ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Jammeh ຍອມຮັບ ວ່າເສຍໄຊ ໃນການ ເລືອກຕັ້ງ ທີ່ແກມເບຍ


ພວກສະໜັບສະໜຸນ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Adama Barrow ສະຫລອງໄຊຊະນະ ທີ່ນະຄອນຫຼວງ Banjul. (2 ທັນວາ 2016)​
ພວກສະໜັບສະໜຸນ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Adama Barrow ສະຫລອງໄຊຊະນະ ທີ່ນະຄອນຫຼວງ Banjul. (2 ທັນວາ 2016)​

ປະທານາທິບໍດີ​ແກມ​ເບຍ ທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ກວ່າ 22 ປີ ​ໄດ້​ຍອມຮັບ​ວ່າ​ເສຍ​ໄຊ ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ ​ໂດຍ​ປະກາດ​ວ່າ ຈະ​ລົງ ຈາກ​ອຳນາດລຸນ​ຫລັງ​ທີ່​ຜົນ​ການ​ເລືອກ​ຕັ້ງສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ໄດ້​ເສຍ​ໄຊ ແບບ​ທີ່​ບໍ່​ຄາດ​ຝັນ.

ສື່​ມວນ​ຊົນ​ຂອງ​ລັດຖະບານ​ໄດ້​ອອກ​ອາກາດການ​ໂທລະສັບ​ຂອງ​ປະທານາທິບໍດີ Yahya Jammeh ​ໃນ​ຄືນ​ວັນ​ສຸກ​ວານ​ນີ້ ທີ່​ໄດ້​ໂອ້​ລົມ​ກັບ​ຜູ້​ສະໝັກ​ຝ່າຍ​ຄ້ານ ທ່ານ Adama Bar- row ວ່າ ທ່ານ​ຈະ​ມອບ​ອຳນາດ​ໃຫ້​ແບບ​ລາບ​ລື່ນ ​ແລະ​ປະ ກາດ​ວ່າ​ຈະ​ບໍ່​ຖົກ​ຖຽງ​ກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ້ງ.

ປະທານກຳມາທິການເລືອກຕັ້ງແກມເບຍ ທ່ານ Alieu Momarr Mjiar ປະກາດ ຜົນການເລືອກຕັ້ງ ທີ່ນະຄອນຫຼວງບັນຈູລ
ປະທານກຳມາທິການເລືອກຕັ້ງແກມເບຍ ທ່ານ Alieu Momarr Mjiar ປະກາດ ຜົນການເລືອກຕັ້ງ ທີ່ນະຄອນຫຼວງບັນຈູລ

ທ່ານ Jammeh ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ທ່ານ Barrow ຕໍ່​ໄຊຊະນະ​ອັນ​ຈະ​ແຈ້ງແລະ​ ໄດ້​ກ່າວ​ຊົມ​ເຊີຍ​ການ​ເລືອກ​ຕັ້ງວ່າ ມີ​ຄວາມ “​ໂປ່​ງ​ໃສ” ​ແລະ “ບໍ່​ມີການ​ສໍ້​ໂກງ​ຄະ​ແນນ”. ນອກ​ນັ້ນ​ ທ່ານ​ຍັງ​ເວົ້າວ່າ “ພະ​ອາລລ່າ ໄດ້​ບອກ​ຂ້າພະ​ເຈົ້າວ່າ ​ເວລາ​ໄດ້​ມາ​ເຖິງ​ແລ້ວ” ​ແລະ​ກ່າວ​ຕື່ມ​ວ່າ ທ່ານ​ຈະ​ຍ້າຍ​ໄປ​ຢູ່​ຟາ​ມຂອງທ່ານ ລຸນ​ຫຼັງ​ລົງ​ຈາກ​ຕຳ​ແໜ່​ງ​ໃນ​ເດືອນ​ມັງກອນ​ຈະ​ມານີ້.

ນັກ​ຂ່າວ Alpha Jallow ກ່າວ​ຕໍ່​ວີ​ໂອ​ເອວ່າ ຝູງ​ຊົນ​ໄດ້​ໄປໂຮມ​ຊຸມນຸມ​ກັນ​ເພື່ອຟ້ອນ​ລຳ ​ຢູ່ຕາມ​ຖະໜົນ​ຫົນທາງໃນ​ນະ​ຫລວງ Banju ຂອງ​ແກມ​ເບຍ​ໃນ​ວັນ​ສຸກວານ​ນີ້ ​ເພື່ອ​ສະ​ເຫລີ​ມສະຫລອງ​ການ​ໄດ້​ຮັບ​ໄຊຊະນະ​ຂອງ​ທ່ານ Barrow.

