ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາອິສຣາແອລ ອອກກົດໝາຍ ຕັ້ງຖິ່ນຖານ ຊາວຢິວ 4,000 ຄົນ ໃນດິນແດນປາແລສໄຕນ໌


ຮູບພາບທີ່ເຫັນບ້ານເຮືອນ ຢູ່ໃກ້ກັບທີ່ຕັ້ງຮ່າງໄກ ຂອງ ອິສຣາແອລ ທີ່ Palgey Maim ເຂດເຂດ​ແຄມ​ຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດນ
ຮູບພາບທີ່ເຫັນບ້ານເຮືອນ ຢູ່ໃກ້ກັບທີ່ຕັ້ງຮ່າງໄກ ຂອງ ອິສຣາແອລ ທີ່ Palgey Maim ເຂດເຂດ​ແຄມ​ຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດນ

ສະພາ​ອິສຣາ​ແອ​ລ ​ໄດ້ຮັບ​ຜ່ານ​ກົດໝາຍ​ຕັ້ງ​ຖິ່ນ​ຖານ​ໃໝ່ ຊຶ່ງແນ່ນອນ ​ຈະ​ໄດ້​ຮັບການທ້າ​ທາຍ​ຢູ່​ໃນ​ສານ ​ແລະເຮັດ​ໃຫ້​ທົ່ວ​ໂລກ​ມີ​ຄວາມ​ໂກດແຄ້ນຕໍ່​ອິສຣາ​ແອ​ລ.

ສະພາ Knesset ​ໄດ້​ລົງ​ຄະ​ແນນ​ສຽງ 60 ຕໍ່ 52 ​ໃນ​ແລງ​ວັນຈັນ​ວານ​ນີ້ ​ທີ່​ຈະ​ເຮັດ​ໃຫ້ການ​ຕັ້ງ​ຖິ່ນ​ຖານຊາວ​ຢີວ 4,000 ຄົນ ມີ​ຜົນ​ຢ້ອນ​ຫລັງ ຢູ່ດິນ​ແດນ​ສ່ວນ​ໂຕ​ຂອງ​ຊາວ​ປາ​ແລ​ສ​ໄຕ​ນ໌ ​ໃນເຂດ​ແຄມ​ຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດນຊຶ່ງ​ເປັນ​ດິນ​ແດນ​ທີ່​ຊາວ​ປາ​ແລ​ສ​ໄຕ​ນ໌ ຕ້ອງການ​ຢາກ​ໃຫ້​ເປັນ​ປະ​ເທດ​ໃນ​ອະນາ​ຄົດ.

ບັນດາ​ສະມາຊິ​ສະພາ​ອິສຣາ​ແອ​ລ ທັງຝ່າ​ຍຂວາ ​ແລະ​ຊ້າຍ ​ໄດ້​ອະພິປາຍກັນ​ຢ່າງ​ເຜັດ​ຮ້ອນກ່ຽວ​ກັບ​ມາດ​ຕະການ​ທີ່​ເປັນບັນຫາ​ໂຕ​ແຍ້​ງດັ່ງກ່າວ. ຝ່າຍ​ຄ້ານ​ຮ້ອງ​ວ່າ ຄວາມ​ຈິງ​ແລ້ວ​ເປັນ​ການ​ຍຶດເອົາ ເຂດ​ແຄມ​ຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດນ ​ແລະ​ກ່າວ​ວ່າມັນ​ຈະ​ເຮັດ​ໃຫ້​ອິສຣາ​ແອ​ລຖືກ​ຟ້ອງ ​ຂຶ້ນ​ສານ​ອາດຍາ​ສາ ກົນ​ທີ່​ນະຄອນ Hague.

ສະມາຊິກ​ສ​ະພາ​ຄົນ​ນຶ່ງ​ກ່າວ​ວ່າ ມາດ​ຕະການນີ້​ “​ເປັນບ​ອັນຕະລາຍ​ທີ່​ສຸດ​ຕໍ່​ປະເທດອິສ ຣາແອ​ລ” ​ແລະ​ກ່າວ​ວ່າ ມັນ​ຂັດກັບ​ກົດໝາຍ​ອິສຣາ​ແອ​ລ. ອະທິ​ໄອຍະການອິສຣາ​ ແອ​ລ ຮ້ອງ​ວ່າ ບໍ່​ຖືກຕ້ອງຕາມ​ລັດຖະທຳ​ມະນູນ.

