ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

4 ຄົນເສຍຊີວິດ ໃນເຫດແຜ່ນດິນໄຫວ ທີ່ອີຕາລີ


ປະຊາຊົນພາກັນອອກໄປຢືນຢູ່ກາງຖະໜົນ ຕໍ່ໜ້າຫ້ອງການເມືອງ Sant' Agostino ໃກ້ໆກັບເມືອງ Ferrara ຫລັງຈາກເກີດແຜ່ນດິນໄຫວ, ວັນທີ 20 ພືດສະພາ May 2012. REUTERS/Giorgio Benvenuti
ປະຊາຊົນພາກັນອອກໄປຢືນຢູ່ກາງຖະໜົນ ຕໍ່ໜ້າຫ້ອງການເມືອງ Sant' Agostino ໃກ້ໆກັບເມືອງ Ferrara ຫລັງຈາກເກີດແຜ່ນດິນໄຫວ, ວັນທີ 20 ພືດສະພາ May 2012. REUTERS/Giorgio Benvenuti

​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 6.0
ຣິກ​ເຕີໄດ້​ສັ່ນ​ສະ​ເທືອ​ນພາກ​ເໜືອ
ຂອງ​ອີ​ຕາ​ລີ ​ເຮັດ​ໃຫ້​ປະຊາຊົນ
ຢ່າງ​ໜ້ອຍ 4 ຄົນ​ເສຍ​ຊີວິດ ບາດ
​ເຈັບ​ຫຼາຍ​ສິບ​ຄົນ ​ແລະ​ສ້າງຄວາມ
​ເສຍ​ຫາຍ​ໃຫ້​ແກ່​ຕຶກ​ອາຄານ​ຫຼາຍ​
ຫຼັງ.

ກົມ​ສໍາ​ຫຼວດທໍ​ລະ​ນີວິທະຍາ
ສະຫະລັດກ່າວ​ວ່າ ​ແຜ່ນດິນ​ໄຫວ​
ມີ​ຈຸດ​ໃຈກາງ​ຢູ່ເລິກ​ຈາກ​ໜ້າດິນ
​ລົງໄປ​ປະມານ 5 ຫຼັກ​ກິ​ໂລ​ແມັດ​
ຫ່າງ​ຈາກເມືອງ Bologna ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງເໜືອ​ຂອງ​ປະ​ເທດ ປະມານ 35 ຫຼັກ​ ​ໄປທາງທິດຕາ​ເວັນ​ຕົກ​ສຽງ​ເໜືອ.

​ແຜ່ນດິນ​ໄຫວ​ດັ່ງກ່າວ​ເກີດ​ຂຶ້ນເວລາ​ປະມານ 4:00 ​ໂມງ​ເຊົ້າ​ຕາ​ມ​ເວລາໃນ​ທ້ອງ​ຖິ່ນ ​ເຮັດ​ໃຫ້​ພວກ​ບ້ານ​ຊາວ​ເມືອງແລ່ນ​ແຕກ​ຕື່ນ​ອອກ​ໄປສູ່​ຖະໜົນ​ຫົນທາງ​ສາຍ​ຕ່າງໆ.

ເຂດນຶ່ງທີ່ຖືກ ແຜ່ນດິນໄຫວປະທະ ທາງພາກເໜືອຂອງອີຕາລີ, ວັນທີ 20 ພຶດສະພາ 2012.
ເຂດນຶ່ງທີ່ຖືກ ແຜ່ນດິນໄຫວປະທະ ທາງພາກເໜືອຂອງອີຕາລີ, ວັນທີ 20 ພຶດສະພາ 2012.

ປະຊາຊົນ 3 ຄົນ​ເສຍ​ຊີວິດ​ເວລາ​ໂຮງງານຜະລິດ​ດິນ​ກະ​ເບື້ອງ​ແຫ່ງ​ນຶ່ງ​ພັງ​ທະລາ​ຍລົງ​ທີ່​ເມືອງ Sant’ Agostino ​ແລະ​ອີກ​ຄົນ​ນຶ່ງ​ເສຍ​ຊີວິດ​ທີ່​ເມືອງ Ponte Rodon do Bondeno ຢູ່​ທາງ​ທິດຕາ​ເວັນ​ຕົກ​ສຽງ​ ເໜືອຂອງເມືອງ Ferrara ໃກ້ໆ​ກັນນັ້ນ.

ໄດ້​ມີແຜ່ນດິນໄຫວຕິດ​ຕໍ່​ກັນ​ມາ​ຫຼາຍ​ບັ້ນ ​ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວຄັ້ງ​ໃຫຍ່​ເທື່ອ​ທໍາ​ອິດ​ນັ້ນ​ແລ້ວ. ​ແຜ່ນດິນ​ໄຫວ​ຄັ້ງ​ຮ້າຍແຮງທີ່​ສຸດທີ່ຕິດຕາມ​ມາ​ ແມ່ນ​ວັດ​ແທກ​ໄດ້ 5.1 ຣິກ​ເຕີ​ ໂດຍໄດ້​ສັ່ນ​ສະ​ເທືອ​ນຂົງ​ເຂດ​ດັ່ງກ່າວ​ປະມານ 1 ຊົ່ວ​ໂມງ​ຕໍ່​ມາ.

ຖະໜົນ​ຫົນທາງ​ແມ່ນ​ເຕັມ​ໄປ​ດ້ວຍ​ເສດສິ່ງ​ຂອງຫັກ​ພັງແລະ​ຜູ້​ຄົນ​ໃນ​ຕອນ​ເຊົ້າ​ວັນ​ອາທິດ ​ໃນ​ຂະນະ​ທີ່​ປະຊາຊົນ​ໃນ​ທ້ອງ​ຖິ່ນພາກັນ​ປະ​ເມິ​ນເບິ່ງ​ຄວາມ​ເສັຍ​ຫາຍ​ຂອງ​ບ້ານ​ເຮືອນ​ແລະ​ທຸລະ​ກິດ​ຂອງ​ເຂົາ​ເຈົ້າ​ນັ້ນ. ​ຈອມ​ແຫຼມໆຂອງໂບດເກົ່າ​ແກ່​ຫລາຍ​ແຫ່ງ ​ແລະ​ຕຶກ​ອາຄານສູງໆຫລາຍ​ຫລັງໄດ້​ພັງ​ທະລາ​ຍລົງເຊ່ນ​ກັນ.

XS
SM
MD
LG