ເຮືອລຳນຶ່ງ ທີ່ບັນທຸກອົບພະຍົບ ຫລາຍຮ້ອຍຄົນ ໄດ້ໄປເຖິງ
ທ່າເຮືອ Corigliano Calabro ທາງພາກໃຕ້ຂອງອີຕາລີໃນ
ຕອນແລງວັນສຸກວານນີ້ ຫຼັງຈາກພວກລູກເຮືອໄດ້ປະຖິ້ມ ຢູ່
ກາງທະເລທີ່ປັ່ນປ່ວນ.
ບັນດາເຈົ້າໜ້າທີ່ ຈາກໜ່ວຍຍາມຝັ່ງອີຕາລີ ສາມາດເຂົ້າ
ຄວບຄຸມ Ezadeen ໃນຕອນເຊົ້າວັນສຸກວານນີ້ ຫລັງຈາກ
ໄດ້ຖືກຢ່ອນລົງໃສ່ເຮືອໂດຍເຮືອບິນເຮລິຄອບເຕີ. ເຮືອລຳ
ດັ່ງກ່າວໄດ້ເກີດຈັກຕາຍຢູ່ກາງທະເລທີ່ປັ່ນປ່ວນ ປະມານ
40 ກິໂລແມັດ ຫ່າງຈາກຊາຍຝັ່ງ Crotone ຂອງອິຕາລີ.
ບັນດາເຈົ້າໜ້າທີ່ຄາດຄະເນວ່າມີປະມານ 450 ຄົນຢູ່ເທິງເຮືອລຳນີ້ ຮວມທັງຜູ້ຍິງ ແລະ
ເດັກນ້ອຍ ສ່ວນໃຫຍ່ຄິດວ່າເປັນຊາວຊິີເຣຍ.
ຜູ້ໂດຍສານຄົນນຶ່ງໄດ້ໃຊ້ວິທະຍຸຂອງເຮືອ ບອກເຈົ້າໜ້າທີ່ວ່າ ພວກລູກເຮືອໄດ້ໂຕນໜີ
ຈາກເຮືອແລ້ວ.
ມັນແມ່ນເຫດການເທື່ອທີ່ສອງໃນທຳນອງນີ້ ພາຍໃນນຶ່ງອາທິດ.
ຄະນະກຳມາທິການຢູໂຣບກ່າວໃນວັນສຸກວານນີ້ວ່າ ການຕໍ່ສູ້ຕ້ານການລັກລອບຄ້າມະ
ນຸດ ຈະເປັນເລື່ອງສຳຄັນທີ່ສຸດ ຢູ່ໃນ “ວິທີການແກ້ໄຂກ່ຽວກັບການຍົກ ຍ້າຍຖິ່ນຖານ
ຮອບດ້ານ” ໃນປີ 2015.
ຄະນະກຳມາທິການ ກ່າວວ່າ ພວກລັກລອບຄ້າມະນຸດ ໄດ້ພົບເຫັນເສັ້ນທາງໃໝ່ເຂົ້າມາ
ສູ່ຢູໂຣບແລະໃຊ້ວິທີການແບບໃໝ່ ເພື່ອສວຍໃຊ້ເອົາຜົນປະໂຫຍດ ຈາກພວກຄົນທີ່ສິ້ນ
ຫວັງ ຫລົບໜີຈາກບັນຫາຂັດແຍ້ງແລະສົງຄາມ ອັນເປັນ ບ້ານເກີດເມືອງນອນຂອງເຂົາ
ເຈົ້າ. ຖະແຫລງການຂອງຄະນະກຳມາທິການສະບັບນຶ່ງ ກ່າວວ່າ “ພວກເຮົາຈະຕ້ອງບໍ່
ອະນຸຍາດໃຫ້ພວກລັກລອບ ເຮັດໃຫ້ຜູ້ຄົນ ສ່ຽງຊີວິດເຂົາເຈົ້າຢູ່ໃນເຮືອທີ່ເກົ່າໆ ແລະປະ
ຖິ້ມເຮືອເຫຼົ່ານີ້ຢູ່ໃນສະພາບອາກາດ ທີ່ເປັນອັນຕະລາຍ.”