ່ນດິນ​ໄຫວ ​ແລະຊູ​ນາ​ມິ ​ໃນ​ປີ
2011 ນັ້ນ.

ຍີ່ປຸ່ນ​ໄດ້​ປິດ ເຕົາ​ແຍກ​ປະລະມະ​ນູນທັງຫຼາຍ​ເພື່ອ​ສ້ອມແປງແລະກວດກາ ຫຼັງຈາກໂຮງ
ໄຟຟ້ານິວເຄລຍ Fukushima ປະສົບ​ກັບ​ອຸບັດ​ຕິ​ເຫດ ​ທີ່​ເຮັດ​ໃຫ້​ໂຮງໄຟຟ້າດັ່ງກ່າວໃຊ້
ການບໍ່ໄດ້ ​ແລະໄດ້​ກະຈາຍ ກຳມັນຕະພາບ​ລັງສີ​ ອອກ​ໄປ​ທົ່ວ​ບໍລິ​ເວນໃກ້​ຄຽງ. ຕັ້ງ​ແຕ່​
ນັ້ນມາ ພົນລະ​ເມືອງ​ຍີ່ປຸ່ນ ​ໄດ້​ປະ​ເຊີນ​ກັບ​ລາຄາ​ພະລັງ​ໄຟຟ້າ ​ທີ່​ສູງ​ຂຶ້ນ ໃນ​ຂະນະ​ທີ່​ປະ ເທດດັ່ງກ່າວ ​ໄດ້​ຫັນ​ຄວາມ​ຕ້ອງການ​ ດ້ານພະລັງງານຂອງ​ຕົນ ​ໄປ​ໃສ່ນ້ຳມັນ​ເຊື້ອ​ໄຟ​.

​ແຕ່​ການ​ຄັດຄ້ານຕໍ່ພະລັງງານ​ນິວເຄ​ລຍໃນ​ຍີ່​ປຸນ​ ຍັງມີຄວາມເຂັ້ມແຂງ ທີ່ພາໃຫ້ມີການ
ໂຮມຊຸມນຸມ​ປະ​ທ້ວງ ​ຢູ່ຕໍ່ໜ້າ​ທຳນຽບນາຍົກລັດຖະມົນຕີ ທ່ານ Shinzo Abe ​ທີ່​ໄດ້​ກົດ​
ດັນ​ໃຫ້​ໂຮງໄຟຟ້ານິວ​ເຄ​ລຍ​ ແລ່ນຄືນ​ອີກນັ້ນ.

ຄັ້ງນຶ່ງຜ່ານມາ ພະລັງ​ງານນິວເ​ຄ​ລຍໄດ້​ສະໜອງໄຟຟ້າຫຼາຍກວ່າ 1 ສ່ວນ 4 ຂອງຄວາມ
ຕ້ອງການທັງໝົດ ຢູ່​ໃນ​ຍີ່ປຸ່ນ ​ທີ່​ຂາດ​ແຄນ​ດ້ານ​ຊັບພະຍາກອນ ເປັນທີ່ສຸດນັ້ນ.

JAPAN NUCLEAR VO
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG