ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນ​ອິສຣາ​ແອ​ລ ​ໂຈມຕີ​ເປົ້າ​ໝາຍ​ ​ຢູ່​ໃນ​ເຂດ Gaza


ເຮືອບິນອິສຣາແອລ ໂຈມຕີເປົ້າໝາຍ ໃນເຂດ Gaza
ເຮືອບິນອິສຣາແອລ ໂຈມຕີເປົ້າໝາຍ ໃນເຂດ Gaza
ເຮືອບິນທະຫານ​ອິສຣາ​ແອ​ລ ​ໄດ້​ທໍ​າການ​ໂຈມຕີ​ເປົ້າ​ໝາຍ​
ຫລາຍ​ແຫ່ງ ​ຢູ່​ໃນ​ເຂດ Gaza ຫລັງ​ຈາ​ກທີ່​ເຈົ້າ​ໜ້າ​ທີ່ທະຫານ
ກ່າວ​ວ່າ ມີລູກ​ຈະ​ຫລວດຢ່າງໜ້ອຍສີ່​ລູກ ​ ຍິງ​ມາ​ໃສ່ ອິສຣາ​
ແອ​ລ ຈາກເຂດ Gaza ນັ້ນ.

ກອງທັບ​ອິສຣາ​ແອ​ລ​ກ່າວ​ວ່າ ການ​ໂຈມ​ຕີ​ໃນ​ຕອນ​ເຊົ້າ​ວັນ​ຈັນມື້​ນີ້ ​ໄດ້ຖືກ​ຖານ​ຍິງ​ຈະ​ຫລວດ ​ແລະ​ສາງ​ອາວຸດ​ສອງ​ແຫ່ງ. ​ແຫ​ລ່ງຂ່າວ ອິສຣາ​ແອ​ລ ​ແລະ​ປາແລ​ສ​ໄຕ ກ່າວ​ວ່າ ​ບໍ່ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.

ການ​ຍິງ​ຈະ​ຫລວດ​ມາ​ຈາກ ​Gaza ​ໄດ້​ຫລຸດ​ລົງ ນັບ​ຕັ້ງ​ແຕ່ມີ​ການ​ປະ​ເຊີນ​ໜ້າ​ທາງ​ທະຫານ​ຢ່າງ​ຮ້າຍ​ແຮງ ​ໃນ​ເດືອນ​ພະຈິກປີ​ກາຍ​ນີ້. ກ່ອນ​ໜ້າ​ນັ້ນ ພວກ​ຫົວ​ຮຸນ​ແຮງ​ຮາ​ມັສ ​ໄດ້​ຍິງຈະ​ຫລວດ​ເຂົ້າ​ໃສ່ ອິສຣາ​ແອ​ລ ເກືອບວ່າ​ທຸກໆມື້.
XS
SM
MD
LG