ອົງການໃຫ້ຄະແນນຄວາມໜ້າເຊື່ອຖືດ້ານການເງິນຂອງນາໆຊາດໄດ້ຫຼຸດຄະແນນພັນທະບັດ
ຂອງອີຕາລີລົງສອງຂັ້ນ ຊຶ່ງມີທ່າທາງວ່າ ຈະເຮັດໃຫ້ປະເທດດັ່ງກ່າວ ຕ້ອງໄດ້ຈ່າຍດອກເບ້ຍ
ແພງຂຶ້ນໃນການກູ້ຢືມເງິນ.
ຄະແນນພັນທະບັດຂອງອີຕາລີ ໃນປະຈຸບັນນີ້ ແມ່ນສອງຂັ້ນ ສູງກວ່າສະພາບພັນທະບັດເລ
ຫລັງ.
ນີ້ເປັນການຫລຸດຄະແນນລົງເທື່ອທີສອງຂອງອີຕາລີ ໃນຮອບຫ້າເດືອນ. ອົງການ Moody
ທີ່ໃຫ້ບໍລິການດ້ານການລົງທຶນໄດ້ຫລຸດຄະແນນພັນທະບັດຂອງອີຕາລີ ສະເປນ ແລະປອກ
ຕຸຍການ ໃນເດືອນກຸມພາປີນີ້.
ອົງການ Moody ກ່າວໃນວັນສຸກ ມື້ນີ້ວ່າ ການຫລຸດຄະແນນ ຈາກລະດັບ A3 ລົງມາເປັນ
Baa2 ໄດ້ມີຂື້ນເພາະວ່າເສດຖະກິດທີ່ອອ່ນແອຂອງອີຕາລີມີຄວາມຫຼໍ່ແຫຼມເປັນອັນຕະລາຍ
ຈາກສະພາບລົ້ມລຸກຄຸກຄານ ທາງດ້ານການເງິນ ຂອງກຣິສ ແລະສະເປນ. ອົງການໃຫ້ຄະ
ແນນດ້ານການເງິນດັ່ງກ່າວເວົ້າວ່າ ຕົນຍັງໄດ້ພິຈາລະນາເບິ່ງສະພາບການທີ່ຊຸດໂຊມລົງຂອງ
ເສດຖະກິດອີຕາລີນຳ ແລະມີທ່າທາງວ່າ ຈະຫົດໂຕລົງປະມານສອງເປີເຊັນໃນປີນີ້.
ອົງການ Moody ກ່າວວ່າ ການຫຼຸດຄະແນນພັນທະບັດຂອງອີຕາລີອາດຈະມີຂຶ້ນອີກຄັ້ງນຶ່ງ
ຖ້າຫາກເສດຖະກິດອີຕາລີຍັງອ່ອນແອລົງຕື່ມ ອັດຕາການຫວ່າງງານສູງຂື້ນຫລືລັດຖະບານ
ມີບັນຫານຳການຈັດຕັ້ງປະຕິບັດການປະຕິຮູບ.