ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ຂ້າ ພວກຫົວຮຸນແຮງຕາຍ ໃນການ ໂຈມຕີ ທາງອາກາດທີ່ ຊີເຣຍ


ທ້າວ Samir Kantar ນັກໂທດ ເລບານອນ ທີ່ຖືກປ່ອຍໂຕ ໂດຍການແລກປ່ຽນນັກໂທດກັບ ອິສຣາແອລ ປີກາຍນີ້.
ທ້າວ Samir Kantar ນັກໂທດ ເລບານອນ ທີ່ຖືກປ່ອຍໂຕ ໂດຍການແລກປ່ຽນນັກໂທດກັບ ອິສຣາແອລ ປີກາຍນີ້.

ກຸ່ມຫົວຮຸນແຮງ ເລບານອນ Hezbollah ກ່າວວ່າການໂຈມຕີທາງ ອາກາດໂດຍ ອິສຣາແອລ ຢູ່ໃກ້ກັບນະຄອນຫຼວງຂອງ ຊີເຣຍ ໃນ ວັນອາທິດມື້ນີ້ໄດ້ເຮັດໃຫ້ ນັກຮົບຄົນໜຶ່ງຂອງຕົນເສຍຊີວິດ ເຊິ່ງ ເປັນຜູ້ທີ່ໄດ້ຖືກຂັງຄຸກເປັນເວລາສາມ ທົດສະວັດ ຍ້ອນການຂ້າຄົນ ໃນປະເທດ ອິສຣາແອລ.

ທ້າວ Samir Kantar ແມ່ນໜຶ່ງໃນສະມາຊິກຫຼາຍຮ້ອຍຄົນຂອງ ກຸ່ມ Hezbollah ຜູ້ທີ່ໄດ້ໄປຕໍ່ສູ້ຄຽງບ່າຄຽງໄຫຼ່ ກັບທະຫານຂອງ ປະທາ ນາທິບໍດີທ່ານ Bashar al-Assad ຕັ້ງແຕ່ສົງຄາມເຢັນ ໄດ້ເລີ່ມຂຶ້ນໃນເດືອນມີນາ 2011.

ການໂຈມຕີທາງອາກາດຂອງວັນອາທິດມື້ນີ້ ໄດ້ຕົກຖືກອາຄານຫຼັງໜຶ່ງ ໃນເມືອງ Jaramana, ເປັນເຂດຊົນນະບົດທາງພາກໃຕ້ຂອງນະຄອນ ຫຼວງ Damascus.

ບໍ່ມີຄຳເຫັນໂດຍທັນທີຈາກ ອິສຣາແອລ, ເຊິ່ງໄດ້ໂຈມຕີເປົ້າໝາຍຫຼາຍ ແຫ່ງໃນ ຊີເຣຍ ໃນ ສອງສາມປີທີ່ຜ່ານມາ, ໂດຍສ່ວນໃຫຍ່ເປັນ ຂະບວນຂອງສິ່ງທີ່ ອິສຣາແອລ ໄດ້ກ່າວວ່າເປັນ ອາວຸດ ແລະ ສະບຽງອື່ນໆທີ່ຖືກສົ່ງຜ່ານ ຊີເຣຍ ໄປຫາ ເລບານອນ.

ທ້າວ Kantar ໄດ້ຖືກຕັດສິນລົງໂທດສຳລັບການໂຈມຕີໃນປີ 1979 ເຊິ່ງລວມມີ ການຂ້າຕຳ ຫຼວດ ອິສຣາແອລ, ພ້ອມກັບພໍ່ ແລະ ລູກສາວນ້ອຍຄົນໜຶ່ງ. ເດັກນ້ອຍ ອີກຄົນໜຶ່ງຈາກຄອບ ຄົວຂອງຜູ້ຊາຍຄົນດັ່ງກ່າວ ກໍໄດ້ເສຍ ຊີວິດ ຫຼັງຈາກຖືກ ເຮັດໃຫ້ຫັນໃຈບໍ່ໄດ້ໂດຍບໍ່ຕັ້ງໃຈ ໂດຍເມຍຂອງລາວ ໃນຂະນະທີ່ພວກເຂົາເຈົ້າ ລີ້ຢູ່.

ໃນປີ 2008, ອິສຣາແອລ ໄດ້ປ່ອຍໂຕທ້າວ Kantar ໃນການແລກປ່ຽນນັກໂທດ ກັບພວກ Hezbollah ແລະ ໄດ້ຖືກຕ້ອນຮັບສູ່ ເລບານອນ ໃນຖານະວິລະຊົນ ຄົນໜຶ່ງ.

XS
SM
MD
LG