ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ຍັງສືບຕໍ່ ໂຈມຕີ ເຂດກາຊາ ຢ່າງຮຸນແຮງ ເປັນມື້ທີ 5 (ສະໄລດ໌/ວີດີໂອ)


ການໂຈມຕີທາງອາກາດຢ່າງຮຸນແຮງຂອງອິສຣາແອລຕໍ່ເຂດ
ກາຊາ ກ້າວເຂົ້າສູ່ມື້ທີ 5 ໃນວັນເສົາມື້ນີ້.

ໂດຍທີ່ມີຫຼາຍຄົນຖືກສັງຫານໃນຄືນຜ່ານມາເຮັດໃຫ້ຈຳນວນ
ຜູ້ເສຍຊີວິດທັງໝົດ ເພີ້ມຂຶ້ນເປັນ ຫລາຍກວ່າ 100 ຄົນແລ້ວ
ນັບຕັ້ງແຕ່ອິສຣາແອລ ໄດ້ເລີ້ມການໂຈມຕີ ຕໍ່ເຂດກາຊາ ໃນ
ວັນອັງຄານຜ່ານມາ. ຝ່າຍປາແລສໄຕນ໌ກ່າວວ່າ ມີຫຼາຍກວ່າ
120 ຄົນແລ້ວ ໄດ້ເສຍຊີວິດ.

ເຖິງແມ່ນວ່າ ກຸ່ມຮາມັສ ແລະກຸ່ມຫົວຮຸນແຮງອື່ນໆ ໄດ້ຍິງຈະ
ຫຼວດຫຼາຍກວ່າ 700 ລູກໄປໃສ່ອິສຣາແອລກໍຈິງແຕ່ມາຮອດ ປັດຈຸບັນຍັງບໍ່ທັນມີຊາວອິສຣາແອລເສຍຊີວິດເທື່ອ ສ່ວນໃຫຍ່ແລ້ວກໍແມ່ນເປັນຍ້ອນລະ ບົບຕໍ່ຕ້ານລູກຈະຫຼວດຂອງອິສຣາແອລ ທີ່ເອີ້ນວ່າຫຼັງຄາເຫລັກຫຼື Iron Dome ຊຶ່ງສ່ວນ ນຶ່ງແມ່ນໄດ້ຮັບທຶນສະໜັບສະໜຸນຈາກສະຫະລັດນັ້ນ.

ISRAEL PALESTINIANS CNPK
please wait

No media source currently available

0:00 0:02:38 0:00

ອິສຣາແອລກ່າວວ່າ ຕົນໄດ້ໂຈມຕີເປົ້າໝາຍ 1,000 ບ່ອນຢູ່ໃນເຂດກາຊາແລະມີຄວາມ ຕັ້ງໃຈທີ່ຈະໂຈມຕີເພີ້ມຕື່ມ. ຝ່າຍປາແລສໄຕນ໌ກ່າວວ່າ ວັດສາສະໜາອິສລາມແຫ່ງນຶ່ງໄດ້ ຖືກຖີ້ມລະເບີດໃສ່ ແລະໄດ້ຮັບຄວາມເສຍຫາຍຢ່າງໜັກ. ອິສຣາແອລເວົ້າວ່າ ວັດແຫ່ງນີ້ ໄດ້ຖືກໃຊ້ເປັນບ່ອນເຊື່ອງອາວຸດ.

ຂ້າຫຼວງໃຫຍ່ທາງດ້ານສິດທິມະນຸດຂອງອົງການສະຫະປະຊາຊາດໄດ້ສະແດງຄວາມບໍ່ແນ່ ໃຈໃນມື້ວັນສຸກວານນີ້ ກ່ຽວກັບການປະຕິບັດງານທາງທະຫານ ຂອງອິສຣາແອລ ໄດ້ເປັນ ໄປຕາມກົດໝາຍຂອງນາໆຊາດ ທີ່ຫ້າມບໍ່ໃຫ້ແນ່ເປົ້າໝາຍການໂຈມຕີໃສ່ພົນລະເຮືອນ.

ທ່ານນາງ Navi Pillay ກ່າວວ່າ ສະຫະປະຊາຊາດໄດ້ຮັບລາຍງານທີ່ລົບກວນໃຈເປັນທີ່ ສຸດວ່າ ມີພົນລະເຮືອນຈຳນວນຫຼວງຫຼາຍ ໄດ້ຮັບບາດເຈັບລົ້ມຕາຍຮວມ ທັງພວກແມ່ຍິງ ແລະເດັກນ້ອຍທີ່ເກີດຂຶ້ນອັນເປັນຜົນເນື່ອງມາຈາກການໂຈມຕີເຮືອນຊານບ້ານຊ່ອງນັ້ນ.

ອິສຣາແອລຢືນຢັດວ່າ ຕົນໄດ້ພະຍາຍາມທີ່ຈະຫລີກລ່ຽງບໍ່ໃຫ້ພົນລະເຮືອນບາດເຈັບລົ້ມ ຕາຍ ແຕ່ໄດ້ກ່າວຫາກຸ່ມຮາມັສວ່າໄປຫລົບລີ້ຢູ່ໃນບ້ານເຮືອນຂອງປະຊາຊົນ.

Gaza Fighting Takes Civilian Toll
please wait

No media source currently available

0:00 0:02:23 0:00

XS
SM
MD
LG