ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

2 ຄົນ ເສຍຊີວິດ ໃນການໂຈມຕີ ທາງອາກາດ ຂອງ ອິສຣາແອລ (ສະໄລດ໌/ວີດີໂອ)


ບັນດາ​ເຈົ້າໜ້າ​ທີ່ປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ
ຂອງ​ອິສຣາ​ແອ​ລໄດ້ສັງຫານ 2 ຄົນ ໃນຄື້ນຟອງຂອງການໂຈມຕີ
ທີ່ລວມ ທັງ ການຖິ້ມລະ​ເບີດ​ໃສ່​ອາຄານ​ສູງຫຼາຍຊັ້ນ 2 ​ແຫ່ງ.

ການ​ໂຈມ​ຕີ​ທາງ​ອາກາດ ບັ້ນນຶ່ງ ​ເມື່ອ​ຕອນ​ເຊົ້າຂອງ​ວັນ​ອັງຄານ
ມື້​ນີ້ ​ໄດ້​ທຳລາຍ ສ່ວນ​ໃຫຍ່​ຂອງ​ອາຄານ​ຫ້ອງການ 15 ຊັ້ນ ​ແລະ
ອາຄານ ສູງທີ່ເປັນບ່ອນຢູ່ອາໄສ ຫຼື appartment ຢູ່​ໃນ​ເຂດ
​ເມືອງກາຊາ ​ເຮັດໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ ຢ່າງ​ນ້ອຍ 20 ຄົນ.

ອິສຣາ​ແອ​ລ ​ໄດ້​ເຕືອນປະຊາຊົນໃຫ້ຍົກຍ້າຍ​ອອກ​ຈາກ​ບໍລິ​ເວນ
ດັ່ງກ່າວ ຊຶ່ງ​ເປັນ​ຍຸດທະວິ​ທີ ທີ່​ທາງກອງທັບໄດ້​ນຳ​ໃຊ້​ຊ້ຳແລ້ວ​
ຊ້ຳອີກ ກ່ອນ​ທີ່​ຈະ​ທຳ​ການ​ໂຈມ​ຕີ​ສະຖານທີ່ຕ່າງໆ ທີ່​ອິສຣາ​ແອ​ລກ່າວ​ວ່າ ເປັນ​ບ່ອນ​ທີ່​ມີ
ພວກ​ຮຸນແຮງໄດ້ໃຊ້ ໃນການປະຕິ​ບັດ​ງານນັ້ນ.

​ໂຄສົກ​ກອງທັບ​ອິສຣາ​ແອ​ລ ​ໄດ້ລາຍ​ງານ​ວ່າ ມີ​ການ​ຍິງຈະ​ຫລວດ ຫຼາຍໆ​ລູກເຂົ້າໃສ່
ອິສຣາ​ແອ​ລ ລວມທັງ ຈະ​ຫລວດລູກນຶ່ງທີ່​ຖືກ ລະບົບ​ປ້ອງ​ກັນລູກສອນໄຟ Iron Dome
ສະກັດ​ກັ້ນ​ໄວ້​ໄດ້​ເທິງ​ນ່ານຟ້າ​ຂອງ​ນະຄອນ Tel Aviv.

​ໃນ​ຂະນະ​ດຽວ​ກັນ ອີ​ຈິບ ຮຽກ​ຮອງອີກຄັ້ງນຶ່ງ ​ໃຫ້ອິສຣາ​ແອ​ລ ​ແລະ ກຸ່ມ​ຮາ​ມັສ ປະກາດ​
ຢຸດ​ຍິງ​ ​ແລະ​ກັບ​ຄືນ​ເຂົ້າຮ່ວມການເຈລະຈາ ເພື່ອ​ຢຸດຕິ​ການ​ສູ້ລົບ​ກັນ ທີ່​ໄດ້​ລະ​ເບີດ​ຂຶ້ນ
​ເມື່ອວັນ​ທີ 8 ກໍລະກົດຜ່ານມາ​ນີ້.

ISRAEL PALESTINIANS VO
please wait

No media source currently available

0:00 0:01:10 0:00

XS
SM
MD
LG