ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຕັດສິນ ຂອງສານທະຫານ ອິສຣາແອລ ສ້າງຄວາມແຕກແຍກ ໃຫ້ແກ່ສັງຄົມ


​ທະຫານໜຸ່ມ​ນ້ອຍ Israel ສິບ​ໂທ Elor Azaria, ລໍຖ້າການປະກາດຄຳຕັດສິນ ກັບຄອບຄົວຂອງລາວ ທີ່ສານທະຫານ ໃນນະຄອນ Tel Aviv, Israel, 4 ມັງກອນ, 2017.
​ທະຫານໜຸ່ມ​ນ້ອຍ Israel ສິບ​ໂທ Elor Azaria, ລໍຖ້າການປະກາດຄຳຕັດສິນ ກັບຄອບຄົວຂອງລາວ ທີ່ສານທະຫານ ໃນນະຄອນ Tel Aviv, Israel, 4 ມັງກອນ, 2017.

ສານ​ທະຫານ​ຂອງ Israel ​ໄດ້​ພົບ​ເຫັນ​ວ່າ ​ທະຫານໜຸ່ມ​ນ້ອຍ​ຜູ້​ນຶ່ງ ​ມີ​ຄວາມ​ຜິດ ໃນ​ວັນ​ພຸດ​ວານ​ນີ້ ​ໃນ​ຖານຍິງສັງຫານ​ ຜູ້ກໍ່​ການ​ຮ້າຍຊາວ​ປາ​ແລສ​ໄຕນ໌ຄົນ​ນຶ່ງ ທີ່​ປາກົດ​ວ່າ​ໄດ້​ຮັບ​ບາດ​ເຈັບ​ແລະ​ບໍ່​ມີ​ຜູ້​ຊ່ອຍ ໃນ​ປີ​ກາຍນີ້ ​ຢູ່ໃນເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດັນ ຫລື West Bank.

ຄຳ​ຕັດສິນ​ທີ່​ວ່າ​ນີ້ ​ແມ່ນ​ຈຸດ​ສຸດ​ຍອດ ຂອງ​ເຫດການ​ທີ່​ວຸ້ນວາຍ ທີ່​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ແລະ​ສ້າງ​ຄວາມ​ແຕກ​ແຍກ ​ໃນ​ປະ​ເທດ​ດັ່ງກ່າວ. ນີ້​ເປັນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ຄ່ອຍ​ເຫັນ ທີ່​ກອງທັບ​ຕ້ອງ​ໄດ້​ປ​ະນາມ​ການ​ກະທຳ​ຂອງ​ທະຫານ ​ໃນ​ຂະນະ​ທີ່​ມີ​ການ​ໂຈມ​ຕີ​ ຊາວ​ປາ​ແລສ​ໄຕ​ ​ແຕ່​ສິ່ງ​ທີ່​ສາທາລະນະຊົນພາກັນ​ຕົກ​ໃຈນັ້ນ​ແມ່ນ​ວ່າ ໜຸ່ມ​ນ້ອຍ​ອິສຣາ​ແອ​ລ ທີ່ທຳ​ການ​ໂຈມ​ຕີ​ຜູ້​ກໍ່​ການ​ຮ້າຍໃນສະໜາມລົບ ​ໄດ້​ຖືກ​ນຳ​ມາຂຶ້ນ​ສານ ​ແບບວ່າ​ລາວ​ກະ ທຳ​ຜິດ​ຄືກັບ​ຄົນ​ຮ້າຍ​ທົ່ວ​ໄປ​ນັ້ນ.

ພວກທີ່ສະໜັບສະໜຸນຫົວອຽງຂວາ ສິບໂທ Elor Azaria, ກະຈັດກະຈາຍຂ້າງນອກສານທະຫານ ໃນນະຄອນ Tel Aviv, Israel, 4 ມັງກອນ, 2017.
ພວກທີ່ສະໜັບສະໜຸນຫົວອຽງຂວາ ສິບໂທ Elor Azaria, ກະຈັດກະຈາຍຂ້າງນອກສານທະຫານ ໃນນະຄອນ Tel Aviv, Israel, 4 ມັງກອນ, 2017.

