ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

16 ຄົນ ເສຍຊີວິດ ຍ້ອນແຜ່ນດິນໄຫວ ຢູ່ອີຕາລີ


ພວກກູ້ໄພກໍາລັງປະຕິບັດງານຄົ້ນຫາຜູ້ລອດຊີວິດຈາກຊາກຫັກພັງ ຂອງໂຮງງານແຫ່ງນຶ່ງຍ້ອນເຫດແຜ່ນດິນໄຫວຮ້າຍ ແຮງອີກບັ້ນນຶ່ງທີ່ອິຕາລີ ເມື່ອວັນອັງຄານ ທີ່ 29 ເດືອນນີ້
ພວກກູ້ໄພກໍາລັງປະຕິບັດງານຄົ້ນຫາຜູ້ລອດຊີວິດຈາກຊາກຫັກພັງ ຂອງໂຮງງານແຫ່ງນຶ່ງຍ້ອນເຫດແຜ່ນດິນໄຫວຮ້າຍ ແຮງອີກບັ້ນນຶ່ງທີ່ອິຕາລີ ເມື່ອວັນອັງຄານ ທີ່ 29 ເດືອນນີ້

ແຜ່ນດິນ​ໄຫວຮ້າຍ​ແຮງ ​ ທີ່​ປະ​ທະ​ພາກ​ເໜືອ​ຂອງ​ອິຕາ​ລີ ​ໄດ້ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 16 ຄົນ ຊຶ່ງ​ຕິດຕາມ​ມາຫຼັງຈາກເກີດແຜ່ນດິນໄຫວ ເຖິງ​ຂັ້ນ​ເສຍ​ຊີວິດ​ເຊ່ນ​ກັນ ​ໃນ​ເຂດ​ດຽວ​ກັນນັ້ນ ເມື່ອວັນ​ທີ 20 ​ເດືອນ​ນີ້.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ອີກ 350 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ໃນ​ເຫດແຜ່ນດິນ​ໄຫວ​ ​ແຮງຂະໜາດ 5.8 ຣິກ​ເຕີ​ ເມື່ອ​ວັນ​ອັງຄານ​ວານ​ນີ້ ທີ່​ມີ​ຈຸດສູນ​ກາງຢູ່​ໃນ​ເຂດ Emillia-Romagna ລະຫວ່າງ​ກາງເມືອງ Modena ​ແລະ Ferrara ນັ້ນ.

​ແຮງ​ສັ່ນ​ສະ​ເທືອ​ນ​ແມ່ນ​ຮູ້ສຶກ​ໄດ້ ​ໃນ​ເຂດ​ສ່ວນ​ໃຫຍ່​ຂອງພາກ​ກາງ​ແລະ ພາກ​ເໜືອ​ຂອງ​ອິຕາ​ລີ ໂຮມ​ທັງ​ເມືອງ​ Milan ທີ່​ສໍາຄັນ​ນັ້ນ​ນໍາ. ຫລັງ​ຈາກ​ແຜ່ນດິນ​ໄຫວ​ຄັ້ງ​ໃຫຍ່​ນັ້ນ​ແລ້ວ ກໍ​ໄດ້​ມີ​ແຜ່ນດິນ​ໄຫວຂະໜາດແຮງ​ສົມຄວນ ຕິດຕາມ​ມາ​ຫຼາຍບັ້ນໃນຂົງ​ເຂດ​ດັ່ງກ່າວ.

ພວກ​ກູ້​ໄພ ​ໄດ້​ອອກ​ໄປ​ປະຕິບັດ​ງານ​ທີ່​ບ່ອນ​ເກີດ​ເຫດ ພະຍາຍາມ​ຊ່ວຍ ​ເອົາ​ພວກ​ຄົນ​ທີ່​ຕິດ​ຄ້າງ​ຢູ່​ຕາມກອງ​ຊາກຫັກ​ພັງ​ຂອງ​ບ້ານ​ເຮືອນ ​ໂຮງງານ ​ແລະ​ວັດ​ຕ່າງໆ.

​ແຜ່ນດິນ​ໄຫວ​ເມື່ອ​ວັນ​ອັງຄາ​ນວານ​ນີ້ ​ແມ່ນເກີດ​ຂຶ້ນ ປະມານ 58 ກິ​ໂລແມດ ທາງ​ທິດຕາ​ເວັນ​ອອກ​ຂອງ​ເມືອງ Parma ບ່ອນ​ທີ່​ອິຕາ​ລີ​ມີ​ກໍານົດ​ຈະ​ແຂ່ງຂັນ​ກິລາບານ​ເຕະ​ກັບ​ທີ​ມ Luxembourg ​ໃນ​ຕອນ​ບ່າຍ​ມື້​ດຽວ​ກັນ​ສົ່ງ​ຜົນ​ໃຫ້​ພວກ​ເຈົ້າໜ້າ​ທີ່ ຕ້ອງ​ໄດ້​ລົບ​ລ້າງ​ການ​ແຂ່ງຂັນ.

​ເມື່ອນຶ່ງ​ອາທິດ​ກວ່າຜ່ານ​ມາ​ນີ້ ​ກໍໄດ້ເກີດ​ແຜ່ນດິນ​ໄຫວ​ ແຮງ​ເຖິງ 6.0 ຣິກ​ເຕີ ຢູ່​ໃນ​ເຂດ​ດຽວ​ກັນ ທີ່​ຍັງ​ຜົນ​ໃຫ້​ເຈັດ​ຄົນ​ເສຍ​ຊີວິດ ທໍາລາຍ​ໂຮງ​ຈັກ​ໂຮງງານ ​ແລະ​ສະຖານ​ທີ່ປະວັດ​ສາດ​ຕ່າງໆ ​ແລະ​ຊາວບ້ານ​ຊາວ​ເມືອງ ຫຼາຍຄົນ​ບໍ່​ມີບ້ານ​ຢູ່​ອາ​ໄສ. ນອກ​ນີ້​ແລ້ວ ໄພ​ແຜ່ນດິນ​ໄຫວ​ດັ່ງກ່າວ​ຍັງ​ສ້າງ​ຄວາມ​ເສຍ ຫາຍ​ມູນ​ຄ່າຫຼາຍລ້ານ​ໂດ​ລາ ຕໍ່​ວົງ​ການກະ​ເສດຂອງ​ຂົງ​ເຂດ ຊຶ່ງ​ເປັນແຫຼ່ງຜ​ະລິດ​ເນີຍ​ແຂງ Parmigiano Reggiano ທີ່ມີ​ຊື່​ສຽງ​ຂອງ​ອິຕາ​ລີ​.

XS
SM
MD
LG