ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ຍິງ ເຮືອບິນຊີເຣຍຕົກ ທີ່ເຂດພູພຽງ ໂກລັນ (ວິດີໂອ)


A tank belonging to the forces loyal to Syria's President Bashar al-Assad is seen in the Quneitra city countryside on Sept. 8, 2014 during a battle with rebels, near the border fence with Israeli-occupied Golan Heights.
A tank belonging to the forces loyal to Syria's President Bashar al-Assad is seen in the Quneitra city countryside on Sept. 8, 2014 during a battle with rebels, near the border fence with Israeli-occupied Golan Heights.

ກອງທັບອິສຣາ​ແອ​ລ ​ໄດ້​ຍິງ​ເຮືອບິນ​ລົບ​ຊິ​ເຣຍຕົກ ຢູ່ເຂດພູ
ພຽງ Golan.

ກອງທັບ​ອິສຣາແອລກ່າວ​ວ່າ ຕົນ​ໄດ້​ຍິງ​ລູກ​ສອນ​ໄຟ​ Patriot
ແຕ່ພາກພື້ນດິນ​ໄປ​ໃສ່​ເຮື​ອບິນ​ລົບອາຍພົ່ນໃນ​ວັນ​ອັງຄານມື້ນີ້
ຫລັງ​ຈາກ​ໄດ້​ບິນລ່ວງລ້ຳເຂົ້າ​ໄປ ໃນເຂດ​ນ່ານ​ຟ້າ​ຂອງຕົນ.

ສື່​ມວນຊົນຂອງທາງການຊິ​ເຣຍ ​ໄດ້​ອ້າງ​ຄຳ​ເວົ້າ ​ແຫລ່ງຂ່າວ​ຂອງກອງທັບທີ່ໄດ້ຢຶນຢັນ​ການ​ໂຈມ​ຕີ ​ໂດຍ​ກ່າວ​ວ່າ ອິສຣາ​ແອ​ລ ​ໄດ້​ປະຕິບັດງານ ​ໃຫ້ການ​ສະໜັບສະໜູນ ພວກ​
ຫົວ​ຮຸນ​ແຮງລັດ​ອິສລາມ ​ແລະກຸ່ມແນ​ວ​ໂຮມ Nusra ຊຶ່ງເປັນເຄື່ອຂ່າຍ al-Qaida ນັ້ນ.

ກຳລັງ​ຊິ​ເຣັຍ ​ໄດ້​ຕໍ່​ສູ້​ກັບ​ພວກ​ຫົວ​ຮຸນ​ແຮງຂອງ​ທັງ​ສອງ​ກຸ່ມ ​ໂດຍ​ສະ​ເພາະ ພວກ​ນັກ​ລົບ
ກຸ່ມ Nusra ຢູ່​ທີ່​ເຂດພູພຽງ Heights ໃນສົງຄາມກາງເມືອງທີ່​ກຳລັງດຳເນີນຢູ່ໃນປະ
ເທດດັ່ງກ່າວ​ນັ້ນ.

​ການຍິງເຮືອບົນລົບຊີເຣຍ ໃນ​ວັນ​ອັງຄານ​ມື້​ນີ້ ມີຂຶ້ນສາມ​ອາທິດ​ຫລັງ​ຈາກອິສຣາ​ແອ​ລ ​
ໄດ້​ຍິງ​ເຮືອບິນ​ທີ່​ບໍ່ມີ​ຄົນ​ຂັບລຳນຶ່ງ​ຕົກ ທີ່​ບິນ​ຜ່ານ​ເຂົ້າ​ໄປໃນເຂດນ່ານ​ຟ້າ ຂອງ​ຕົນ ​ໃນ
ເຂດ Golan.

ISRAEL SYRIA SOTVO
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG