ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດ ປະທານາທິບໍດີ Ivory Coast ຈະຖືກດໍາເນີນ ຄະດີ ທີ່ສານອາຍາສາກົນ

ທ່ານ Laurent Gbagbo ອະດີດປະທານາທິ ບໍດີຂອງ Ivory Coast ແລະພັນລະຍາຂອງທ່ານ, ທ່ານນາງ Simone, ປະກົດຕົວ ໂດຍຢູ່ໃຕ້ການຄຸມຕົວຂອງກໍາລັງຮັກສາຄວາມສະຫງົບ ທີ່ຈົງຮັກພັກດີຕໍ່ປະທານາທິບໍດີ Alassane Ouattara ຜູ້ຊະນະການເລືອກຕັ້ງປະທານາທິບໍດີ, ທີ່ໂຮງແຮມ Golf Hotel ໃນນະຄອນ Abidjan ຂອງ Ivory Coast ໃນວັນທີ 11 ເມສາ, 2011.

ສານອາຍາສາກົນຫລື ICC ເວົ້າວ່າ ທ່ານ Laurent Gbagbo
ອະດີດປະທານາທິ ບໍດີຂອງ Ivory Coast ມີສຸຂະພາບດີພໍ ທີ່ຈະຂຶ້ນສານເພື່ອດໍາເນີນຄະດີໃນການກໍ່ອາດຊະຍາກໍາຕ້ານ
ມະນຸດຊາດ.

ສານທີ່ຕັ້ງຢູ່ນະຄອນ Hague ໄດ້ອອກຄໍາຕັດສິນໃນວັນສຸກ
ວານນີ້ ລຸນຫລັງທີ່ໄດ້ພິຈາ ລະນາເບິ່ງຄວາມເຫັນຂອງທ່ານ
ໝໍສາມຄົນ ທີ່ໄດ້ປະເມີນສຸຂະພາບຂອງທ່ານ Gbagbo.

ພວກຜູ້ພິພາກສາຂອງ ICC ເວົ້າວ່າ ໃນໄລຍະດໍາເນີນຄະດີ
ຢູ່ນັ້ນ ສານອາດຈະໃຊ້ມາດ ຕະການພິເສດບາງຢ່າງ ເພື່ອອຳ
ນວຍໃຫ້ອະດີດປະທານາທິບໍດີ Ivory ສາມາດເຂົ້າຮ່ວມ ການ
ດໍາເນີນຄະດີໄດ້ ຊຶ່ງລວມມີການຈັດຊ່ວງເວລາການດໍາເນີນ ຄະດີຂອງສານເປັນຕອນສັ້ນໆ ຫລາຍຕອນ ແລະອະນຸຍາດ
ໃຫ້ມີການຢຸດພັກຫລາຍຄັ້ງ.

ທ່ານ Gbagbo ປະເຊີນຂໍ້ຫາຢູ່ສີ່ກະທົງ ໃນການກໍ່ອາດຊະຍາກໍາຕ້ານມະນຸດຊາດ ຊຶ່ງ ເກີດມາຈາກການກໍ່ຄວາມຮຸນແຮງ ລຸນຫລັງທ່ານໄດ້ເສຍໄຊການເລືອກຕັ້ງປະທານາທິບໍ ດີໃນ Ivory Coast ໃນເດືອນພະຈິກ ປີ 2010.

ກໍາລັງຂອງພວກກະບົດ Ivory Coast ໄດ້ຈັບທ່ານໃນວັນທີ 11 ເມສາ, 2011. ການຈັບ ກຸມ ທ່ານນັ້ນ ໄດ້ເຮັດໃຫ້ການຕໍ່ສູ້ກັນທີ່ຍືດເຍື້ອມາເປັນເວລາຫລາຍເດືອນທີ່ສັງຫານຊີວິດ
ຂອງ 3 ພັນຄົນແລະຫລາຍກວ່າ 1 ລ້ານຄົນຕ້ອງອົບພະຍົບຈາກບ້ານເຮືອນຂອງຕົນ ສິ້ນ ສຸດລົງ.
XS
SM
MD
LG