ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຕາລີ ສີ້ນສຸດ ການກູ້ໄພ ພວກອົບພະຍົບ ທາງທະເລ


ພວກອົບພະຍົບ ພາກັນລໍຖ້າ ຂື້ນກຳປັ່ນ ທະຫານເຮືອ San Giusto ຢູ່ທະເລ Mediterranean.
ພວກອົບພະຍົບ ພາກັນລໍຖ້າ ຂື້ນກຳປັ່ນ ທະຫານເຮືອ San Giusto ຢູ່ທະເລ Mediterranean.

ອີຕາ​ລີ ໄດ້​ສີ້​ນສຸດ​ ການ​ປະຕິບັດ​ງານ​ກູ້​ໄພ ​ຢູ່ທະເລ Medi-
terranean ທີ່​ໄດ້​ຊ່ວຍ​ຊີວິດ​ ພວກອົບພະຍົບ ຢ່າງໜ້ອຍ
100,000 ຄົນ ​ທີ່ມາ​ຈາກອາ​ຟຣິກາ ​ແລະ​ຕາ​ເວັນ​ອອກ​ກາງ.

ການ​ປະຕິ​ບັດ​ງານ​ກູ້ໄພຂອງອີີຕາລີ ທີ່ມີຊື່ວ່າ Mare Nos-
trum ​ໄດ້​ສິ້ນສຸດ​ລົງ​ໃນ​ວັນ​ສຸກ​ວານ​ນີ້ ​ເພື່ອ​ເປີດ​ທາງ​ໃຫ້​ແກ່
ການປະຕິບັດ​ງານໃໝ່ ​ໃນ​ການຊອກ​ຫາ ​ແລະ​ກູ້​ໄພພວກອົບ
ພະຍົບ ຂອງສະຫະພາບ​ຢູ​ໂຣບ ຢູ່​ທະ​ເລ Mediterranean
ການ​ປະຕິບັດ​ງານກູ້ໄພ Triton ຂອງສະຫະພາບຢູ​ໂຣບ ​
ເລີ້ມມ​າຂຶ້ນໃນ​ວັນ​ເສົາ​ມື້​ນີ້.

ການ​ປະຕິບັດ​ງານ​ຂອງອີ​ຕາ​ລີ ເລີ້ມມາ​ໄດ້​ປີ​ນຶ່ງ​ແລ້ວ ຫລັງ​ຈາກ​ເກີດ​ເຮືອ​ຫລົ້ມ ທີ່​ເຮັດ​ໃຫ້​
ພວກຜູ້​ຊາຍ ຜູ້ຍິງ ​ແລະເດັກນ້ອຍ ຫລາຍ​ກວ່າ 350 ຄົນ ເສຍ​ຊີວິດ ​ທີ່ Lampedusa
ໃກ້​ກັບ​ເກາະ Sicilian ນັ້ນ.

ອີຕາ​ລີ ​ໄດ້​ຈົ່ມວ່າກ່ຽວ​ຄ່າໃຊ້​ຈ່າຍ ໃນການສືບຕໍ່​ກູ້​ໄພ ທີ່ເຮັດ​ໃຫ້ເກີດຄວາມເຄັ່ງ ຕຶງທາງ
ດ້ານ​ການ​ເງິນ​ທີ່​ມີບັນຫາຢູ່​ແລ້ວ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່ອີ​ຕາ​ລີ ກ່າວ​ວ່າ ລັດຖະບານ ​ໄດ້​
ໃຊ້​ເງິນ​ຫລາຍ​ກວ່າ 142 ລ້ານ​ໂດ​ລາ ​ໃນ​ການ​ປະຕິບັດ​ງານດັ່ງ ກ່າວ. ອີ​ຕາ​ລີໄດ້​ຂໍຮ້ອງ​
ມາ​ດົນ​ນານແລ້ວໃຫ້ສະຫະພາບຢູໂຣບດຳເນີນການເພີ້ມ ຕື່ມ ເພື່ອຊ່ວຍ​ເຫລືອພວກ
ອົບພະຍົບ.

21 ປະເທດໃນສະຫະພາບຢູໂຣບ ແມ່ນເປັນຜູ້ປະກອບສ່ວນເຂົ້າໃນການປະ ຕິບັດງານ
ໃໝ່ Triton.

ລັດຖະມົນຕີກະຊວງ​ພາຍ​ໃນຂອງອີຕາລີ ທ່ານ Angelino Alfano ກ່າວ​ໃນ​ວັນ​ສຸ​ວານ​ນີ້​
ວ່າ ອີ່ຕາ​ລີ ຍັງ​ຈະສືບຕໍ່ໃຫ້ການຊ່ວຍເຫລືອແກ່​ການ​ຮ້ອງ​ຂໍກູ້​ໄພສຸ​ກເສີນ ຕາມທີ່ໄດ້ກຳ
ນົດໄວ້ ຢູ່ໃນ “​ກົດໝາຍທາງ​ທະ​ເລ” ນັ້ນ.

ITALY MIGRANTS VO
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG