ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານ ສປຊ 7 ຄົນ ຖືກຂ້າຕາຍ ຢູ່ Ivory Coast


ແຜນທີ່ Ivory Coast
ແຜນທີ່ Ivory Coast

ໂຄສົກ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ມີ​ກຳລັງ​ຮັກສາ​ສັນຕິພາບ 7 ຄົນຈາກ​ປະ​ເທດ
Niger ​ໄດ້​ຖືກ​ຂ້າ​ຕາຍ ໃນ​ການ​ດັກ​ສະກັດ​ໂຈມ​ຕີ ​ຢູ່​ໃນ​ພາກ​ຕາ​ເວັນຕົກ​ຂອງ Ivory Coast ​
ໃກ້ໆ​ຊາຍ​ແດນ​ໄລ​ບີ​ເຣຍ.

ທ່ານ Bert Koenders ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ Ivory Coast ​ໄ​ດ້
ປະນາມ​ຢ່າງ​ແຮງ ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ກ່ຽວ​ກັບ​ການ​ດັກໂຈມ​ຕີ​ ກຳລັງ​ຮັກສາ​ສັນຕິ
ພາບ​ໃນ​ມື້ວັນ​ສຸກ​ວານ​ນີ້. ທ່ານ​ເວົ້າວ່າ ອົງການ​ສະຫະປະຊາ​ຊາດ​ຈະ​ດຳ​ເນີນ​ມາດ​ຕະການ​ທີ່​
ຈຳ​ເປັນ​ທຸກ​ຢ່າງ ຫຼັງຈາກ​ໄດ້​ເກີດ​ໃນ​ອັນ​ທີ່ທ່ານ​ເອີ້ນວ່າ ການ​ລ່ວງ​ລະ​ເມີດ​ຢ່າງ​ຮ້າຍ​ແຮງ​ຕໍ່​ກົດ
ໝາຍ​ຂອງ​ນາໆ​ຊາດ.

ພວກ​ທະຫານ​ຈຸນີ້ ​ເປັນ​ສ່ວນ​ນຶ່ງ​ຂອງ​ໜ່ວຍ​ລາດຕະ​ເວນ​ ໃນ​ການ​ປະຕິບັດ​ງານ​ຢູ່ທາງ​ທິດ​ໃຕ້
​ຂອງ​ເມືອງ Tai ຊຶ່ງ​ເປັນ​ເຂດ​ທີ່​ສະຫະ​ປະຊາ​ຊາດ​ໄດ້​ເສີມ​ຂະຫຍາຍການ​ມີໜ້າ​ຂອງ​ຕົນ ຍ້ອນ
​ການ​ຂົ່ມຂູ່​ ທີ່​ຈະ​ມີ​ການ​ໂຈມ​ຕີ​ຕໍ່​ປະຊາຊົນ​ພົນລະ​ເຮືອນຢູ່​ໃນ​ເມືອງ​ດັ່ງກ່າວ. ຍັງ​ບໍ່​ທັນ​ເປັນ​ທີ່​
ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນ​ກຸ່ມ​ໃດ​ເປັນ​ຜູ້​ໂຈມ​ຕີໜ່ວຍ​ລາດຕະ​ເວນ​ຂອງ​ສະຫະ​ປະຊາ​ຊາດ.

ທ່ານ Ban Ki-moon ​ເລຂາທິການ​ໃຫຍ່​ຂອງ​ອົງ​ການ​ສະຫະ​ປະຊາ​ຊາດ ໄດ້​ສະແດງ​ຄວາມ​
ໂກດ​ແຄ້ນ​ຕໍ່​ການ​ສັງຫານ​ກຳລັງ​ຮັກສາ​ສັນຕິພາບ​. ທ່ານກ່າວ​ຕໍ່ພວກນັກ​ຂ່າວ​ທີ່​ນະຄອນ​ນິວ
ຢອກວ່າ ທ່ານ​ມີ​ຄວາມ​ກັງວົນໃຈ​ກ່ຽວ​ກັບ​ທະຫານ​ສະຫະປະຊາ​ຊາດ​ປະມານ 40 ຄົນ ທີ່​ຍັງ​
ເຫຼືອຢູ່​ໃນ​ເຂດ​ສອກຫຼີກຫ່າງ​ໄກ​ດັ່ງກ່າວ​ຂອງ Ivory Coast.

Ivory Coast ກຳລັງ​ຟື້ນ​ໂຕ​ຄືນ ຈາກ​ຄວາມ​ຮຸນ​ແຮງ​ໃນ​ປີ​ກາຍນີ້ ລຸນ​ຫຼັງການ​ເລືອກຕັ້ງທີ່​
ໄດ້ກາຍ​ເປັນ​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງ​ໃນ​ປີ 2010.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ​ເຕືອນ​ໃນຕົ້ນອາທິດ​ນີ້ວ່າ ພວກ​ນັກ
​ລົບ​ທີ່​ຈົງ​ຮັກ​ພັກດີ​ ຕໍ່​ອະດີດ​ປະທານາທິບໍດີ Laurent Gbagbo ​ໄດ້​ທຳການ​ໂຈມ​ຕີ Ivory
Coast ຈາກ​ໄລ​ບີ​ເຣຍ. ກຸ່ມ​ດັ່ງກ່າວ​ເວົ້າຕື່ມ​ວ່າ ມີ​ປະມານ 40 ຄົນ​ໄດ້​ເສຍ​ຊີວິດ​ໄປ​ແລ້ວໃນ
​ການ​ໂຈມ​ຕີ​ຂ້າມ​ຊາຍ​ແດນ​ຫຼາຍໆ​ຄັ້ງ ນັບ​ແຕ່ ​ເດືອນ​ກໍລະກົດ​ປີ​ກາຍ​ນີ້​ເປັນຕົ້ນມາ.

ທ່ານ Gbagbo ​ໄດ້​ຖືກ​ຈັບ ​ໃນ​ເດືອນ​ເມສາ​ຜ່ານ​ມາ ​ແລະ​ໄດ້​ຖືກ​ສົ່ງ​ໄປ​ຄຸມ​ຂັງ​ ທີ່ນະຄອນ
Hague ປະ​ເທດ​ເນ​ເທີ​ແລນ​ນັບ​ແຕ່​ເດືອນ​ພະຈິກ​ເປັນຕົ້ນມາ ​ໃນ​ຂໍ້​ຫາກໍ່​ອາ​ຊະ​ຍາ​ກຳ​ຕ້ານ
​ມະນຸດຊາດຂະນະ​ທີ່​ທຳ​ການ​ສູ້​ລົບ​ເພື່ອ​ຂັດຂວາງ​ບໍ່​ໃຫ້​ຜູ້​ຊະນະ​ການ​ເລືອກ​ຕັ້ ຄື​ປະທານາ
ທິບໍດີ Ivory Coast ຄົນ​ປັດຈຸບັນ ທ່ານ Alassane Ouattara ​ເຂົ້າກຳ​ຕຳ​ແໜ່​ງ.

XS
SM
MD
LG