ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອິສຣາແອລ ຈະປ່ອຍ ເງິນພາສີ ຂອງປາແລສໄຕນ໌ ທີ່ຖືກກັກໄວ້ນັ້ນ


ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ປະກາດ ທີ່ຈະປ່ອຍເງິນພາສີ ຂອງຊາວປາແລສໄຕນ໌ ທີ່ໄດ້ຖືກກັກໄວ້ນັ້ນ.
ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ປະກາດ ທີ່ຈະປ່ອຍເງິນພາສີ ຂອງຊາວປາແລສໄຕນ໌ ທີ່ໄດ້ຖືກກັກໄວ້ນັ້ນ.

Iອິສຣາ​ແອ​ລ ປ່ອຍ​ເງິນລາຍໄດ້​ພາສີ​ຫຼາຍຮ້ອຍ​ລ້ານ​ໂດ​ລາ ​
ຂອງປາ​ແລ​ສ​ໄຕ​ນ໌ ທີ່​ຕົນ​ໄດ້​ກັກ​ເອົາ​ໄວ້ ບໍ່ໃຫ້ຝ່າຍ​ປາ​ແລ​ສ​
ໄຕ​ນ໌ ເພື່ອເປັນ​ການ​ລົງ​ໂທດທີ່​ພວກ​ເຂົາ​ເຈົ້າໄດ້ເຂົ້າຮ່ວມຢູ່
​ໃນ​ສານ​ອາຍາ​ນາໆ​ຊາດ.

ນາຍົກລັດຖະມົນ​ຕີ Benjamin Netanyahu ​ໄດ້​ອອກ​ຖະ​
ແຫລ​ງການໃນ​ວັນ​ສຸກ​ວານ​ນີ້ ​ໂດຍ​ກ່າວ​ວ່າ “​ເນື່ອງຈາກ​ສະ
ພາບ​ການ​ໃນ​ພາກຕາ​ເວັນ​ອອກ​ກາງ​ທີ່ ພວມຊຸດໂຊ​ມລົງ ຜູ້
ໃດຜູ້ນຶ່ງ​ຈະ​ຕ້ອງ​ໄດ້ດຳເນີນການແບບມີ​ຄວາມຮັບຜິ​ດຊອບ.”
ຫ້ອງການ​ຂອງ​ທ່ານຍັງກ່າວອ້າງ​ວ່າ​ ​ມີຄວາມ​ເປັນ​ຫ່ວງ​ດ້ານ
​ມະນຸດສະທຳ.

ອິສຣາ​ແອ​ລ ​ໄດ້​ປະຕິ​ເສດ​ບໍ່ຍອໂອ​ນ​ເງິນ​ດັ່ງ​ກ່າວໃຫ້​ ມາ​ຕັ້ງ​ແຕ່​ເດືອນມັງກອນ ​ເວລາ​
ອຳນາດການປົກຄອງ​ປາ​ແລ​ສ​ໄຕ​ນ໌ ປະກາດ​ແຜນ​ທີ່​ຈະເຂົ້າ​ຮ່ວມຢູ່ໃນສານ​ນາໆ​ຊາດ
ບ່ອນ​ທີ່​ເຂົາເຈົ້າ​ຈະ​ທຳການຟ້ອງຮ້ອງ ໃນຂໍ້ຫາກໍ່ອາຊະຍາ​ກຳ​ສົງຄາມ ຕໍ່​ອິສຣາ​ແອ​ລ.
ອິສຣາ​ແອ​ລ​ ເກັບ​ພາສີ​ສີນ​ຄ້າ ​ທີ່ສົ່ງຜ່ານທ່າ​ເຮືອ​ຂອງ​ຕົນ ເພື່ອສົ່ງຕໍ່​ໄປ​ສູ່​ດິນ​ແດນ​ປາ​
ແລ​ສ​ໄຕ​ນ໌ແລະ​ໂອນ​ເງິນ​ດັ່ງກ່າວໄປໃຫ້ບັນດາ​ເຈົ້າ​ໜ້າ​ທີ່ປາ​ແລ​ສ​ໄຕ​ນ໌.

Israel Palestinian
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG