ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Ban ຂໍໃຫ້ ອິສຣາແອລ ແລະ ເທີກີ ປັບປຸງຄວາມສຳພັນ


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ
Ban Ki-moon (3 ກັນຍາ 2011)
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon (3 ກັນຍາ 2011)

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວວ່າ ທ່ານ
ຫວັງດ້ວຍຄວາມຈິງໃຈວ່າອິສຣາແອລແລະ Turkey ຈະປັບປຸງຄວາມສຳພັນຂອງຕົນລຸນ
ຫຼັງການຕັດສິນໃຈຂອງອັງກາຣາ ຂັບໄລ່ເອກອັກຄະລັດຖະທູດອິສຣາແອລແລະໂຈະທຸກຂໍ້
ຕົກລົງທາງດ້ານທະຫານກັບປະເທດດັ່ງກ່າວ.

ທ່ານ Ban ກ່າວຕໍ່ພວກນັກຂ່າວໃນວັນເສົາມື້ນີ້ວ່າ ປະເທດທັງສອງມີຄວາມສຳຄັນຫຼາຍ
ສຳລັບຂົງເຂດແລະຂັ້ນຕອນການສ້າງສັນຕິພາບໃນພາກຕາເວັນອອກກາງ.

Turkey ໄດ້ຫຼຸດລະດັບຄວາມສຳພັນທາງດ້ານການທູດກັບອິສຣາແອລລົງຫຼັງຈາກໄດ້ຮູ້
ລາຍລະອຽດ ໃນຕອນແລງຂອງມື້ວັນພະຫັດຜ່ານມາ ກ່ຽວກັບລາຍງານຂອງຄະນະເຈົ້າ
ໜ້າທີ່ສະຫະປະຊາຊາດ ທີ່ສືບສວນເບິ່ງການບຸກຂຶ້ນໄປ ຂອງອິສຣາແອລ ເທິງກຳປັ່ນ
Turkey ທີ່ພວມມຸ່ງໜ້າໄປຍັງເຂດກາຊາ.

ລາຍງານທີ່ມີການພິມເຜີຍແຜ່ຢ່າງເປັນທາງການ ໃນມື້ວັນສຸກວານນີ້ສະຫຼຸບວ່າ ການປິດ
ລ້ອມທາງທະເລຂອງອິສຣາແອລ ຕໍ່ແຫຼມກາຊານັ້ນ ເປັນການກະທຳທີ່ຖືກຕ້ອງຕາມກົດ
ໝາຍ ແຕ່ວ່າລັດຖະບານອິສຣາແອລໄດ້ໃຊ້ກຳລັງເກີນຂອບເຂດແລະບໍ່ມີເຫດຜົນໃນການ
ສະກັດກັ້ນກຳປັ່ນ Turkey ທີ່ພະຍາຍາມຈະບຸກຜ່ານການປິດລ້ອມນັ້ນ.

ລາຍງານ ໄດ້ຕຳໜິຕິຕຽນການສູນເສຍຊີວິດ ທີ່ເປັນຜົນເນື່ອງມາຈາກການບຸກຂຶ້ນໄປເທິງ ກຳປັ່ນຂອງອິສຣາແອລນັ້ນວ່າ ເປັນທີ່ຮັບເອົາບໍ່ໄດ້. ລາຍງານສະບັບນີ້ຍັງເວົ້າວ່າ ອິສຣາ ແອລບໍ່ໄດ້ໃຫ້ການອະທິບາຍຢ່າງເປັນທີ່ໜ້າພໍໃຈກ່ຽວກັບການສັງຫານຊາວ Turkey 9
ຄົນ ຊຶ່ງສ່ວນໃຫຍ່ແລ້ວໄດ້ຖືກຍິງຫຼາຍໆຄັ້ງຮວມທັງການຍິງຈາກດ້ານຫຼັງຫຼືຖືກຍິງໃນໄລ
ຍະເຜົາຂົນ.

Turkey ທວງໃຫ້ອິສຣາແອລຂໍຂະມາໂທດກ່ຽວກັບເຫດຮ້າຍທີ່ວ່ານີ້ ຊຶ່ງອິສຣາແອລໄດ້
ກ່າວຢໍ້າອີກຄັ້ງນຶ່ງໃນມື້ວັນສຸກວານນີ້ວ່າ ຕົນຈະບໍ່ຂໍໂທດ.

XS
SM
MD
LG