ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຜ່ນດິນໄຫວ ຂະໜາດແຮງ ອີກຄັ້ງໜຶ່ງ ໄດ້ສັ່ນສະເທືອນ ພາກກາງຂອງອີຕາລີ


ຮູບຖ່າຍຈາກໂທລະພາບ ໄດ້ຖືກເປີດເຜີຍ ໂດຍການຖ່າຍ
ທອດ ຂອງອີຕາລີ Sky Tg24 ສະແດງໃຫ້ເຫັນ ໂບດ basilica ຂອງເມືອງ Norcia ຖືກທຳລາຍ ຫຼັງຈາກເກີດ
ໄພແຜ່ນດິນໄຫວ ຄວາມແຮງຂະໜາດ 6.6 ໃນເມືອງນັ້ນ, ວັນທີ 30 ຕຸລາ 2016.
ຮູບຖ່າຍຈາກໂທລະພາບ ໄດ້ຖືກເປີດເຜີຍ ໂດຍການຖ່າຍ ທອດ ຂອງອີຕາລີ Sky Tg24 ສະແດງໃຫ້ເຫັນ ໂບດ basilica ຂອງເມືອງ Norcia ຖືກທຳລາຍ ຫຼັງຈາກເກີດ ໄພແຜ່ນດິນໄຫວ ຄວາມແຮງຂະໜາດ 6.6 ໃນເມືອງນັ້ນ, ວັນທີ 30 ຕຸລາ 2016.

ນາຍົກລັດຖະມົນຕີ ຂອງອີຕາລີ ທ່ານ Matteo Renzi ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງ ສາບາງພາກສ່ວນທາງພາກກາງຂອງອີຕາລີຄືນໃໝ່ ຫຼັງຈາກເກີດໄພແຜ່ນດິນໄຫວ ຄວາມແຮງຂະໜາດ 6.6 ເມື່ອວັນອາທິດວານນີ້ ອັນເປັນແຜ່ນດິນໄຫວທີ່ແຮງທີ່ສຸດ ໃນຮອບ 36 ປີ ຂອງອີຕາລີ.

ທ່ານ Renzi ກ່າວວ່າ “ອີຕາລີ ມີຂໍ້ຜິດພາດຫຼາຍຢ່າງ ແຕ່ສະຖານະການເຫຼົ່ານີ້
ນຳເອົາ ສິ່ງທີ່ດີທີ່ສຸດຂອງພວກເຮົາອອກມາ. ພວກເຮົາຈະສ້າງຄືນໃໝ່ ທຸກສິ່ງ
ທຸກຢ່າງ ບໍ່ວ່າຈະເປັນ ເຮືອນຊານ ໂບດ ແລະ ທຸລະກິດ ທັງຫຼາຍ. ທຸກສິ່ງທຸກຢ່າງ ທີ່ຈຳເປັນຕ້ອງໄດ້ເຮັດ ເພື່ອສ້າງຄືນໃໝ່ ສິ່ງຕ່າງໆເຫຼົ່ານີ້ ຈະຕ້ອງໄດ້ເຮັດໃຫ້ສຳເລັດ.”

ມີລາຍງານວ່າ ບໍ່ມີຜູ້ໃດເສຍຊີວິດ ໃນວັນອາທິດວານນີ້ ແຕ່ຢ່າງນ້ອຍ 20 ຄົນ ໄດ້ຮັບ ບາດເຈັບເລັກນ້ອຍ.

ປະຊາຊົນຫຼາຍຄົນໄດ້ຫລົບໜີອອກໄປຈາກພື້ນທີ່ດັ່ງກ່າວແລ້ວ ຫຼັງຈາກມີແຜ່ນດິນໄຫວ ເມື່ອເດືອນສິງຫາ ຜ່ານມາ ທີ່ໄດ້ເອົາຊີວິດ ປະຊາຊົນປະມານ 300 ຄົນ ຊຶ່ງຫຼັງຈາກນັ້ນ ໄດ້ເກີດການສັ່ນສະເທືອນຕິດຕາມມາສອງຄັ້ງ ເມື່ອວັນພຸດສັບປະດາແລ້ວນີ້.

