ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນ.ຍ. ອິສຣາແອລ ຈັດຕັ້ງ ລັດຖະບານປະສົມ ຊຸດໃໝ່ (ວີດີໂອ)


ນາຍົກລັດຖະມົນຕິອິສຣາແອລ ທ່ານ Benjamin Netanyahu ໂບກມືຕໍ່ຜູ້ສະໜັບສະໜູນ.
ນາຍົກລັດຖະມົນຕິອິສຣາແອລ ທ່ານ Benjamin Netanyahu ໂບກມືຕໍ່ຜູ້ສະໜັບສະໜູນ.
ຜົນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຂອງ​ອິສຣາ​ແອ​ລສະ​ແດງ​ໃຫ້​ເຫັນ​ວ່າ
ກຸ່ມຝ່າຍ​ຂວາ​ແລະຝ່າຍ​ກາງ​ທີ່ອຽງ​ຊ້າຍໄດ້​ຊະນະ​ບ່ອນ​ນັ່ງ​ຢູ່​ໃນ
​ສະພາ​ແຫ່ງ​ຊາດ ​ໃນ​ຈຳນວນ​ເທົ່າໆ​ກັນ ຊຶ່ງ​ເປັນ​ຜົນ​ເລືອກ​ຕັ້ງ​ທີ່​
ບໍ່​ຄາດ​ຝັນ ເຮັດ​ໃຫ້ນາຍົກ ລັດຖະມົນຕີ Benjamin Netanyahu ​
ພວມ​ດຳ​ເນີນ​ການເພື່ອສ້າງຕັ້ງ ລັດຖະບານປະສົມຊຸດ​ໃໝ່.

​ຈາກ​ບັດຄະ​ແນນ​ສຽງ​ທີ່​ນັບ​ໄປ​ແລ້ວ 99 ​ເປີ​ເຊັ​ນ​ໃນ​ວັນ​ພຸດ​ມື້​ນີ້ສະ​ແດງ ໃຫ້​ເຫັນ​ວ່າ ແຕ່ລະ​ຝ່າຍ​ໄດ້ 60 ບ່ອນ​ນັ່ງ ຢູ່​ໃນ​ສະພາ Knesset ​ທີ່​ມີ​ຈໍານວນ​ສະມາຊິກ 120 ຄົນນັ້ນ.

ພັກ​ Likud ຫົວ​ແຂງ​ກະດ້າງຂອງ​ທ່ານ Natanyahu ຊຶ່ງເປັນ​ພັນທະ​ມິດ​ກັບພັກ Yisrael Beitenu ​ແມ່ນ​ນຳ​ໜ້າ​ໝູ່ ​ໂດຍ​ຊະນະ 31 ບ່ອນ​ນັ່ງ ຄື 11 ບ່ອນ​ນັ່ງ​ໜ້ອຍ​ກວ່າຈໍານວນ 42 ບ່ອນ​ນັ່ງຢູ່​ໃນ​ສະພາ​ແຫ່ງ ຊາດ​ຊຸດທີ່​ຜ່ານ​ມາ. ຄາດ​ວ່ານາຍົກ​ລັດ​ຖະ​ມົນ​ຕີ Natanyahu ຈະ​ຖືກ ​ຂໍ​ຮ້ອງ​ໃຫ້​ຈັດ​ຕັ້ງ​ລັດຖະບານຊຶ່ງ​ເປັນວຽກງານ​ທີ່​ຫຍຸ້ງ​ຍາກຫຼາຍ​ຂື້ນຍ້ອນ ​ຄວາມ​ສຳ​ເລັດບໍ່ຄາດ​ຝັນ​ຂອງ​ບັນດາ​ພັກທີ່​ເປັນກາງອຽງ​ຊ້າຍ.

XS
SM
MD
LG