ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈາໄມກາ ຈັບນາຍ COKE ໄດ້ແລ້ວ


ເຈົ້າໜ້າທີ່ ຈາໄມກາ ກ່າວວ່າ ນາຍ CHRISTOPHER “DUDUS” COKE ທີ່ຖືກກ່າວຫາວ່າ ​ເປັນລາຊາ ຄ້າຢາ ເສບຕິດ ທີ່ທາງການ ສະຫະລັດ ຕ້ອງການໂຕນັ້ນ ຖືກເຈົ້າໜ້າທີ່ ຈັບໄດ້ແລ້ວ.

ເຈົ້າໜ້າທີ່ ກ່າວວ່າ ນາຍ COKE ໄດ້ຖືກຈັບ ໃນວັນອັງ ຄານວານນີ້ ໃນເຂດໂບດ ST. CATHERINE ຢູ່ໃນບໍລິເວນ ຊານເມືອງ ຂອງນະຄອນຫຼວງ KINGSTON. ລາຍງານ ຂອງສື່ມວນຊົນ ໃນຈາໄມກາ ແຈ້ງວ່າ ການຈັບກຸມນາຍ COKE ແມ່ນໄດ້ຮັບ ການຊ່ອຍເຫຼືອ ຈາກນັກບວດຄົນນຶ່ງ ໃນເຂດທ້ອງຖິ່ນ.

ສະຫະລັດ ຕ້ອງການໂຕ ນາຍ COKE ໃນຂໍ້ຫາ ຄ້າໂຄເຄນ ແລະລັກລອບ ຄ້າອາວຸດ. ເຈົ້າໜ້າທີ່ ສະຫະລັດ ໄດ້ສົ່ງຄຳຮ້ອງ ໄປຍັງລັດຖະບານ ຈາໄມກາ ໃນເດືອນສິງຫາ ປີກາຍ ຂໍໃຫ້ສົ່ງໂຕ ນາຍ​ COKE ໃຫ້​ຕົນ ແຕ່ນາຍົກລັດຖະມົນຕີ ຈາໄມກາ ທ່ານ BRUCE GOLDING ໄດ້ປະຕິເສດ ໃນຂັ້ນຕົ້ນ ບໍ່ຍອມສົ່ງໂຕ ນາຍ COKE ໃຫ້ ໂດຍໂຕ້ແຍ້ງວ່າ ຫຼັກຖານໃນນັ້ນ ແມ່ນໄດ້ມາ ແບບບໍ່ຖືກຕ້ອງ ຕາມກົດໝາຍ.

ໃນເດືອນແລ້ວນີ້ ທະຫານ ແລະຕຳຫຼວດ ໃນນະຄອນ KINGSTON ໄດ້ເລີ້ມ ການປະຕິ ບັດງານ ເພື່ອຈັບກຸມນາຍ COKE ແລະ ໄດ້ບຸກເຂົ້າໄປ ໃນຄຸ້ມຄົນທຸກ TIVOLI GARDENS ບ່ອນທີ່ນາຍ COKE ມີອິດທິພົນ ໃນການພະຍາຍາມ ທີ່ບໍ່ປະສົບ ຄວາມສຳເລັດ ເພື່ອຈັບກຸມຜູ້ກ່ຽວ ແລະສົ່ງໂຕໃຫ້ ສະຫະລັດນັ້ນ.

ມີຢ່າງນ້ອຍ 73 ຄົນ ໄດ້ເສຍຊີວິດ ຈາກການປະທະກັນ ລະຫວ່າງ ລູກນ້ອງຂອງ ນາຍ COKE ກັບກຳລັງ ຮັກສາຄວາມສະຫງົບ ຈາໄມກາ.

XS
SM
MD
LG