ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍີ່ປຸ່ນຈະຊ່ວຍ ຂົງເຂດ ອາຟຣິກາເໜືອ 1 ພັນລ້ານໂດລາ (ວີດິໂອ)

ທ່ານ Shinzo Abe (ຊ້າຍ) ນາຍົກລັດຖະມົນຕີຍີ່ປຸ່ນ ຈັບມືກັບ ປະທານາທິບໍດີ Liberia ທ່ານນາງ Ellen Johnson Sirleaf ທີ່ກອງປະຊຸມເລື້ອງຄວາມໝັ້ນຄົງຂອງມະນຸດຊົນ ທີ່ຈັດຂຶ້ນ ນອກກອງປະຊຸມ ສາກົນໂຕກຽວ ກ່ຽວກັບ ການພັດທະນາທະວີບອາຟຣິກາ ຢູ່ໃນເມືອງ Yokohama ທາງທິດໃຕ້ຂອງນະຄອນຫລວງໂຕກຽວTokyo ໃນວັນທີ 2 ມິຖຸນາ, 2013.

ຍີ່ປຸ່ນຈະໃຫ້ເງິນຊ່ວຍເຫລືອ 1 ພັນລ້ານໂດລາ ສໍາລັບ​ໄລຍະ
5 ປີຂ້າງໜ້າ ແກ່ຂົງເຂດອາຟຣິກາເໜືອ ສໍາລັບດໍາເນີນຄວາມ
ພະຍາຍາມດ້ານການພັດທະນາເສດຖະກິດ ແລະດ້ານມະນຸດ
ສະທໍາ ​ໂຮມທັງຊ່ວຍເຫລືອ​ໃນດ້ານມາດຕະການຮັກສາຄວາມ
ໝັ້ນຄົງ ແລະຕໍ່ຕ້ານການກໍ່ການຮ້າຍ.

ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ປະກາດການ
ຊ່ວຍເຫລືອດັ່ງ ກ່າວໃນວັນອາທິດມື້ນີ້ ຊຶ່ງເປັນມື້ທີສອງຂອງກອງ
ປະຊຸມສາກົນໂຕກຽວ ກ່ຽວກັບການພັດທະນາທະວີບອາຟຣິກາ ທີ່ດໍາເນີນໄປເປັນເວລາສາມວັນ ຢູ່ໃນເມືອງ Yokohama ທາງທິດໃຕ້ຂອງນະຄອນຫລວງໂຕກຽວ.

ເງິນຈໍານວນດັ່ງກ່າວແມ່ນສ່ວນນຶ່ງຂອງເງິນຊ່ວຍເຫລືອ 32 ພັນລ້ານໂດລາ ຈາກພາກ
ລັດຖະບານແລະເອກະຊົນ ທີ່ທ່ານ Abe ໄດ້ປະກາດໄປໃນວັນເສົາ ວານນີ້.

ທ່ານ Abe ເວົ້າວ່າ ເງິນລົງທຶນຂອງລັດແລະເອກະຊົນ ໃນ​ໄລຍະ 5 ປີຂ້າງໜ້າ ແມ່ນແນ
ໃສ່ຊ່ວຍເຮັດໃຫ້ເສດຖະກິດຂອງທະວີບດັ່ງກ່າວເຕີບໂຕຂຶ້ນ ແລະຊຸກຍູ້ໃຫ້ບໍລິສັດຍີ່ປຸ່ນ
ໄປລົງທຶນຢູ່ທີ່ນັ້ນ.

ທ່ານໄດ້ເລີ້ມແນເປົ້າໝາຍໃສ່ອາຟຣິກາ ສໍາລັບໂອກາດການລົງທຶນຂອງ​ຍີ່​ປຸນໃນເວລາ
ບໍ່ ພໍເທົ່າໃດ ລຸນຫລັງທີ່ທ່ານໄດ້ເຂົ້າຮັບຕໍາແໜ່ງ ໃນປີກາຍນີ້.

ຜູ້ນໍາປະເທດໃນອາຟຣິກາ ປະມານ 50 ຄົນ ​ໄດ້ໄປຍັງຍີ່ປຸ່ນ ເພື່ອເຂົ້າຮ່ວມກອງປະຊຸມ ທີ່ກວມເອົາການພັດທະນາເສດຖະກິດ ແລະຄວາມເປັນຫ່ວງດ້ານສັນຕິພາບ ແລະ ຄວາມໝັ້ນຄົງຢູ່ໃນຂົງເຂດ.

ກອງປະຊຸມ ທີ່ຈັດຂຶ້ນໃນທຸກໆ 5 ປີ ໄດ້ເລີ້ມມີຂຶ້ນ ໃນປີ 1993. ສໍາລັບປີນີ້ ກອງປະຊຸມ ຈະສິ້ນສຸດລົງໃນວັນຈັນມື້ອື່ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG