ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານນາງ Aung San Suu Kyi ໄດ້ຮັບຖານະ ພົນເມືອງກິດຕິມະສັກ ຂອງກຸງໂຣມ (ວີດີໂອ)


ທ່ານນາງ Aug San Suu Kyi ກໍາລັງຮັບລາງວັນ ພົນລະ​ເມືອງ ກິດ​ຕິ​ມະ​ສັກ​ຂອງ​ກຸງ​ໂຣມ ຈາກເຈົ້າ​ຄອງ​ກໍາ​ແພງ​ກຸງ​ໂຮມ ທ່ານ Ignazo Marino (ຂວາ)
ທ່ານນາງ Aug San Suu Kyi ກໍາລັງຮັບລາງວັນ ພົນລະ​ເມືອງ ກິດ​ຕິ​ມະ​ສັກ​ຂອງ​ກຸງ​ໂຣມ ຈາກເຈົ້າ​ຄອງ​ກໍາ​ແພງ​ກຸງ​ໂຮມ ທ່ານ Ignazo Marino (ຂວາ)
ຜູ້​ນໍາ​ຝ່າ​ຍຄ້ານມຽນມາ ທ່ານ​ນາງ Aung San Suu Kyi ​ໃນ​ທີ່​
ສຸດ ກໍໄດ້​ຮັບ​ຖານະ ພົນລະ​ເມືອງກິດ​ຕິ​ມະ​ສັກ​ຂອງ​ກຸງ​ໂຣມ 19
ປີ​ຫລັງ​ຈາກ​ໄດ້​ຖືກ​ສະ​ເໜີ ​ໃຫ້​ກຽດດັ່ງກ່າວ.

​ທ່ານ​ນາງ Suu Kyi ເຈົ້າ​ຂອງລາງວັນ​ໂນ​ແບ​ລ ຂະ​ແໜງ​ສັນຕິ
ພາບ ​ໄດ້ຮັບ​ຖານະ ພົນລະ​ເມືອງ​ກິດ​ຕິ​ມະ​ສັກ​ຂອງກຸງ​ໂຣມ ​ໃນ​
ວັນ​ອາທິດວານ​ນີ້ ​ຢູ່ຫ້ອງການເມືອງເກົ່າ​ແກ່ ທີ່ Capitoline
Hill. ທ່ານ​ນາງ Aung San Suu Kyi ກ່າວວ່າ:

“ສໍາລັບ​ຂ້າພະ​ເຈົ້າ​ແລ້ວ ມັນບໍ່ແມ່​ນພຽງແຕ່​ເປັນກຽດ​
ເທົ່າ​ນັ້ນ ​ແຕ່​ຍັງເປັນຄວາມປິ​ຕິ​ຍິນ​ດີຢ່າງ​ຍິ່ງ ​ທີ່​ໄດ້​ເປັນ​
ພົນລະ​ເມືອງຂອງ​ກຸງ​ໂຣມ ​ເພາະ​ວ່າ​ແຕ່​ໃດໆ​ມາ​ແລ້ວ ພວກ​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​
ກຸງ​ໂຮມ​ ຕັ້ງ​ແຕ່​ພວກ​ເຮົາຍັງ​ໜຸ່ມ ນັບ​ຕັ້ງ​ແຕ່​ເຮົາ​ເປັນ​ເດັກນ້ອຍ. ​ສະ​ນັ້ນ ຈຶ່ງ​ເປັນ
ຄວາມ​ຈິງທີ່​ມີ​ການກ່າວ​ໄດ້​ວ່າ ການ​ເປັນ​ພົນລະ​ເມືອງຂອງ​ກຸງໂຣມ ກໍ​ຄື​ການ​ເປັນ​
ພົນລະ​ເມືອ​ງຂອງ​ໂລກ.”


ທ່າ​ນນາງ Aung San Suu Kyi ຍັງ​ກ່າວ​ອີກວ່າ ​ເຈົ້າ​ຄອງ​ກໍາ​ແພງ​ກຸງ​ໂຮມ ທ່ານ Ignazo
Marino ຊຶ່ງ​ເປັນນາຍ​ແພດ​ຜ່າ​ຕັດຫົວ​ໃຈ ​ແລະ​ກຸງ​ໂຣມ ຈະ​ຊ່ວຍ​ປະຊາຊົນ​ມຽນມາ ​ບູລະນະ
ໂຮງໝໍ​ ໃນ​ນະ​ຄອນ​ຢ່າງ​ກຸ້ງ.

ທ່ານ​ນາງ Aung San Suu Kyi ​ໄດ້​ໃຊ້​ເວລາ​ສ່ວນ​ໃຫຍ່​ຂອງ ສອງ​ທົດສະ​ວັດ ຢູ່ພາຍ​ໃຕ້​
ການ​ຖືກ​ກັກ​ບໍລິ​ເວນ ​ໃຫ້​ຢູ່​ແຕ່​ພາຍ​ໃນ​ເຮືອນ ຫລັງ​ຈາກ​ລັດຖະບານ​ທະຫານ ບໍ່​ຫົວຊາ​ນໍາ​
ຜົນການ ເລືອກ​ຕັ້ງຂອງ​ປີ 1990 ທີ່​ພັກຂອງ​ທ່ານ​ນາງ ​ໄດ້​ຊະນະ​ເລີດ.

ທ່ານ​ນາງ ​ໄດ້​ຖືກ​ເລືອກ​ເຂົ້າ​ເປັນ​ສະມາຊິກ​ສະພາ​ເມື່ອປີ​ກາຍ​ນີ້ ​ໃນ​ຂະນະ​ທີ່​ມຽນມາເປີດ​
ກວ້າງຂຶ້ນ ຫລັງ​ຈາກເວລາ​ຫລາຍ​ສິບປີ ທີ່​ໄດ້​ຢູ່​ພາຍ​ໃຕ້ ການ​ປົກຄອງ​ແບບຜະ​ເດັດ​ການ
​ແລະ​ຢູ່​ໂດດ ດ່ຽວ​ຈາກນາໆ​ຊາດ. ​

italy
please wait
Embed

No media source currently available

0:00 0:00:37 0:00


Burmese opposition leader Aung San Suu Kyi has finally collected her honorary citizenship of Rome, 19 years after being offered the honor.

The Nobel Peace Prize winner received Rome’s honorary citizenship Sunday in City Hall on the ancient Capitoline Hill.

Aung San Suu Kyi also said Rome's Mayor Ignazio Marino, a transplant surgeon, and the City of Rome will help people in Burma restore a hospital in Rangoon.

Aung San Suu Kyi, Nobel Peace Prize laureate:

"For me it is not just an honor but a joy to be a citizen of Rome, because always of course we have learnt about Rome since we were young, since we were children. This is why it is truly said that to be a citizen of Rome is to be a citizen of the world."

Aung San Suu Kyi spent most of two decades under house arrest after a military government ignored the results of a 1990 election won by her party.

She was elected to parliament last year as Burma opened up after years of authoritarian rule and international isolation
XS
SM
MD
LG