ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີສຣາແອລພິມເຜີຍແຜ່ ລາຍຊື່ນັກໂທດປາແລສໄຕນ໌ ທີ່ຈະຖືກປ່ອຍ (ເບິ່ງວີດີໂອ)


ພວກພີ່ນ້ອງຂອງທະຫານອີສຣາແອລ Gilad Schalit ຜູ້ທີ່ຖືກກຸ່ມ ຮາມາສຈັບ ແລະກໍາລັງຈະຖືກປ່ອຍຕົວ
ພວກພີ່ນ້ອງຂອງທະຫານອີສຣາແອລ Gilad Schalit ຜູ້ທີ່ຖືກກຸ່ມ ຮາມາສຈັບ ແລະກໍາລັງຈະຖືກປ່ອຍຕົວ

ອິສຣາ​ແອລ​ໄດ້​ພິມ​ເຜີຍ​ແຜ່​ ລາຍ​ຊື່​ທາງ​ການ​ຂອງ​ພວກ​ນັກ​ໂທດປາ​ເ​ເລ​ສ​ ໄຕ​ນ໌ 477 ຄົນ
ທີ່​ຈະ​ຖືກ​ແລກປ່ຽນ​ກັນ​ງວດ​ທໍາ​ອິດ​ໃນ​ວັນ​ອັງຄານ​ໜ້ານີ້​ ກັບ​ທະຫານ​ອິສຣາແອ​ລຄົນ​ນຶ່ງ
ຕາມ​ຂໍ້​ຕົກລົງ​ກັນນັ້ນ. ນາຍ Gilad Shalit ທະຫານ​ອິສຣາ​ແອ​ລ​ ໄດ້​ຖືກ​ພວກ​ມື​ປືນ​ກຸ່ມ
ຮາ​ມາສຈັບ​ໂຕ​ໄປ​ໃນ​ການ​ບຸກລຸກ​ໂຈມ​ຕີ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນເຂດກາຊາ​ໃນ​ປີ 2006.

ອິສຣາ​ແອ​ລ​ໄດ້​ລົງ​ພິມລາຍ​ຊື່​ພວກ​ນັກ​ໂທດ​ໃນ ​website ພະ​ແນ​ກຄຸກ​ຂອງ​ຕົນໃນ​ວັນ​ອາ
ທິດມື້​ນີ້. ປະຊາຊົນ​ອິສຣາ​ແອ​ລມີ​ເວລາ 48 ຊົ່ວ​ໂມງ​ ​ທໍາ​ການ​ອຸທອນ​ທາງ​ກົດໝາຍ​ໃດໆ
ເພື່ອ​ຄັດຄ້ານ​ຕໍ່ຂໍ້​ຕົກລົງດັ່ງກ່າວ​.

ໃນ​ວັນ​ເສົາ​ວານ​ນີ້ ປະທານາທິບໍດີອິສຣາ​ແອ​ລ ທ່ານ Shimon Peres ​ໄດ້​ເລີ້ມທໍາ​ການ
ທົບທວນ​ເບິ່ງເອກກະສານ​ກ່ຽວ​ກັບພວກ​ນັກ​ ໂທດ​ປາ​ເ​ເລ​ສ​ໄຕ​ນ໌ ຫລາຍ​ຮ້ອຍແຟ້ມ.

ພາຍ​ໃຕ້​ຂໍ້​ຕົກລົງ​ແລກປ່ຽນ​ກັນ​ນີ້ ພວກ​ນັກ​ໂທດ​ປາ​ແລ​ສ​ໄຕ​ນ໌ ຈໍານວນ 1027 ຄົນ​ຈະ​ຖືກ
ປ່ອຍ​ເປັນ 2 ງວດ​ ເພື່ອ​ແລກປ່ຽນ​ກັບ​ທ້າວ Shalit ທີ່ຈະ​ຖືກ​ປ່ອຍ​ໂຕ​ໃຫ້​ເຈົ້າ​ໜ້າ​ທີ່​ອີ​ຈິບ
ຜູ້​ຊຶ່ງ​ຫລັງ​ຈາກ​ນັ້ນ ກໍຈະມອບ​ໂຕ​ຜູ້ກ່ຽວໃຫ້​ອິສຣາ​ແອ​ລ​.

ສ່ວນ​ພວກ​ນັກ​ໂທດ​ທີ່​ຍັງ​ເຫລືອ 550 ຄົນ​ຈະ​ຖືກ​ປ່ອຍ​ໂຕ​ ໃນ​ໄລຍະ 2 ​ເດືອນ. ພວກ​ນັກ
ໂທດ​ປາ​ແລ​ສ​ໄຕ​ນ໌ທີ່​ຈະ​ຖືກ​ປ່ອຍນີ້​ແມ່ນ​ຮວມທັງ​ພວກ​ທີ່​ໄດ້​ທໍາ​ການ​ໂຈມ​ຕີ​ທີ່​ເຮັດ​ໃຫ້​ທະຫານ
ອີສຣາ​ແອ​ລ​ເສຍ​ຊີວິດໄປ​ ຈໍານວນ​ ນຶ່ງ​ນໍາ.

ຄະນະ​ນໍາພາ​ຂອງ​ກຸ່ມ​ຮາ​ມາສ ທີ່​ປົກຄອງ​ເຂດ​ກາຊາ ​ໄດ້​ພົບ​ປະ​ກັບ ພວກ​ເຈົ້າ​ໜ້າ​ທີ່​ສືບ​ລັບ
ອີ​ຈິບ​ ​ທີ່​ກຸງໄຄ​ໂຣ​ໃນ​ວັນ​ເສົາ​ວານ​ນີ້ ເພື່ອ​ໂອ້​ລົມ​ ກັນ​ເລື້ອງ​ການ​ມອບ​ໂຕ​ທະຫານ​ອິສຣາ
ແອ​ລຄົນ​ນີ້. ອີ​ຈິບເປັນ​ຜູ້ຊ່ອຍ​ໄກ່​ເກ່ຍຂໍ້​ຕົກລົງແລ​ກປ່ຽນ​ຊະ​ເລີຍ​ເສິກ​ດັ່ງກ່າວ.

XS
SM
MD
LG