ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິຕາລີ ຊ່ອຍ​ເຫຼືອ ພວກ​ອົບ​ພະຍົບ 4 ພັນຄົນ ຈາກ​ທະ​ເລ​ ເມ​ດີ​ເຕຣານຽນ (ວີດີໂອ)


ITALY MIGRANTS CNVO
please wait
Embed

No media source currently available

0:00 0:00:42 0:00
ອີຕາ​ລີກ່າວ​ວ່າ ຕົນ​ໄດ້​ຊ່ອຍ​ເຫຼືອ ພວກ​ອົບ​ພະຍົບ 4 ພັນ
​ຄົນ ຈາກ​ທະ​ເລ​ເມ​ດີ​ເຕຣານຽນ ​ໃນໄລຍະ 2 ມື້​ທີ່​ຜ່ານ​ມາ​ ​
ແລະ​ໄດ້​ຮ້ອງ​ຮຽນ​ ໃຫ້​ສະຫະພາບ​ຢູ​ໂຣບ ດຳເນີນການ
ຫລາຍໄປກວ່ານີ້ ເພື່ອໃຫ້ຄວາມຊ່ອຍ​ເຫຼືອ.

ລັດຖະ​ມົນຕີ​ກະຊວງພາຍ​ໃນອິ​ຕາ​ລີ ​ທ່ານ Angelino
Alfano ໄດ້​ບອກກັບ​ວິທະຍຸຸກະຈາຍສຽງ​ຂອງ​ລັດ​ ​
ໃນ​ວັນ​ພຸດ​ມື້​ນີ້​ວ່າ ບັນຫາສຸກເສີນກ່ຽວກັບອົບ​ພະ​ຍົບ​ນີ້
​ແມ່ນ​ຮ້າຍແຮງຂຶ້ນຕື່ມ ​ແລະ​ເຮືອ​ທັງ​ຫຼາຍ​ນັ້ນ ​ແມ່ນຍັງ​
ພາກັນ​ຫຼັ່ງ​ໄຫຼ​ເຂົ້າ​ມາ​ເລື້ອຍໆ.

ທ່ານ​ຮຽກຮ້ອງ​ໃຫ້ທາງສະຫະພາບ​ຢູ​ໂຣບ ໃຫ້ການ​ຊ່ອຍ​ເຫຼືອເພີ້ມຕື່ມ ໃນການ
ລາດຕະເວນເຂດ​ນ່ານນ້ຳ​ຊຶ່ງ​ທ່ານ​ກ່າວ​ວ່າ​ ​ໄດ້​ມີ​ການໃຊ້​ຈ່າຍ​ເງິນ​ໄປແລ້ວ
ຫລາຍສິບ​ລ້ານ​ໂດ​ລ່າ​ ​ແ​ຕ່ກໍ​ຍັງບໍ່ສາມາດ ແກ້​ໄຂບັນຫາດັ່ງກ່າວນີ້ ໄດ້​ແຕ່​ຢ່າງ​ໃດ.

ທ່ານ Alfano ໄດ້ປະນາມ ພວກ​ທີ່​ຈັດ​ແຈງການເດີນທາງ​ຂ້າມ​ທະ​ເລ​ ທີ່ເຕັມໄປ
ດ້ວຍອັນຕະລາຍ ຈາກ​ອາ​ຟຣິກາ​ເໜືອ​ນີ້​ວ່າ “​ເປັນ​ພໍ່​ຄ້າມໍລະນະ.”

​ໄດ້​ມີ​ຊາວ​ອາ​ຟຣິກາຈຳນວນ​ຫຼາຍ​ພັນ​ຄົນສ່ຽງຊີວິດ ເພື່ອພະຍາຍາມເດີນທາງເຂົ້າໄປ​ໃນ​ຢູ​ໂຣບ​ ໃນ​ແຕ່ລະ​ປີ ຜ່ານ​ທາງໝູ່​ເກາະ​ຂອງ​ອິຕາ​ລີ ຫລົບໜີ​ໄພ​ສົງຄາມ ຄວາມທຸກ​ຈົນ​ແລະ ຄວາມ​ວຸ້ນວາຍທາງ​ການ​ເມືອງ.
XS
SM
MD
LG