ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວປາແລສໄຕນ໌ 6 ຄົນ ເສຍຊີວິດ ຍ້ອນຄວາມຮຸນແຮງ ທີ່ແຜ່ລາມ ໄປເຂດກາຊາ


Israel Palestinians
please wait
Embed

No media source currently available

0:00 0:00:46 0:00

ສັບປະດາ​ແຫ່ງ​ຄວາມ​ຮຸນ​ແຮງລະຫວ່າງ ອິສຣາ​ແອ​ລ ແລະ​ປາ​
ແລ​ສ​ໄຕ​ນ໌ ​ໄດ້ແຜ່​ລາມ​ອອກ​ໄປ​ສູ່​ແຫຼມ Gaza ​ໃນ​ວັນ​ສຸກ​ວານ
​ນີ້ ໂດຍທີ່ທະຫານ​ອິສຣາ​ແອ​ລ ໄດ້ສັງຫານ​ຫົກ​ຄົນ ໃນ​ການ​ປະ​
ທະ​ກັນ​ຢູ່​ທີ່​ບໍລິເວນຊາຍແດນ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ Hamas ກໍ
ຮຽກຮ້ອງ​ໃຫ້​ເພີ້ມການກໍ່ຄວາມ​ບໍ່​ສະຫງົບ​ຂຶ້ນ.

ຊາວ​ປາ​ແລ​ສ​ໄຕ​ນ໌ ຫລາຍ​ຮ້ອຍຄົນ​ພາກັນ​ມຸ້ງໜ້າ ​ໄປ​ຫາເຂດ​
ຊາຍ​ແດນແຫລມ Gaza ໃນລະຫວ່າງ ​ການ​ເດີນຂະບວນປະ
​ທ້ວງ ພ້ອມທັງ​ແກວ່ງກ້ອນ​ຫີນ ​ແລະ​ກິ້ງ​ຕີນລົດ ທີ່ຈູດໄໝ້ເປັນ
ໄຟ​ເຂົ້າ​ໄປໃສ່ ​ປ້ອມ​ຍາມ​ທະຫານ ທີ່ຢູ່​ອີກຟາກນຶ່ງ ຂອງຊາຍ
ແດນ. ກອງທັບ​ອິສຣາ​ແອ​ລກ່າວ​ວ່າ ທະຫານ​ຂອງ​ຕົນ ​ໄດ້ຍິງປືນເຂົ້າ​ໃສ່ “​ຫົວໜ້າກໍ່ການ” ​
ເພື່ອ​ຢຸດ​ເຂົາ​ເຈົ້າບໍ່ໃຫ້ມຸ້ງໜ້າຕໍ່ໄປ.

ພວກ​ນາຍ​ແພດປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ ຢ່າງ​ໜ້ອຍ 50 ຄົນ​ໄດ້​ຮັບ​ບາດ​ເຈັບ.

ການ​ປະ​ທ້ວງ​ດັ່ງກ່າວໄດ້ຮຽກ​ຮ້ອງ​ໃຫ້ມີຂຶ້ນເພື່ອສະແດງຄວາມ​ເປັນ​ນ້ຳນຶ່ງ​ໃຈ​ດຽວ​ກັນກັບ
​ຊາວ​ປາ​ແລສ​ໄຕ​ນ໌ ຢູ່​ໃນນະຄອນ Jerusalem ​ແລະ ເຂດ​ຝັ່ງ​ຕາ​ເວັນຕົກ ຂອງ​ແມ່​ນ້ຳຈໍ
ແດນຫລັງ​ຈາກຊາວ​ປາ​ແລ​ສ​ໄຕ​ນ໌ໄດ້ເອົາມີດແທງຊາວອິສຣາ​ແອ​ລຫຼາຍໆຄົນ​ແລະການ​ຕອບໂຕ້ຄືນຂອງ​ອິສຣາ​ແອລ.

ການ​ປະ​ທ້ວງ​ມີ​ຂຶ້ນ​ໃນ​ຂະນະທີ່ຜູ້ນຳຂອງກຸ່ມຫົວຮຸນແຮງ Hamas ໃນແຫຼມ ​Gaza ທ້າວ
Ismail Haniyeh ​ໄດ້​ຮຽກຮ້ອງໃຫ້ ຊາວ​ປາ​ແລ​ສ​ໄຕ​ນ໌ ເພີ້​ມທະວີ​ກາ​ນສູ້​ລົບ ຕ້ານ​ອິສຣາ
​ແອ​ລ. ລາວໄດ້​ກ່າວເຖິງ ​ຄວາມຮຸນ​ແຮງ​ທີ່ເພີ້ມທະວີຂຶ້ນຫວ່າງ​ມໍ່ໆ​ມາ​ນີ້​ໃນນະຄອນ Jeru-
salem ​ແລະເຂດຝັ່ງ​ຕາ​ເວັນຕົກຂອງ​ແມ່​ນ້ຳຈໍແດນວ່າ​ ເປັນກ​ານລຸກ​ຮື​ຂື້ນຫຼື “Indifada”

ຊາຍ​ແດນເຂດ Gaza ​ທັງ​ໝົດ ສ່ວນໃຫຍ່ໄດ້​ມິດຫ​ງຽບ​ລົງ​ນັບ​ແຕ່ສົງຄາມ​ໃນປີ​ກາຍ​ນີ້ລະ
ຫວ່າງອິສຣາ​ແອ​ລ ​ແລະກຸ່ມ Hamas ທີ່​ຄວບຄຸມ​ດິນ​ແດນດັ່ງກ່າວ ​ແຕ່​ເມື່ອໄວໆມານີ້ ໄດ້
ມີການຍິງລູກ​ຈະ​ຫຼວດ​ຫລາຍ​ລູກໄປ​ໃສ່​ອິສຣາ​ແອ​ລຈາກເຂດ Gaza.

ນອກນັ້ນແລ້ວ ໃນວັນສຸກວານນີ້ ຍັງໄດ້ເກີດຄວາມຮຸນ​ແຮງຢູ່ຫຼາຍໆບ່ອນໃນອິສຣາ​ແອ​ລ ​ແລະເຂດ​ແຄມ​ຝັ່ງ​ຕາ​ເວັນຕົກຂອງ​ແມ່​ນ້ຳຈໍແດນ.

XS
SM
MD
LG