“ຄວາມ​ຈິງ​ທີ່​ວ່າ ຜູ້​ທີ່​ນອນ​ຢູ່​ກັບ​ພື້ນ ​ເປັນຜູ້ກໍ່​ການ​ຮ້າຍນັ້ນ ບໍ່ໄດ້​ມີ​ເຫດຜົນ​ພຽງພໍ​ທີ່​ຈະ ​ຕອບ​ໂຕ້ຄືນ ທີ່​ບໍ່​ສົມ​ຄວນນັ້ນ,” ນັ້ນຄື​ຄຳ​ເວົ້າຂອງ ພັນ​ເອກ Maya Heller ຜູ້​ທີ່​ໄດ້ປະ ກາດ​ຄຳ​ຕັດສິນ​ດັ່ງກ່າວ.

​ເຫດການ​ທີ່​ວ່າ​ນີ້ ​ແມ່ນ​ໄດ້​ເລີ້ມ​ຂຶ້ນ​ເມື່ອ 9 ​ເດືອນ​ກ່ອນ ​ທີ່ເມືອງ Herbron ​ໃນເຂດ West Bank ລະຫວ່າງ​ຄື້ນຟອງການ​ໂຈມ​ຕີ​ຂອງຊາວປາ​ແລສ​ໄຕນ໌​ ທີ່ເອີ້ນວ່າ “ການ​ລຸກ​ຮື​ຂຶ້ນ
ດ້ວຍ​ການ​ໃຊ້​ມີດ.”
ຊາວປາ​ແລສ​ໄຕຜູ້​ນຶ່ງ ​ໄດ້ແທງ​ທະຫານ ​ແລະຖືກ“ຕອບ​ໂຕ້” ​ໂດຍ ກອງ​ກຳລັງຂອງ Israel ​ໂດຍ​ນອນ​ຢູ່​ກັບ​ພື້ນດິນບໍ່​ເໜັງ​ບໍ່​ຕີງ.

ຊາວປາແລັສໄຕ ພາກັນຮ້ອງໂຮອອກມາ ໃນຂະນະທີ່ສົບຂອງ ທ້າວ Abdel-Fattah al-Sharif ໃນພິທີຊາປະນະກິດ ທີ່ເມືອງ Hebro ມຮເຂດ West Bankn, 28 ພຶດສະພາ, 2016.
ຊາວປາແລັສໄຕ ພາກັນຮ້ອງໂຮອອກມາ ໃນຂະນະທີ່ສົບຂອງ ທ້າວ Abdel-Fattah al-Sharif ໃນພິທີຊາປະນະກິດ ທີ່ເມືອງ Hebro ມຮເຂດ West Bankn, 28 ພຶດສະພາ, 2016.

ຕໍ່​ມາ ​ໂທລະສັບ​ມື​ຖື ​ໄດ້​ບັນທຶກ​ພາບສິບ​ໂທ​ນຶ່ງ​ໄວ 19 ປີ ທ້າວ Elor Azaria ​ໄດ້​ແນ​ປືນ​ຂອງ​ລາວ​ໃສ່ຜູ້ໂຈມ​ຕີ ​ແລ້ວ​ຍິງ​ລາວ​ທີ່​ຫົວ. ທະຫານ​ຄົນ​ນີ້ ​ໄດ້​ອ້າງວ່າ ລາວ​ ​ຢ້ານ​ກົວ​ທີ່​ວ່າ ຊາວ​ປາ​ແລສ​ໄຕນ໌ ອາດ​ຈະ​ມີ​ກັບ​ລະ​ເບີດ​ໃນ​ຕົວ​ຂອງ​ຜູ້ກ່ຽວ ​ແຕ່​ວ່າ ຜູ້​ບັນ​ຊາ​ການ ​ໄດ້​ປະຕິ​ເສດໃນທັນທີ​ ​ໂດຍ​ກ່າວ​ວ່າ ຜູ້​ທີ່​ໂຈມ​ຕີ​ນັ້ນ ບໍ່​ໄດ້​ສະ​ແດງ​ອອກ​ຊຶ່ງ​ການ​ຂົ່ມ​ຂູ່​ທີ່ເປັນ​ອັນຕະ
ລາຍໃດໆ ​ແລະ​ທ້າວ Azaria ໄດ້ລະ​ເມີດ​ກົດ​ລະບຽບ​ຂອງທະ​ຫານ ຊຶ່ງຄະດີນີ້ ​ກໍໄ​ດ້ຮັບ​ການ​ເຫັນ​ພ້ອມຈາກ​ສານ. ​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG