ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນໍາອາຟຣິກາຕາເວັນຕົກ ຫາທາງແກ້ໄຂວິກິດການ ໃນ Ivory Coast


ກຳລັງສະຫະປະຊາຊາດ ພວມລາດຕະເວນ ໃນນະຄອນ Abidjan ຫຼັງຈາກຜູ້ນຳ ຂອງສະຫະປະຊາຊາດ ເຕືອນວ່າ Ivory Coast ປະເຊີນກັບການສ່ຽງທີ່ຈະກັບຄືນ ໄປສູ່ສົງຄາມກາງເມືອງອີກ (22 ທັນວາ 2010)
ກຳລັງສະຫະປະຊາຊາດ ພວມລາດຕະເວນ ໃນນະຄອນ Abidjan ຫຼັງຈາກຜູ້ນຳ ຂອງສະຫະປະຊາຊາດ ເຕືອນວ່າ Ivory Coast ປະເຊີນກັບການສ່ຽງທີ່ຈະກັບຄືນ ໄປສູ່ສົງຄາມກາງເມືອງອີກ (22 ທັນວາ 2010)

ພວກຜູ້ນຳຂອງບັນດາປະເທດ ໃນອາຟຣິກາຕາເວັນຕົກ
ພວມທຳການເຈລະຈາຫາລືສຸກເສີນຢູ່ທີ່ນະຄອນຫຼວງອາ
ບູຊາຂອງໄນຈີເຣຍໃນວັນສຸກມື້ນີ້ເພື່ອຊອກຫາຊ່ອງທາງ
ແກ້ໄຂວິກິດການທີ່ພວມທະວີຄວາມຮ້າຍຮ້າຍຂຶ້ນໃນປະ
ເທດ Ivory Coast.

ການປະຕິເສດບໍ່ຍອມລາອອກ ຈາກຕຳແໜ່ງປະທານາ
ທິບໍດີ ຂອງທ່ານ Laurent Gbagbo ໄດ້ພາໃຫ້ເກີດ
ຄວາມຮຸນແຮງຂຶ້ນ ໃນປະເທດດັ່ງກ່າວ.

ການເຈລະຈາຫາລືດັ່ງກ່າວ ແມ່ນການປະຊຸມເທື່ອທີ 2
ຂອງສະມາຊິກ 15 ປະເທດ ໃນກຸ່ມປະຊາຄົມເສດຖະກິດ ຂອງບັນດາລັດໃນອາຟຣິກາ
ຕາເວັນຕົກ ນັບແຕ່ໄດ້ມີການເລືອກຕັ້ງໃນເດືອນແລ້ວ.

ໃນວັນພະຫັດວານນີ້ ກອງປະຊຸມສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດໄດ້ຮັບ
ຮອງເອົາ ມະຕິສະບັບນຶ່ງ ຮັບຮູ້ຄູ່ປໍລະປັກ ຂອງທ່ານ Gbagbo ຄືທ່ານ Alassane
Ouattara ເປັນຜູ້ຊະນະໃນການເລືອກຕັ້ງປະທານາທິບໍດີ ຂອງ Ivory Coast.

ນອກນັ້ນແລ້ວ ໃນມື້ວານນີ້ ທະນາຄານກາງຂອງບັນດາປະເທດໃນພາກຕາເວັນຕົກ
ອາຟຣິກາກ່າວວ່າ ຕົນໄດ້ສະກັດກັ້ນບໍ່ໃຫ້ມີການສົ່ງເງິນໄປໃຫ້ທ່ານ Gbagbo ເພື່ອ
ເພີ່ມທະວີຄວາມກົດດັນຕໍ່ຜູ້ນຳຂອງ Ivory Coast ທ່ານນີ້ ທີ່ບໍ່ຍອມລົງຈາກຕຳແໜ່ງ.

ໃນຕອນເຊົ້າຂອງມື້ວານນີ້ ເຈົ້າໜ້າທີ່ຄົນນຶ່ງ ຂອງອົງການສະຫະປະຊາຊາດ ກ່າວວ່າ
ມີ 170 ກວ່າຄົນໄດ້ເສຍຊີວິດໃນຮອບສັບປະດາຜ່ານມາ ຢູ່ໃນປະເທດ Ivory Coast.

XS
SM
MD
LG