ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິ​ສ​ຣາ​ແອ​ລ ຄົ້ນ​ເຮືອນຊາຍ 2 ຄົນ ​ຫຼັງ​ຈາກ ພົບ​ສົບ ໜຸ່ມນ້ອຍ ທີ່​ຖືກ ​ລັກ​ພາ​ຕົວ ​(ວີດີໂອ/ສະໄລດ໌)


Israel Missting Tenns VOSOT
please wait

No media source currently available

0:00 0:01:24 0:00

ກ​ອງກຳລັງ Israel ​ໄດ້​ເຂົ້າ​ຄົ້ນ​ບ້ານ​ເຮືອນ​ຂອງ​ຊາຍ​ສອງ​ຄົນ ທີ່​ສົງ
ໄສ​ວ່າ ​ເປັນພວກ​ທີ່​ລັກ​ພາ​ຕົວ​ ໜຸ່ມນ້ອຍອິສຣາແອລ 3 ຄົນ ຊຶ່ງໄດ້​
ພົບສົບ​ຂອງ​ພວກ​ກ່ຽວໃນ​ວັນ​ຈັນ​ວານ​ນີ້ ​ເກືອບ 3 ອາທິດ ຫຼັງ​ຈາກ
​ທີ່​ພວກ​ເຂົາ​ຫາຍ​ສາບ​ສູນ​ໄປ​ນັ້ນ.

ລາຍງານຂ່າວໂທລະພາບ​ໄດ້​ສະ​ແດງໃຫ້​ເຫັນ​ພວກ​ທະຫານ​
ທຳ​ການລະເບີ​ດເຮືອນຂອງ ທ້າວ Amer Abu Aisheh ​ໃນ​ເຊົ້າ
​ວັນ​ອັງຄານ​ມື້​ນີ້ ​ທີ່​ເມືອງ Hebron. ພວກ​ທີ່​ເຫັນ​ເຫດການ​ໄດ້
​ລາຍ​ງານ​ວ່າ ມີ​ການເອົາ​ບາດກ້າວແບບ​ດຽວ​ກັນໃນວັນ​ອັງຄານ​
ມື້​ນີ້​ຕໍ່​ເຮືອນຂອງທ້າວ Marwan Qawasmeh ນຳ.


Israel ກ່າວ​ວ່າ ຊາຍ​ສອງ​ຄົນ​ທີ່​ວ່າ​ນີ້ ​ແມ່ນ​ສະມາຊິກ​ຂອງ​ກຸ່ມຫົວ​ຮຸນ​ແຮງ Hamas ຊຶ່ງປະຕິ
​ເສດ​ວ່າ ຕົນບໍ່ມີສ່ວນ​ພົວພັນໃດໆກັບ​ການຫາຍ​ສາບ​ສູນໄປ ຂອງໜຸ່ມນ້ອຍ 3 ຄົນນີ້.

​ນາຍົກລັດຖະມົນຕີ Israel ທ່ານ Benjamin Netanyahu ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ
ກຸ່ມ Hamas ຈະ​ຕ້ອງ​ໄດ້​ຊົດ​ເຊີຍ​ຢ່າງ​ໜັກ ຫຼັງ​ຈາກ​ທີ່​ພວກ​ໜຸຸ່ມນ້ອຍ ​ໄດ້ຖືກ​ສັງຫານ​ ໃນອັນ​ທີ່ທ່ານເອີ້ນ​ວ່າ ມະນຸດທີ່ເປັນ​ເດຍລະ​ສານ.

​ສົບ​ຂອງ​ພວກ​ໜຸ່ມນ້ອຍ ອາຍຸ 19 ປີ ຜູ້​ນຶ່ງ​ແລະ 16 ປີ ສອງ​ຄົນ ໄດ້ຖືກຄົ້ນພົບໃກ້​ບ້ານ Halhul ​ຊຶ່ງຢູ່ບໍ່ໄກຈາກບ່ອນ​ທີ່​ພວກ​ເຂົາ​ເຈົ້າຫາຍສາບສູນໄປຂະນະທີ່​ພາກັນ​ຍ່າງ​ກັບ​ບ້ານ​ ຈາກ​ໂຮງ​ຮຽນ ​ໃນ​ວັນ​ທີ 12 ມິຖຸນາ​ຜ່ານ​ມານັ້ນ.

​ໂຄສົກ​ຂອງ​ກອງທັບ Israel ​ໄດ້​ກ່າວ​ວ່າ ສົບ​ຂອງ​ພວກ​ກ່ຽວ​ໄດ້ຖືກ​ພົບ​ເຫັນ​ໃນ​ທົ່ງ​ກວ້າງ​ກ້ອງ​ກອງ​ໝາກ​ຫີນ.

Israel Missing Teens VO
please wait

No media source currently available

0:00 0:00:34 0:00

XS
SM
MD
LG