ພາບນີ້ ສະແດງ ໃຫ້ເຫັນ ຄວາມເສຍຫາຍ ຕໍ່ຫໍລະຄັງ ຫຼັງຈາກເກີດໄພແຜ່ນດິນໄຫວ ຄວາມແຮງ ຂະໜາດ 6.6 ໃນເມືອງ Norcia, ອີຕາລີ, ວັນທີ 30 ຕຸລາ 2016.
ພາບນີ້ ສະແດງ ໃຫ້ເຫັນ ຄວາມເສຍຫາຍ ຕໍ່ຫໍລະຄັງ ຫຼັງຈາກເກີດໄພແຜ່ນດິນໄຫວ ຄວາມແຮງ ຂະໜາດ 6.6 ໃນເມືອງ Norcia, ອີຕາລີ, ວັນທີ 30 ຕຸລາ 2016.


ກ້ອນຫີນໃຫຍ່ຫຼາຍກ້ອນ ແລະ ດິນເຈື່ອນລົງມາຕັນທາງຫຼວງຫຼາຍສາຍ ຊຶ່ງໄດ້ຕັດຂາດ ການສັນຈອນໄປມາ ໃນຫຼາຍໆໝູ່ບ້ານ ຈາກພາຍນອກ. ຄື້ນສັ່ນສະເທືອນຂະໜາດນ້ອຍ ເກີດຂຶ້ນເກືອບວ່າ ບໍ່ຢຸດເລີຍ ເຮັດໃຫ້ສະພາບການຍາກລຳບາກ ສຳລັບພວກພະນັກງານ ກູ້ໄພສຸຸກເສີນ.

ພວກເຫັນເຫດການກ່າວວ່າ ຕຶກເກົ່າແກ່ຈຳນວນໜຶ່ງໄດ້ຖືກທຳລາຍ ໃນວັນອາທິດວານນີ້ ລວມທັງ ໂບດ Basilica ຂອງ St. Benedict ສະໄໝ ສັດຕະວັດທີ 14 ໃນເມືອງ Norcia ທີ່ລ້ອມຮອບໂດຍພູຜາ. ພາບຕ່າງໆ ສະແດງໃຫ້ເຫັນ ພຽງດ້ານໜ້າຂອງຕຶກ ທີ່ພົ້ນອອກ ມາຈາກຊາກຫັກພັງ. ພວກຄຸນພໍ່ Benedict ພາກັນໄຫວ້ພາວັນນາ ຢູ່ດ້ານໜ້າຂອງຊາກ ຫັກພັງນັ້ນ.

ນອກນັ້ນ ແຜ່ນດິນໄຫວໃນວັນອາທິດວານນີ້ ຍັງໄດ້ເຮັດໃຫ້ໂບດຂອງ San Francesco ພັງລົງ ຊຶ່ງໄດ້ສ້າງຂຶ້ນໂດຍຊາວເມືອງ Franciscans ເມື່ອສະໄໝ ສັດຕະວັດທີ 14. ມັນໄດ້ຖືກສ້າງຂຶ້ນຄືນໃໝ່ມາແລ້ວ ໃນຄັ້ງໜຶ່ງ ຫຼັງຈາກແຜ່ນດິນໄຫວເມື່ອປີ 1859.

ອົງການສຳຫຼວດທໍລະນີສາດແຫ່ງຊາດ ສະຫະລັດ ກ່າວວ່າ ຈຸດສູນກາງ ຂອງແຜ່ນ ດິນໄຫວ ໃນວັນອາທິດວານນີ້ ແມ່ນຢູ່ໃກ້ເມືອງ Norcia ແລະ ຢູ່ຕື້ນໆ ພໍສົມຄວນ ໃນ ລະດັບຄວາມເລີກ 10 ກິໂລແມັດ ຊຶ່ງເຮັດໃຫ້ຮູ້ສຶກໄດ້ ໄປທົ່ວພື້ນທີ່ບໍລິເວນອັນກວ້າງ ໃຫຍ່ ແລະ ໄກຈົນຮອດ 90 ກິໂລແມັດ ໄປທາງພາກໃຕ້ຂອງນະຄອນ Rome.

ໂຮງຮຽນທັງຫຼາຍ ຈະຖືກປິດໄວ້ໃນວັນຈັນມື້ນີ້ ໃນນະຄອນ Rome ເພື່ອໃຫ້ສາມາດ ກວດສອບໂຄງສ້າງຂອງຕຶກອາຄານຕ່າງໆ ສຳລັບຄວາມເສຍຫາຍ ອິງຕາມເວັບໄຊ ຂອງເທດສະບານນະຄອນ Rome.

Italy Earthquake
please wait
Embed

No media source currently available

0:00 0:01:19 0:00


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG