ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣາມັສບໍ່ຮັບຮູ້ການເຈລະຈາ ໂດຍກົງ ລະຫວ່າງ ອິສຣາແອລ ກັບປາແລສໄຕນ໌


ຣາມັສບໍ່ຮັບຮູ້ການເຈລະຈາ ໂດຍກົງ ລະຫວ່າງ ອິສຣາແອລ ກັບປາແລສໄຕນ໌
ຣາມັສບໍ່ຮັບຮູ້ການເຈລະຈາ ໂດຍກົງ ລະຫວ່າງ ອິສຣາແອລ ກັບປາແລສໄຕນ໌

ພວກຫົວຮຸນແຮງປາແລສໄຕນ໌ ໄດ້ປະຕິເສດ ບໍ່ຍອມຮັບຮູ້ ການເຈລະຈາສັນຕິພາບກັບອິສຣາແອລ ທີ່ເລີ້ມຂຶ້ນເມື່ອໄວໆ ມານີ້ ແລະປະກາດວ່າ ຈະສືບຕໍ່ທຳການໂຈມຕີ ຕໍ່ຊາວ ອິສຣາແອລ.

ໂຄສົກຄົນນຶ່ງ ຂອງກຳລັງປະກອບອາວຸດ ຂອງກຸ່ມຫົວຮຸນ ແຮງຮາມັສ ຊຶ່ງເປັນຜູ້ຄວບຄຸມເຂດກາຊາໃນເວລານີ້ ກ່າວ ວ່າ 13 ກຸ່ມຫົວຮຸນແຮງຈະໂຮມກຳລັງກັນ ເພື່ອເຮັດໃຫ້ ການໂຈມຕີຕໍ່ອິສຣາແອລມີປະສິດທິພາບຫຼາຍຂຶ້ນ ຮວມທັງ ຄວາມເປັນໄປໄດ້ໃນການໂຈມຕີ ດ້ວຍລະເບີດສະລະຊີບ.

ກຸ່ມກຳລັງປະກອບອາວຸດຂອງຮາມັສ ໄດ້ອ້າງເອົາຄວາມ ຮັບຜິດຊອບໃນການໂຈມຕີ 2 ຄັ້ງ ໃນສັບປະດານີ້ ຕໍ່ ພວກຕັ້ງຖິ່ນຖານຊາວຢິວ ໃນເຂດຝັ່ງຕາເວັນຕົກຂອງແມ່ ນໍ້າຈໍແດັນ.

ປະທານາທິບໍດີປາແລສໄຕນ໌ ທ່ານ Mamoud Abbas ໄດ້ພົບປະກັບນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ທີ່ກຸງວໍຊິງຕັນ ໃນວັນພະຫັດວານນີ້ ໃນການ ເຈລະຈາໂດຍກົງ ເທື່ອທຳອິດ ລະຫວ່າງສອງຝ່າຍ ໃນຮອບເກືອບ 2 ປີ.

ພວກທ່ານໄດ້ຕົກລົງກັນ ທີ່ຈະກຳນົດຂອບ ກ່ຽວກັບຂໍ້ຕົກລົງສັນຕິພາບຖາວອນ ແລະທຳ ການເຈລະຈາໂດຍກົງຮອບສອງ ພາຍໃນທ້າຍເດືອນນີ້.

XS
SM
MD
LG