ບັນດາ​ສະມາຊິກ​ຫົວຊາ​ດນິຍົມ ກ່າວ​ວ່າ ປະຊາຊົນຊາວ​ຢີວ ມີ​ຄວາມ​ສຳພັນ​ກັບ​ດິນ​ແດນ​ແຫ່ງ​ນີ້ແລະກໍ​ມີ​ສິດ​ທີ່​ຈະ​ຄອບ​ຄອງ​ໄດ້. ​ເຂົາ​ເຈົ້າ​ກ່າວ​ວ່າ ການ​ຕັ້ງ​ຖິ່ນ​ຖານ​ ຢ່າງຖືກຕ້ອງ​ຕາມ​ກົດໝາຍ ແມ່ນ​ຜົນ​ປະໂຫຍ​ດຂອງ​ອິສຣາ​ແອ​ລແລະ​ປະຕິ​ເສດ​ວ່າ​ບໍ່​ແມ່ນຫົນທາງໄປ​ ສູ່​ການ​ປະ​ກາດ​ຮວມ​ເອົາ​ເປັນ​ດິນ​ແດນ​ອິສຣາ​ແອລ.

ຊາວ​ປາ​ແລ​ສ​ໄຕ​ນ໌ພາກ​ກັນ​ມີ​ຄວາມ​ໂກດ​ແຄ້ນ​ທີ່​ສຸດ.

​ໂຄສົກປະທານາທິບໍດີ​ປາ​ແອ​ລສໄຕ​ນ໌ ທ່ານ Mahmood Abbas ກ່າວ​ວ່ານີ້​ແມ່ນ​ການ
​ເພີ້ມຄວາມ​ເຄັ່ງ​ຕຶງ​ຊຶ່ງ​ມີ​ແຕ່​ຈະ​ນຳ​ໄປ​ສູ່​ການ​ບໍ່​ມີ​ຄວາມ​ທຸ່ນ​ທ່ຽງ​ແລະ​ຄວາມ​ວຸ້ນວາຍ​ຕື່ມ​ຂຶ້ນ ​ແລະຮ້ອງ​ກົດໝາຍ​ວ່າ “​ເປັນ​ທີ່ຮັບ​ເອົາ​ບໍ່ໄດ້.

ລັດຖະມົນຕີຕ່າງປະເທດອັງກິດ ທ່ານ Boris Johnson, ຊ້າຍ, ຕ້ອນຮັບ ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ທີ່ນະຄອນຫລວງ London.
ລັດຖະມົນຕີຕ່າງປະເທດອັງກິດ ທ່ານ Boris Johnson, ຊ້າຍ, ຕ້ອນຮັບ ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ທີ່ນະຄອນຫລວງ London.

​ໂຄສົກ​ແກ່​ອົງການປົດ​ປ່ອຍ​ປາ​ແລ​ສ​ໄຕ​ນ໌ ຫລື PLO ​ໄດ້​ປະນາມ​ວ່າ “​ເຮັດ​ໃຫ້ ການ​ລັດຂະ​ໂມ​ຍຖືກຕ້ອງ​ຕາມກົດໝາຍ” ​ເຖິງ​ແມ່ນ​ວ່່າ ຮ່າງ​ກົດໝາຍນີ້ ​ບັນຈຸ​ຂໍ້​ກຳໜົດ​ທີ່​ຈະ​ຈ່າ​ຍຄ່າ​ເສຍ​ຫາຍ​ໃຫ້​ແກ່​ຊາວ​ປາ​ແລ​ສ​ໄຕ​ນ໌ຫລື​ເອົາ​ດິນ​ແດນ​ແຫ່ງອື່ນໃຫ້​ແທ​ນ​ເພື່ອ​ເປັນການ​ແລກ ປ່ຽນ.

ນາຍົກລັດຖະມົນຕີ Benjamin Nethanyahu ​ໄດ້​ບິນ​ກັບ​ຄືນ​ຈາກ​ນະຄອນລອນ​ດອນ ​ເວລາ​ມີ​ການ​ລົງ​ຄະ​ແນນ​ສຽງເກີດ​ຂຶ້ນ.

ທ່ານ​ໄດ້​ສະ​ແດງການ​ຄັດຄ້ານ​ຕໍ່​ກົດໝາຍນີ້ ​ແລະ​ກ່າວ​ວ່າ ​ທ່ານ​ຕ້ອງການ​ປະສານ​ງານ ກັບ​ປະທານາທິບໍດີສະຫະລັດ ທ່ານ Donald Trump ກ່ອນ​ຈະ​ລົງ​ນາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Israel Settlement Law
please wait
Embed

No media source currently available

0:00 0:02:07 0:00

XS
SM
MD
LG