ປະຊາຊົນແກມເບຍ ສະຫລອງໄຊຊະນະ ຂອງພວກຝ່າຍຄ້ານ
ປະຊາຊົນແກມເບຍ ສະຫລອງໄຊຊະນະ ຂອງພວກຝ່າຍຄ້ານ

ຄະນະ​ກຳມາ​ທິການ​ເລືອກ​ຕັ້ງ ທີ່​ເປັນ​ອິດສະຫຼະຂອງ​ແກມ​ເບຍໄດ້​ປະກາດ​ໃນ​ຕອນ​ເຊົ້າ ວັນ​ສຸກ​ວານ​ນີ້ວ່າ ທ່ານ Barrow ​ໄດ້​ຮັບ​ຄະ​ແນນ​ 263,000 ສຽງຫຼື 45 ​ເປີ​ເຊັນ​ຂອງ​ຄະ​ແນນ​ທັງ​ໝົດ ​ໃນຂະນະ​ທີ່​ທ່ານ Jammeh ໄດ້​ຮັບ 212 ພັນ​ສຽງຫຼືປະມານ 36 ​ເປີ​ເຊັນ. ສ່ວນ​ຜູ້​ສະໝັກ​ຄົນທີ​ສາມ ທ່ານ Mama Kandeh ​ໄດ້​ຮັບ 17 ​ເປີ​ເຊັນ.

ທ່ານ Barrow ອາຍຸ 51 ປີ ຕາງໜ້າ​ໃຫ້​ແນວ​ໂຮມ​ຂອງ 7 ພັກ​ການ​ເມືອງທີ່​ທ້າ​ທາຍ​ຕໍ່​ປະ ທານາທິບໍດີ Jammeh ​ໃນ​ການ​ເລືອກ​ຕັ້ງ ​ເມື່ອ​ວັນ​ພະຫັດ​ຜ່ານ​ມານີ້.“

Gambia Election
please wait
Embed

No media source currently available

0:00 0:00:57 0:00

ທ່ານ Jammeh ຊຶ່ງ​ມີ​ອາຍຸ 51 ປີ​ເຊັ່ນ​ດຽວ​ກັນນັ້ນ ​ໄດ້​ປົກຄອງ​ແກມ​ເບຍ​ຊຶ່ງ​ເປັນ​ປະ​ເທດ​ນ້ອຍໆ​ໃນ​ອາ​ຟຣິກາ​ ມາຕັ້ງ​ແຕ່​ການ​ກໍ່​ລັດຖະປະຫານ​ຍຶດອຳນາດ ​ໃນ​ປີ 1994. ທ່ານ​ໄດ້​ຊະນະ​ການ​ເລືອກ​ຕັ້ງທີ່​ຕິດຕາມ​ມາ 4 ​ເທື່ອ ທີ່​ພວກ​ຕ້ອງ ຕິ​ກ່າວ​ວ່າ ບໍ່​ໄດ້​ດຳ​ເນີນ​ໄປ​ຢ່າງ​ເສລີ​ຫລື​ຍຸຕິ​ທຳ ​ແລະ​ໃຫ້ການ​ສະໜັບສະໜຸນ​ຕໍ່ການ​ແກ້​ໄຂ​ລັດຖະທຳ​ມະນູນ​ໃນ​ປີ 2002 ທີ່​ໄດ້​ລຶບລ້າງ ການ​ຈຳກັດ​ສະ​ໄໝ ​ໃນການ​ດຳລົງ​ຕຳ​ແໜ່​ງ ຂອງ​ປະທານາທິບໍດີ. ຄັ້ງນຶ່ງ​ຜ່ານ​ມາ ທ່ານ​ເຄີຍ​ກ່າວ​ໄວ້​ວ່າ ທ່ານ​ສາມາດ​ທີ່​ຈະ​ປົກຄອງ​ແກມ​ເບຍໄດ້​ເຖິງ “ນຶ່ງ​ພັນ​ປີ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG